ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລົງໂທດ ບັນດາບໍລິສັດ ທີ່ເຮັດວຽກ ກັບ ເກົາຫຼີເໜືອ ແລະອີຣ່ານ


ໂທລະພາບ ລາຍງານການຍິງລູກສອນໄຟ ຂອງເກົາຫລີເໜືອ.
ໂທລະພາບ ລາຍງານການຍິງລູກສອນໄຟ ຂອງເກົາຫລີເໜືອ.

ສະຫະລັດ​ໄດ້​ປະກາດ​ການ​ລົງ​ໂທດ​ ໃນ​ວັນ​ສຸກ​ວານ​ນີ້ ຕໍ່ 30 ສ່ວນ​ບຸ​ກຄົນຫລື ບໍລິ​ສັດ
​ຕ່າງໆ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອແກ່ອີຣ່ານຫລື​ເກົາຫລີ​ເໜືອ ຕໍ່ໂຄ​ງການ​ລູກ​ສອນ​ໄຟ​
ຂີ​ປະ​ນາ​ວຸດ ຂອງ​ປະ​ເທດ​ທັງ​ສອງ.

ຢູ່​ໃນ​ຖະ​ແຫລ​ງການ​ທີ່ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້ ກະຊວງ​ຕ່າງປະ​ເທດ​ສະຫະ
ລັດ ກ່າວ​ວ່າ ​ຕົນ​ໄດ້​ລົງ​ໂທດ 11 ບໍລິສັດຫລື​ສ່ວນ​ບຸກຄົນ​ໃນຈີນ ​ເກົາ ຫລີ​ເໜືອ ຫລື​
ສະຫະລັດ​ອາຣັບ​ເອ​ເມີ​ເຣັສ ທີ່​ໄດ້​ໂອນເທັກ​ໂນ​ໂລ​ຈີ​ໃຫ້​ແກ່​ອີຣ່ານ ທີ່​ອາ​ດຈະນຳ​ໄປ​
ພັດທະນາ​ ໂຄ​ງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ປະ​ເທ​ດດັ່ງ ກ່າວ.

​ເປັນ​ທີ່​ເຊື່ອກັນ​ວ່າ ມີອີກ 19 ບໍລິສັດຫລື​ສ່ວນ​ບຸກຄົນ ​ໄດ້​ໂອນ​ໄປ​ໃຫ້ ຫລື​ໄດ້​ຮັບສິນຄ້າ
​ທີ່​ຜິດ​ກົດໝາຍ​ພາຍ​ໃຕ້​ການ​ລົງ​ໂທ​ດຂອງ​ສະຫະລັດ​ເທື່ອ​ກ່ອນ​ຈາກ ອີຣ່ານ ​ເກົາຫລີ
​ເໜືອ ຫລືບໍ່​ກໍ​ຊີ​ເຣຍ.

ຖະ​ແຫລ​ງການ​ກ່າວຕື່ມ​ວ່າ “ການ​ຕັດສິນ​ໃຈເຫລົ່າ​ນີ້ ​ໄດ້​ເນັ້ນໃຫ້​ເຫັນ​ວ່າ ສະຫະລັດ
​ຍັງ​ສືບ​ຕໍ່​ການ​ລົງ​ໂທດ​ຢ່າງ​ເປັນປົກກະຕິ ພາຍ​ໃຕ້​ອຳນາດ​ທີ່​ມີ​ຢູ່​ນັ້ນ ອັນ​ເປັນ​ການ​
ເຕືອນ ຕໍ່​ບັນດາ​ບໍລິສັດ ​ແລະ​ສ່ວນ​ບຸກຄົນ​ທີ່​ພົວພັນ​ກັບ​ກິດຈະການ​ໃນ​ການແຜ່ຜາຍ
ລູກ​ສອນ​ໄຟ ​ກັບ​ອີຣ່ານ ​ເກົາຫລີ​ເໜືອ ​ແລະ​ຊີ​ເຣຍ.”

ພາຍ​ໃຕ້​ການ​ລົງ​ໂທດສະບັບ​ໃໝ່ 30 ສ່ວນ​ບຸກຄົນ​ ຫລື​ບັນດາ​ບໍລິສັດ​ເຫລົ່ານີ້ຈະຖືກ
​ຫ້າມ​ບໍ່​ໃຫ້​ເຮັດສັນຍາ​ຈ້າງ​ ກັບ​ລັດຖະບານ​ສະຫະລັດ​ແລະ​ຫ້າມ​ບໍ່​ໃຫ້​ໃຊ້​ໂຄງການ​
ຊ່ວຍ​ເຫລືອຂອງ​ລັດຖະບານ​ກາງ​ເປັນ​ເວລາ​ສອງ​ປີ.

ຮູບພາບບັນທຶກໃນປີ 2016 ທີ່ເຫັນລູກສອນໄຟຂີປະນາວຸດ ໄລຍະຍາວ Emad ຂອງອີຣ່ານ
ຮູບພາບບັນທຶກໃນປີ 2016 ທີ່ເຫັນລູກສອນໄຟຂີປະນາວຸດ ໄລຍະຍາວ Emad ຂອງອີຣ່ານ

ຖ້າ​ຫາກ​ບໍລິສັດ ​ຫລື​ສ່ວນ​ບຸກຄົນ​ມີ​ໃບ​ອະນຸຍາດ ທີ່​ຈະ​ໂອນ​ສິນຄ້າ​ຂາອອກ ສິ່ງ
​ເຫລົ່າ​ນັ້ນ​ຈະ​ຖືກໂຈະ​ໄວ້ ​ແລະ​ຄຳ​ຮ້ອງ​ຂໍ​ໃບ​ອະນຸຍາດໃໝ່​ຈະ​ຖືກ​ປະ​ຕິ​ເສດ.

ບັນດາ​ບໍລິສັດ​ທີ່​ໄດ້​ກ່າວ​ເຖິງ​ໃນ​ການ​ລົງ​ໂທດ ​ແມ່ນຮວມທັງບໍລິສັດ Shenzhen
Yataida High-Tech ຂອງ​ຈີນ Sinotect, Graphite Corporation ​ແລະ
ບໍລິສັດ Beijing Zhong Ke Electric, ພ້ອມ​ທັງບໍລິສັດ Saeng Pil Trading
ຂອງ​ເກົາຫລີ​ເໜືອ ​ແລະບໍລິສັດ Mabrooka Trading ຢູ່​ໃນ​ສະຫະ ລັດ​ອາຣັບ​
ເອ​ເມີ​ເຣັສ.

ອ່ານຂ່າວນີ້ເພີ້ມເປັນພາອັງກິດ

XS
SM
MD
LG