ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ລົງ​ໂທດ​ເຮືອ​ບິນ​ຂົນ​ສົ່ງ​ອີ​ຣ່ານ ທີ່​ໄດ້​ລະ​ເມີດ​ການ​ສົ່ງ​ອອກ ໄປ​ຍັງ​ປະ​ເທດ​ຣັດ​ເຊຍ


ແຟ້ມ - ຕຶກ​ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 26 ມັງ​ກອນ 2022.
ແຟ້ມ - ຕຶກ​ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 26 ມັງ​ກອນ 2022.

ກະ​ຊວງ​ການ​ຄ້າ​ຂອງສະ​ຫະ​ລັດ ​ເລີ້ມ​ໃນ​ວັນ​ຈັນ​ວານນີ້ ໄດ້ກ່າວ​ອ້າງວ່າ ເຮືອ​ບິນ​ຂົນ​ສົ່ງ​ລຳ​ທີສີ່​ຂອງ​ອີ​ຣ່ານ ​ບິນ​ໄປ​ຍັງ​ປະ​ເທດ​ຣັດ​ເຊຍ ໂດຍໄດ້​ເພີ້ມ​ເຮືອ​ບິນ​ເຫຼົ່າ​ນີ້​ເຂົ້າ​ໃນ​ບັນ​ຊີ​ເຮືອ​ບິນ ​ທີ່​ເຊື່ອ​ວ່າ​ໄດ້​ລະ​ເມີດ​ການ​ລົງ​ໂທດ​ ຂອງ​ສະ​ຫະລັດ.

ກະ​ຊວງ​ກາ​ນ​ຄ້າ​ຂອ​ງ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ເຮືອ​ບິນ​ຂົນ​ສົ່ງ​ລຳ​ນີ້ ເປັນ​ຂອງ​ບໍ​ລິ​ສັດ ​ສາຍ​ການ​ບິນສະ​ຫະ ຫຼື Saha Airlilines ຊຶ່ງກອງ​ທັບ​ອີ​ຣ່ານ​ເປັນ​ເຈົ້າ​ຂອງ. ເມື່ອ​ວັນ​ທີ 19 ກັນ​ຍາ​ຜ່ານ​ມາ ກະ​ຊວງ​ການ​ຄ້າ​ຂ​ຂອງ​ສະ​ຫະ​ລັດ​ກໍ​ໄດ້​ນຳ​ເອົາ​ເຮືອ​ບິນ​ຂົນ​ສົ່ງ​ອີ​ຣ່ານ 3 ລຳ ເຂົ້າ​ໃນ​ບັນ​ຊີ​ພວກ​ທີ່​ເບິ່ງ​ຄື​ວ່າ​ລະ​ເມີດ​ການ​ຄວບ​ຄຸມ ​ໃນ​ການ​ສົ່ງ​ອອກ​ຂອງ​ສະ​ຫະ​ລັດ ​ໄປ​ຍັງ​ຣັດ​ເຊຍ.

ເຮືອ​ບິນ​ລຳ​ທີ​ສີ່​ຂອງ​ອີ​ຣ່ານ ບິນ​ໄປ​ຍັງ​ປະ​ເທດ​ຣັດ​ເຊຍ​ໂດຍ​ບໍ່​ມີ​ໃບ​ອະ​ນຸ​ຍາດ​ຈາກ​ກະ​ຊວງ​ການ​ຄ້າ ອີງ​ຕາມ​ຖະ​ແຫຼງ​ຂ່າວ.

ທ່ານ​ແມັດ​ທິວ ແອັກ​ແຊລ​ຣອດ (Matthew Axelrod) ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່​າ​ການ​ກະ​ຊວງ​ການ​ຄ້າ ຮັບ​ຜິດ​ຊອບ​ໃນ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ໃນ​ວັນ​ຈັນ​ແລ້ວ ພວກ​ເຮົາ​ໄດ້​ປະ​ກາດ​ວ່າ ເຮືອ​ບິນ​ຂົນ​ສົ່ງ​ຂອງ​ອີ​ຣ່ານສາມ​ລຳ ໄດ້​ຂົນ​ເຄື່ອງ​ໃຊ້​ຕ່າງໆ​ໄປ​ຍັງ​ຣັດ​ເຊຍ ເພື່ອ​ຫຼົບ​ຫຼີກ​ການ​ຄວບ​ຄຸມ​ໃນ​ການ​ສົ່ງ​ອອກ​ຂອ​ງ​ພວກ​ເຮົາ. ມື້ນີ້ ພວກ​ເຮົາ​ໄດ້​ລະ​ບຸ​ເຮືອ​ບິນ​ຂົນ​ສົ່ງ​ລຳ​ທີ​ສີ່​ຂອງ​ອີ​ຣ່ານ ທີ່​ໄດ້​ບິນ​ໄປ​ຍັງ​ປະ​ເທດ​ຣັດ​ເຊຍ ໃນ​ການ​ລະ​ເມີດ​ຕໍ່​ການ​ຄວບ​ຄຸມ ເຮືອ​ບິນ​ລຳ​ນີ້​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງກອ​ງ​ທັບ​ອາ​ກາດ​ອີ​ຣ່ານ. ໃນ​ເມື່ອ​ອີ​ຣ່ານ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ກົງ​ຈັກ​ສົງ​ຄາມ​ຂອງ​ຣັດ​ເຊຍ ຮວມ​ທັງ​ການ​ຈັດ​ຫາ ເຮື​ອ​ບິນ​ບໍ່​ມີ​ຄົນ​ຂັບ ​ເມື່ອ​ໄວໆ​ມາ ພວກ​ເຮົາ​ຂໍ​ເຕືອນ​ໃຫ້​ປະ​ຊາ​ຄົມ​ການ​ບິນ​ຂອງ​ໂລກ​ຊາບ​ວ່າ ການ​ສະ​ໜັບ​ສະ​ໜຸນ​ເຮືອ​ບິນ​ປະ​ເພດ​ດັ່ງ​ກ່າວ ແມ່ນ​ເປັນ​ການ​ລະ​ເມີດ​ຕໍ່​ການ​ຄວບ​ຄຸມ​ຂອງ​ພວກ​ເຮົາ ແລະຢູ່​ພາຍ​ໃຕ້​ມາດ​ຕະ​ການ​ບັງ​ຄັບ​ຂອງ​ພວກ​ເຮົາ.”

ອີງ​ຕາມ​ລາຍ​ງານ​ຂ່າວ​ແລ້ວ ອີ​ຣ່ານ​ໄດ້​ສົ່ງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຫຼື​ໂດ​ຣນ​ຫຼາຍໆ​ຮ້ອຍ​ລຳ​ໄປ​ຊ່ວຍ​ຣັດ​ເຊຍ ໃນ​ການ​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ. ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ເຫຼົ່າ​ນີ້.

ແຕ່​ໜັງ​ສື​ພິມ ກາຍ​ຮານ ຊຶ່ງ​ມີ​ຄວາມ​ໃກ້​ຊິດ​ກັບ​ພວກ​ຜູ້​ນຳ​ຂອງ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ເສົາ​ແລ້ວນີ້​ວ່າ “ໂດ​ຣນ​ສູ້​ລົບ​ຂອງ​ອີ​ຣ່ານ​ຫຼາຍ​ຮ້ອຍ​ລຳ” ໄດ້​ຖືກ​ສົ່ງ​ໄປ​ຍັງ​ປະ​ເທດ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG