ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລົງໂທດທາງເສດຖະກິດ ຕໍ່ອຸດສາຫະກໍານໍ້າມັນ ຂອງ ອີຣ່ານ


ແຟ້ມ-ນັກທ່ອງທ່ຽວຄົນນຶ່ງ ຍ່າງຜ່ານຮູບທີ່ສະແດງ ກ່ຽວກັບເຄື່ອງຈັກ ໃນລະຫວ່າງງານສະແດງນາໆຊາດຄັ້ງທີ 24 ກ່ຽວກັບນໍ້າມັນ, ອາຍແກສ, ການກັ່ນຕອງ ແລະເຄມີນໍ້າມັນ, ຢູ່ບໍລິເວນພື້ນທີ່ງານສະແດງຖາວອນ ໃນນະຄອນຫຼວງເຕຫະຣ່ານ, ວັນທີ 1 ພຶດສະພາ 2019.
ແຟ້ມ-ນັກທ່ອງທ່ຽວຄົນນຶ່ງ ຍ່າງຜ່ານຮູບທີ່ສະແດງ ກ່ຽວກັບເຄື່ອງຈັກ ໃນລະຫວ່າງງານສະແດງນາໆຊາດຄັ້ງທີ 24 ກ່ຽວກັບນໍ້າມັນ, ອາຍແກສ, ການກັ່ນຕອງ ແລະເຄມີນໍ້າມັນ, ຢູ່ບໍລິເວນພື້ນທີ່ງານສະແດງຖາວອນ ໃນນະຄອນຫຼວງເຕຫະຣ່ານ, ວັນທີ 1 ພຶດສະພາ 2019.

ກະຊວງການຕ່າງປະເທດ ແລະກະຊວງເງິນຂອງສະຫະລັດໄດ້ປະກາດລົງໂທດທາງດ້ານເສດຖະກິດຕໍ່ 9 ​ບໍ​ລິ​ສັດ ທີ່ເຮັດວຽກ​ກ່ຽວ​ກັບ​ການ​ຄ້າ​ສານເຄມີ​ນ້ຳ​ມັນ ແລະຜະລິດຕະພັນນ້ຳ​ມັນຂອງອີຣ່ານ ທີ່ໄດ້ດໍາເນີນງານ ເພື່ອ​ຫຼົບ​ຫລີກການລົງ ໂທດທາງເສດຖະກິດຂອງສະຫະລັດກ່ອນ​ໜ້ານີ້.

ຖະແຫຼງການຈາກລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ ບໍລິສັດເປົ້າໝາຍດັ່ງກ່າວມານັ້ນ ລວມມີ 6 ບໍລິສັດໃຫຍ່ໃນອີຣ່ານ, 2 ບໍລິສັດໃຫຍ່ໃນສິງກະໂປ, ແລະ 1 ບໍລິສັດທີ່ມີສໍານັກງານໃຫຍ່ຢູ່ມາເລເຊຍ, ທັງໝົດນັ້ນ ແມ່ນພົວພັນກັບການຜະລິດ ຫຼືການຈໍາໜ່າຍສານເຄມີ​ນ້ຳ
ມັນ​ຫຼືນ້ຳ​ມັນ​ຂອງ​ອີ​ຣ່ານ.

ຢູ່ໃນຖະແຫຼງການຂອງ​ຮອງລັດຖະມົນຕີກະຊວງການເງິນ​ຮັບ​ຜິດ​ຊອບ​ໃນ​ເລື້ອງ​ກໍ່ການຮ້າຍ ແລະການສືບລັບທາງການເງິນ, ທ່ານໄບຣອັນ ແນລສັນ ກ່າວວ່າ ອີຣ່ານກໍາລັງຫັນປ່ຽນຫຼາຍ​ຂຶ້ນ ໄປຫາຜູ້ຊື້ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ເພື່ອຂາຍສານເຄມີ​ນ້ຳ​ມັນແລະ​ນ້ຳ​ມັນຂອງພວກເຂົາ ເຊິ່ງເປັນການລະເມີດ ຕໍ່ການລົງໂທດຂອງສະຫະລັດ.

ທ່ານແນລສັນ ກ່າວວ່າ “ສະຫະລັດ ຍັງຄົງແນເປົ້າໝາຍໃສ່ແຫຼ່ງທີ່ມາກ່ຽວກັບຊັບສິນທີ່ຜິດກົດໝາຍຂອງອີຣ່ານ ແລະຈະຍັງຄົງດໍາເນີນການບັງຄັບໃຊ້ມາດຕະການລົງໂທດ ຕໍ່ຜູ້ທີ່ມີເຈດຕະນາ​ເພື່ອອໍານວຍຄວາມສະດວກຕໍ່ການຄ້າດັ່ງ ກ່າວນີ້.”

ຢູ່ໃນຖະແຫຼງການ, ທ່ານບລິງເກັນກໍໄດ້ກ່າວເຊັ່ນດຽວກັນວ່າ ການດໍາເນີນງານໃນວັນພະຫັດວານນີ້ ແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະ ລັດ ທີ່​ຈະຂັດຂວາງຄວາມພະຍາຍາມຫຼີກລ່ຽງການລົງໂທດທາງ​ດ້ານເສດຖະກິດ​ຕໍ່ອີຣ່ານ.

ການລົງໂທດຄັ້ງຫຼ້າສຸດຕໍ່ສາທາລະນະລັດອິສລາມ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ການພົວ ພັນລະຫວ່າງພວກເຂົາ ແລະບັນດາປະເທດຕາເວັນຕົກ ມີຄວາມເຄັ່ງຕຶງເພີ້ມຂຶ້ນ, ເຊິ່ງການລົງໂທດຫຼ້າສຸດນີ້ ແມ່ນສໍາລັບຄວາມພະຍາຍາມໃນການຟື້ນຟູຂໍ້ຕົກລົງນິວເຄລຍປີ 2015 ຂອງອີຣ່ານ, ແລະການລົງໂທດຕໍ່ລັດຖະບານອີຣ່ານ ທີ່ຍັງຄົງດໍາເນີນການປາບປາມຮຸນແຮງ ຕໍ່ການປະທ້ວງຕໍ່ຕ້ານລັດຖະບານໃນທົ່ວປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG