ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ໄດ້ລົງໂທດເຈົ້າໜ້າທີ່ອີຣ່ານສາມຄົນ ທ່າມກາງການປາບປາມຜູ້ປະທ້ວງ ທີ່ຍັງຄົງດໍາເນີນຢູ່


ແຟ້ມ-ຕຶກກະຊວງການເງິນຂອງສະຫະລັດ ທີ່ແນມເຫັນໄດ້ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ພຶດສະພາ 2021.
ແຟ້ມ-ຕຶກກະຊວງການເງິນຂອງສະຫະລັດ ທີ່ແນມເຫັນໄດ້ໃນນະຄອນຫຼວງວໍຊິງຕັນ, ວັນທີ 4 ພຶດສະພາ 2021.

ສະຫະລັດ, ໃນວັນພຸດວານນີ້ ແນເປົ້າໝາຍລົງໂທດຕໍ່ເຈົ້າໜ້າທີ່ອີຣ່ານສາມຄົນ ​ທີ່​ພົວ​ພັນ​ກັບ​ເລື້ອງສິດທິມະນຸດ, ກະຊວງການເງິນຂອງສະຫະລັດ ເປີດເຜີຍ ໂດຍອ້າງເຖິງການປາບປາມຜູ້ປະທ້ວງຂອງລັດຖະບານເຕຫະຣ່ານທີ່ຍັງຄົງດໍາເນີນຢູ່ ໃນບໍລິເວນຂົງເຂດທີ່ມີຊາວເຄີດ​ອາ​ໄສ​ຢູ່ເປັນສ່ວນຫຼາຍ, ອີງຕາມລາຍງານຂອງອົງການຂ່າວ Reuters.

ການລົງໂທດຄັ້ງຫຼ້າສຸດຂອງສະຫະລັດ ນັບຕັ້ງແຕ່ມີການໂຮມຊຸມນຸມປະທ້ວງທີ່ໄດ້ລະເບີດຂຶ້ນໄປທົ່ວປະເທດ ເນື່ອງຈາກການເສຍຊີວິດຂອງຍິງສາວຊາວເຄີດອາຍຸ 22 ປີ ນາງມາຊາ ອາມີນີ ໃນຊ່ວງເວລາທີ່ນາງຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ຕໍາຫຼວດໃນເດືອນກັນຍາທີ່ຜ່ານມາ, ໂດຍມີເປົ້າໝາຍສໍາຄັນ​ແນໃສ່ເຈົ້າໜ້າທີ່ຂອງອີຣ່ານສາມຄົນ ທີ່ມີສ່ວນຮ່ວມ “ໂດຍສະເພາະແມ່ນຮັບຜິດຊອບໃນ​ການ​ປາບ​ປາມທີ່ຮຸນແຮງ” ​ຕາມເມືອງ​ຕ່າງໆຂອງຊາວເຄີດ ທີ່ຕັ້ງຢູ່ທາງທິດຕາເວັນ ຕົກສຽງເໜືອຂອງອີຣ່ານ, ອີງຕາມການເປີດເຜີຍຂອງກະຊວງການເງິນສະຫະ ລັດ.

ການລົງໂທດຕ່າງໆນັ້ນ ມີຜົນກະທົບຕໍ່ເຈົ້າໜ້າທີ່ທັງສອງທີ່ຢູ່ໃນເມືອງ ຊານານດາຈ (Sanandaj) ຂອງຊາວເຄີດ, ຜູ້ປົກຄອງລັດ ທ່ານຮາສຊານ ອາສກາຣີ (Hassan Asgari) ແລະ ທ່ານອາລີເຣຊາ ໂມຣາດີ (Aliraza Moradi) ເຊິ່ງເປັນຜູ້ບັນຊາການ ກອງກໍາລັງຮັກສາຄວາມສະຫງົບຂອງເມືອງ. ກະຊວງການເງິນກ່າວວ່າ ທ່ານອາສກາຣີ ແລະເຈົ້າໜ້າຄົນອື່ນໆ ໄດ້ເຮັດໃຫ້ຜູ້ປະທ້ວງອາຍຸ 16 ປີຄົນນຶ່ງເສຍຊີວິດ ໂດຍ​ກຳ​ລັງຮັກສາຄວາມປອດໄພ.

ກະຊວງການເງິນຍັງໄດ້ກ່າວວ່າ ເປົ້າໝາຍຍັງໄດ້ແນໃສ່ ທ່ານໂມຮໍາມາດ ຕາຮີ ໂອແຊນລູ (Mohammad Taghi Osanloo), ຜູ້ບັນຊາການກຳ​ລັງ​ພິ​ທັກປະຕິ ວັດ ຢູ່ເມືອງມາຮາບາດ (Mahabad) ທີ່ເປັນເມືອງນຶ່ງ ຂອງຊາວເຄີດ, ບ່ອນທີ່ກອງກໍາລັງໄດ້ຖືກຈັດສົ່ງອອກໄປປະຕິບັດງານຕື່ມ ເພື່ອຮັບ​ມື​ກັບການປະທ້ວງ.

ເຈົ້າໜ້າທີ່ຂອງອີຣ່ານທີ່ປະຕິບັດງານຢູ່ໃນອົງການສະຫະປະຊາຊາດໃນນະຄອນ ນິວຢອກ ບໍ່ໄດ້ສະແດງຄໍາເຫັນໃດໆໃນທັນທີ.

ການລົງໂທດຕ່າງໆລວມມີ ການກັກຊັບສິນທັງຫຼາຍຢູ່ໃນສະຫະລັດ ຂອງບັນດາຜູ້ທີ່ຖືກລະບຸຊື່ເຫຼົ່ານັ້ນ ແລະຂັດຂວາງບໍ່​ໃຫ້ຊາວອາເມຣິກັນໂດຍລວມຈາກການ ຕິດ​ຕໍ່​ຄ້າ​ຂາຍກັບພວກເຂົາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG