ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລົງໂທດບັນດາບໍລິສັດ ທີ່ເຊື່ອມໂຍງການຄ້າຄຳ ເພື່ອໃຫ້ທຶນແກ່ພວກນັກລົບແວກເນີ


ຮູບພາບທີ່ບໍ່ຮູ້ວັນທີ ເຜີຍແຜ່ໂດຍກອງທັບຝຣັ່ງ ສະແດງໃຫ້ເຫັນທະຫານຮັບຈ້າງຣັດຊຍ ກຳລັງຂຶ້ນເຮືອບິຍເຮລິຄອບເຕີ ຢູ່ທາງພາເໜືອມາລີ.
ຮູບພາບທີ່ບໍ່ຮູ້ວັນທີ ເຜີຍແຜ່ໂດຍກອງທັບຝຣັ່ງ ສະແດງໃຫ້ເຫັນທະຫານຮັບຈ້າງຣັດຊຍ ກຳລັງຂຶ້ນເຮືອບິຍເຮລິຄອບເຕີ ຢູ່ທາງພາເໜືອມາລີ.

ສະຫະລັດ ໃນວັນອັງຄານວານນີ້ໄດ້ກ່າວຫາບັນດາບໍລິສັດຢູ່ໃນປະ​ເທດ ສະຫະລັດ ອາຣັບ ເອເມີເຣັສ, ສາທາລະນະລັດອາຟຣິກາກາງ ແລະຣັດເຊຍ ກ່ຽວ​ກັບ ການພົວພັນໃນ​ການ​ຄ້າ​ຂາຍ​ຄຳ​ທີ່​ຜິດ​ກົດ​ໝາຍ ເພືື່ອຊ່ວຍເປັນທຶນໃຫ້ ແກ່ພວກນັກລົບທະຫານຮັບຈ້າງກຸ່ມແວກເນີຂອງຣັດເຊຍ.

ກະຊວງການເງິນສະຫະລັດ ໄດ້ກ່າວຢູ່ໃນຖະແຫລງການວ່າ ຕົນໄດ້ລົງໂທດສີ່ ບໍລິສັດທີ່ເຊື່ອມໂຍງກັບ​ກຸ່ມແວກເນີ ແລະຜູ້ນຳຂອງ​ເຂົາ​ເຈົ້າ ທ່ານເຢຟເກນີ ປຣີໂກຊິນ ທີ່ເຂົາ​ເຈົ້າ​ໄດ້ການກ່າວຫາວ່າ​ຖືກ ໃຊ້ເພື່ອ ຊ່ວຍໃນ​ການຈ່າຍເງິນ​ໃຫ້ແກ່ກຳລັງທະຫານຮັບຈ້າງທີ່ສູ້ລົບໃນຢູເຄຣນ ແລະ ທຳການປະຕິບັດງານ ເພື່ອສະໜັບສະໜູນຜົນປະໂຫຍດຂອງຣັດເຊຍຢູ່ໃນອາຟຣິກາ.

“ກຸ່ມແວກເນີ ຈັດ​ຫາ​ທຶນ​ສຳ​ລັບການປະຕິບັດງານທີ່​ໂຫດ​ຮ້າຍ​ຂອງ​ພວກ​ເຂົາ ສ່ວນ​ນຶ່ງ​ຈາກ​ການ​ເອົາ​ລັດ​ເອົາ​ປຽບແຫຼ່ງ​ຊັບພະຍາກອນທຳມະຊາດໃນ ປະເທດຕ່າງໆເຊັ່ນສາທາລະນະລັດອາຟຣິກາກາງ ແລະມາລີ. ສະຫະລັດ ຈະສືຶບຕໍ່ເພື່ອແນເປົ້າໃສ່ການຫລັ່ງໄຫຼລາຍໄດ້ຂອງກຸ່ມແວກເນີ ເພື່ອຫລຸດ ຜ່ອນການຂະຫຍາຍຂະ​ຫຍາຍ​ຕົວ​ຂອງ​ເຂົາ​ເຈົ້າ ແລະຄວາມຮຸນແຮງຢູ່ໃນ ອາຟຣິກາ, ຢູເຄຣນ ແລະແຫ່ງອື່ນໆ” ທີ່ທ່ານບຣາຍອັນ ແນລສັນ ຮອງລັດ ຖະມົນຕີກະຊວງການເງິນທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ລັດ​ທິກໍ່ການຮ້າຍ ແລະ ການສືບລັບດ້​ານການເງິນ, ໄດ້ກ່າວຢູ່ໃນຖະແຫລງການສະ​ບັບ​ນຶ່ງ.

ກະຊວງຕ່າງປະເທດ ໄດ້ກ່າວວ່າ ການລົງໂທດບໍ່ໄດ້ພົວພັນກັບການກໍ່ກະບົດ ໄລຍະສັ້ນຂອງກຸ່ມແວກເນີ ເມື່ອທ້າຍສັບປະດາອາທິດແລ້ວນີ້ຕໍ່ ປະທານາທິ ບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ແລະການນຳພາຂອງກະຊວງປະປ້ອງກັນ ປະເທດຂອງຣັດເຊຍ ໃນການຮັບມືສົງຄາມຕ້ານຢູເຄຣນຂອງຣັດເຊຍ. ການ ລົງໂທດຈະກີດກັ້ນຊັບສິນໃດໆທີ່ບໍລິສັດຕ່າງໆມີຢູ່ໃນ ສະຫະລັດ ແລະຫ້າມເຂົາ ເຈົ້າຈາກການພົວພັນຢູ່ໃນການ​ເຮັດຂໍ້ຕົກລົງໃໝ່ໃນ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG