ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ລົງໂທດ ພວກສະໜັບສະໜຸນ ກຸ່ມລັດອິສລາມ ທາງດ້ານການເງິນ


ພວກນັກຕໍ່ສູ້ລັດອິສລາມ ໄດ້ແຫ່ຂະບວນ ເທິງລົດທະຫານຕ່າງໆ ຕາມເສັ້ນທາງໃນແຂວງ Raqqa ຢູ່ທາງພາກເໜືອຂອງຊີເຣຍ.
ພວກນັກຕໍ່ສູ້ລັດອິສລາມ ໄດ້ແຫ່ຂະບວນ ເທິງລົດທະຫານຕ່າງໆ ຕາມເສັ້ນທາງໃນແຂວງ Raqqa ຢູ່ທາງພາກເໜືອຂອງຊີເຣຍ.

ສະຫະລັດ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ວານ​ນີ້ ການ​ລົງ​ໂທດ​ທາງ
​ດ້ານ​ການ​ເງິນ ຕໍ່ບັນດາ​ຜູ້ນຳລັດ​ອິສລາມທີ່​ສຳຄັນ ​ແລະຜູ້​ທີ່​ກ່ຽວ
​ຂ້ອງ​ທາງ​ດ້ານ​ການ​ເງິນ​ ​ແລະໄດ້​ລະບຸ​ຕົວ​ບຸກຄົນ ແລະກຸ່ມຕ່າງໆ
​ໃຫ້​ເປັນ ​ພວກ​ນັກ​ຕໍ່ສູ້​ກໍ່​ການ​ຮ້າຍ​ຕ່າງ​ຊາດ ​ຕື່ມ​ອີກດ້ວຍ.

ກະຊວງ​ການ​ເງິ​ນ ​ແລະ ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​
ໄດ້​ທຳການ​ລົງ​ໂທດ​ຕໍ່ທັງ​ໝົດ 30 ບຸກຄົນ ​ແລະ​ກຸ່ມ​ຕ່າງໆ ​ໃນ​ອັນ
​ທີ່​ເຈົ້າໜ້າທີ່​ອາວຸ​ໂສ ລັດຖະບານທ່ານ​ໂອ​ບາ​ມາ ​ທ່ານນຶ່ງ ​ໄດ້
ອະທິບາຍ​ວ່າ ​ເປັນ​ການ “​ເພີ້​ມລະດັບ​ຂຶ້ນແທ້​ໆ” ​ ໂດຍ​ສະຫະລັດ
​ເພື່ອ​ປ້ອງ​ກັນ ​ບໍ່ໃຫ້ກຸ່ມ ລັດອິສລາມ ຈາກ​ການ​ໃຊ້​ລະບົບ​ການ​ເງິນ
​ຂອງ​ໂລກ​ໃຫ້​ເປັນ​ປະ​ໂຫຍ​ດ.

ອັນ​ນີ້ ​ແມ່ນ​ເຊື່ອ​ວ່າ ຈະ​ເປັນ​ການທີ່ສຳຄັນ​ທີ່​ສຸດ​ຂອງ​ສະຫະລັດ ທີ່​ພະ ຍາຍາມ​ ເພື່ອ​ຕັດ​ການ​ສະໜັບສະໜູນທາງ​ການ​ເງິນ​ ຕໍ່​ກຸ່ມ​ດັ່ງກ່າວ.

ກະຊວງ​ການ​ເງິນ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ ຕໍ່ ບຸກຄົນ​ສຳຄັນ​ຂອງ​ກຸ່ມລັດ​ອິສລາມຈຳນວນ 15 ຄົນ ລວມທັງພວກ​ທີ່​ສະໜັບສະໜູນແລະ ພວກ​ທີ່​ອຳ​ນວຍ​ຄວາມ​ສະດວກ ນຳ​ດ້ວຍ. ການ​ລະບຸຊື່ດັ່ງກ່າວ ແມ່ນເພັ່ງ​ເລັງ​ໃສ່ “ການ​ໂຈມ​ຕີ” ສະ​ຖາ​ບັນ​ການ​ເງິນ​ຂອງ​ກຸ່ມ ​ໂດຍ​ການຍັບ​ຍັ້ງ ບັນດາ​ຜູ້ນຳ​ຂອງ​ກຸ່ມ ​ແລະ ພວກ​ທີ່​ອຳ​ນວຍ​ຄວາມ​ສະດວກ ຈາກ​ການ​ນຳ​ໃຊ້​ລະບົບ​ການ​ເງິນ​ຂອງສາກົນ. ການ​ກຳນົດ​ນັ້ນຍັງ​ຈະ​ສະໜັບ ສະໜູນ ຍຸດ​ທະ​ສາດ​ຂອງ​ປະທານາທິບໍດີ ບາຣັກ​ ​
ໂອ​ບາ​ມາ ​ເພື່ອຈະ “ລົບ​ກວນ ​ແລະໃນ​ທີ່​ສຸດທຳລາຍ​ ພວກລັດອິສລາມຫຼື ISIL” ອີງ​ຕາມ
ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ​ກະຊວງ​ການ​ເງິນ.

ທ່ານ Adam Szubin ຮັກສາ​ການ​ ແທນ ລັດຖະມົນຕີຊ່ວຍວ່າການ ຮັບຜິດຊອບ​ດ້ານ​ກໍ່​ການ​ຮ້າຍ ​ແລະສືບລັບການ​ເງິນ ​ເວົ້າວ່າ “ກະຊວງ​ການ​ເງິນຍັງ​ບໍ່​ລົດ​ລະ ກ່ຽວ​ກັບ ການຫ​ລຸດຜ່ອນ​ ກຳລັງ​ທາງດ້ານ​ການ​ເງິນ​ຂອງ​ພວກ ISIL ໃຫ້ຈົນ​ໝົດ ​ແລະບໍໍ່ຍອມ​ໃຫ້​ພວກ​ກຸ່ມ​ກໍ່​ການ​ຮ້າຍ ທີ່​ໂຫດ​ຫ້ຽມນີ້ ​ເຂົ້າ​ໄປ​ນຳ​ໃຊ້​ລະບົບ​ການ​ເງິນ​ສາກົນ.”

ກະຊວງ​ການ​ເງິນ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ ຕໍ່​ບັນດາ​ເຈົ້າໜ້າ​ທີ່ ລັດ​ອິສລາມ ຜູ້​ທີ່​ປະຕິບັດ​ການ​ຢູ່​ໃນ ອັຟກາ​ນິສຖານ ປາ​ກິ​ສຖານ ລີ​ເບຍ ​ເຢ​ເມັນ ​ແລະ ຕູ​ນີ​ເຊຍ. ລວມຢູ່​ໃນ​ບຸກຄົນ​ດັ່ງກ່າວ​ ທີ່​ຕົນ​ໄດ້​ລົງ​ໂທດ​ຢູ່​ໃນ​ຊີ​ເຣຍ ແມ່ນມີ ທ້າວ Aqsa Mahmood ສັນຊາດ​ອັງກິດ ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ ​ຊ່ວຍເກນ​ເອົາ​ນັກຮຽນ​ຍິງ 3 ຄົນ​ຈາກ​ອັງກິດ ​ເມື່ອ​ຕົ້ນປີ​ນີ້ ​ເພື່ອ​ຫລົບ​ໜີ ອອກ​ຈາກອັງກິດ ​ໄປ​ເປັນ​ເມຍ​ຂອງ​ພວກ​ນັກ​ຕໍ່ສູ້​ລັດອິສລາມ​.

Obama: Fighting Islamic State Not Easy, Will Take Time
please wait

No media source currently available

0:00 0:02:04 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG