ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ຈີນ ທີ່ມີບົດບາດ ໃນການຂົ່ມເຫັງ ທາງດ້ານສາສະໜາ


ທ່ານ Antony Blinken (ຂວາ), ລັດຖະມົນຕີການຕ່າງປະເທດ ສຫລ ແລະທ່ານ Dan Nadel (ຊ້າຍ), ເຈົ້າໜ້າທີ່ຂັ້ນສູງດ້ານເສລີພາບທາງສາສະໜາ ກໍາລັງຍ່າງອອກຈາກກອງປະຊຸມຖະແຫລງຂ່າວ ຫລັງຈາກໄດ້ປະກາດບົດລາຍງານດ້ານເສລີພາບທາງສະສະໜາໃນກະຊວງການຕ່າງປະເທດແລ້ວ
ທ່ານ Antony Blinken (ຂວາ), ລັດຖະມົນຕີການຕ່າງປະເທດ ສຫລ ແລະທ່ານ Dan Nadel (ຊ້າຍ), ເຈົ້າໜ້າທີ່ຂັ້ນສູງດ້ານເສລີພາບທາງສາສະໜາ ກໍາລັງຍ່າງອອກຈາກກອງປະຊຸມຖະແຫລງຂ່າວ ຫລັງຈາກໄດ້ປະກາດບົດລາຍງານດ້ານເສລີພາບທາງສະສະໜາໃນກະຊວງການຕ່າງປະເທດແລ້ວ

ສະຫະລັດໄດ້ລົງໂທດເຈົ້າໜ້າທີ່ພັກຄອມມູນິດຈີນທີ່ມີສ່ວນກ່ຽວຂ້ອງກັບ “ການລະເມີດສິດທິມະນຸດຢ່າງກວ້າງຂວາງ, ຄືການກັກຂັງພວກນັກປະຕິບັດຕາມສາສະໜາຟາລຸນ ກົງ (Falun Gong) ຢ່າງຜິດກົດໝາຍຍ້ອນຄວາມເຊື່ອທາງສາສະໜາຂອງພວກເຂົາເຈົ້າ.”

ມາດຕະການລົງໂທດຕໍ່ທ່ານ ຢູ ຫຸຍ (Yu Hui), ອະດີດຫົວໜ້າກຸ່ມຊີ້ນຳຂັ້ນສູນກາງກ່ຽວກັບການປ້ອງກັນແລະຈັດການກັບສາສະໜາທີ່ແປກແນວ, ໃນເມືອງ ເຊງດູ (Chengdu), ແຂວງຊີສວນ, ໄດ້ປະກາດອອກມາໃນຂະນະທີ່ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນໄດ້ເປີດເຜີຍບົດລາຍງານປະຈຳປີ 2020 ຂອງກະຊວງຕ່າງປະເທດກ່ຽວກັບເສລີ ພາບທາງສາສະໜາສາກົນ https://www.state.gov/reports/2020-report-on-international-religious-freedom/

ທ່ານບລິງເກັນ ກ່າວໃນກອງປະຊຸມຖະແຫລງຂ່າວໃນວັນພຸດວານນີ້ວ່າ: "ທ່ານ ຢູ ຫຸຍ (Yu Hui) ແລະຄອບຄົວຂອງລາວ ບໍ່ມີສິດເໝາະສົມ ໃນການເຂົ້າມາສະຫະລັດແລ້ວບັດນີ້."

ຫົວນັກການທູດສະຫະລັດຄົນນີ້ກ່າວຕື່ມອີກວ່າຈີນ "ໄດ້ເຮັດໃຫ້ການສະແດງອອກທາງສາສະໜາໃຫ້ເປັນເລື້ອງຜິດກົດໝາຍທາງອາຍາຢ່າງກວ້າງຂວາງ, ແລະສືບຕໍ່ກໍ່ອາຊະຍາກຳຕ້ານມະນຸດຊາດ ແລະການຂ້າລ້າງເຜົ່າພັນຕໍ່ຊາວມຸສລິມວີເກີ ແລະສະມາຊິກຂອງກຸ່ມສາສະໜາແລະຊົນກຸ່ມນ້ອຍຕ່າງໆ."

ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດກ່າວວ່າ ການລະບຸຊື່ເຈົ້າໜ້າທີ່ຈີນທີ່ຂົ່ມເຫັງພວກປະຕິບັດຕາມສາສະໜາຟາລຸງ ກົງ ແມ່ນບໍ່ເຄີຍມີມາກ່ອນ.

ທ່ານດານຽວ ແນແດລ (Daniel Nadel), ຫົວໜ້າຫ້ອງການເສລີພາບດ້ານສາສະໜາສາກົນຂອງກະຊວງການຕ່າງປະເທດໄດ້ກ່າວຕໍ່ວີໂອເອຜ່ານທາງ Skype ໃນວັນພຸດວານນີ້ວ່າ "ການລະບຸຊື່ໃນມື້ນີ້ ແມ່ນຄັ້ງທຳອິດທີ່ພວກເຮົາໄດ້ເວົ້າຊື່ເຈົ້າໜ້າທີ່ອອກມາແບບສະເພາະເຈາະຈົງ ສຳລັບການລ່ວງລະເມີດຕໍ່ຜູ້ປະຕິບັດທາງສາສະໜາ ຟາລຸນ ກົງ.”

“ລັດຖະບານປັກກິ່ງສະແດງຄວາມອອກເຖິງບໍ່ເຄົາລົບຕໍ່ເສລີພາບທາງສາສະ ໜາ, ແລະໃຊ້ຄວາມຮຸນແຮງຕໍ່ຜູ້ທີ່ເຊື່ອຖືສາດສະໜາທຸກຢ່າງ, ລວມທັງຊາວວີເກີ, ຊາວພຸດທິເບດ, ພວກນັບຖືສາສະໜາຄຣິສຕຽນນິກາຍໂປຣແຕັສຕັງ, ກາໂຕລິກ ແລະ ຟາລຸນ ກົງ. ມັນແມ່ນບັນຫານຶ່ງທີ່ພວກເຮົາມີຄວາມເປັນຫ່ວງຢ່າງເລິກເຊິ່ງ,” ນັ້ນຄືຄໍາເວົ້າຂອງທ່ານ ແນແດລ ໂດຍກ່າວເຖິງອິດສະຫຼະພາບທາງສາສະໜາເປັນຄຸນຄ່ານິຍົມທົ່ວໄປ.

ລາຍງານກ່າວວ່າ ຈີນສືບຕໍ່ປະຕິເສດສິດເສລີພາບທາງສາສະໜາ, ໂດຍສະເພາະແມ່ນຕໍ່ສະມາຊິກຂອງຟາລຸນ ກົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG