ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ຊາວອີຣ່ານ 5 ຄົນ ທີ່ພົວພັນກັບການປາບປາມການປະທ້ວງ, ຂ່າວອອນລາຍ

ແຟ້ມພາບ - ບັນດາຜູ້ປະທ້ວງເດີນຂະບວນຜ່ານລັດຖະສະພາບສະຫະລັດ ໃນນະຄອນວໍຊິງຕັນ ໃນວັນທີ 17 ທັນວາ 2022, ເຊິ່ງເປັນການໂຮມຊຸມນຸມ ແລະເຝົ້າເບິ່ງ ທີ່ເປັນນໍ້ານຶ່ງໃຈດຽວກັນກັບການໂຮມຊຸມນຸມຢູ່ໃນອີຣ່ານ ແລະ ເພື່ອເປັນການສະແດງຄວາມເຄົາລົບຕໍ່ຜູ້ປະທ້ວງທີ່ໄດ້ຖືກສັງຫານໂດຍລັດຖະບານອີຣ່ານ ໃນການປາບປາມພວກເຂົາເຈົ້າ

ສະຫະລັດ ໃນວັນຈັນວານນີ້ ໄດ້ວາງມາດຕະການລົງໂທດ ເຈົ້າໜ້າທີ່ອາວຸໂສ ຂອງອີຣ່ານ 4 ຄົນ ທີ່ຖືກກ່າວວ່າ ເປັນຜູ້ຮັບຜິດຊອບໃນ "ການປາບປາມຢ່າງໂຫດຮ້າຍ" ຂອງການປະທ້ວງ ທີ່ເກີດຂຶ້ນໃນປີກາຍນີ້ ຕໍ່ຕຳຫຼວດສິນທຳຂອງເຕຫະຣ່ານ (Tehran) ສຳລັບການຈັບກຸມ ແລະ ການເສຍຊີວິດຂອງແມ່ຍິງໄວໜຸ່ມຄົນໜຶ່ງທີ່ຖືກຄວບຄຸມຕົວຍ້ອນບໍ່ໃສ່ຮີຈາບຢ່າງຖືກຕ້ອງ.

ສະຫະລັດ​ຍັງ​ໄດ້​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ຄົນ​ທີ 5 ທີ່ຖືກກ່າວ​ວ່າ ​ໄດ້​ປິດກັ້ນ​ເວັບ​ໄຊ​ຂ່າວ​ອອນ​ລາຍ ​ທີ່​ໄດ້ຮັບ​ຄວາມ​ນິຍົມ ​ແລະ​ສອດ​ແນມນັກ​ຂ່າວ ​ແລະ​ພວກ​ທີ່​ຄັດຄ້ານ.

ການ​ດຳເນີນການດັ່ງກ່າວ ​ຂອງ​ກະຊວງ​ການ​ເງິນແມ່ນ​ເປັນ​ຄັ້ງ​ທີ 11 ທີ່​ສະຫະລັດ​ໄດ້​ລົງ​ບັນຊີ​ດຳ​ເຈົ້າ​ໜ້າ​ທີ່​ອີຣ່ານ ທີ່​ພົວພັນ​ກັບ​ການ​ເສຍ​ຊີວິດ​ຂອງ​ນາງມາຊາ ອາມີນີ (Mahsa Amini) ອາຍຸ 22 ປີ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ແມ່ນ​ເປັນ​ການ​ປະສານ​ງານ​ກັບ​ອັງກິດ, ​ເຊິ່ງ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ເຊັ່ນ​ດຽວ​ກັນ​ຕໍ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອີຣ່ານ.

ພວກ​ປະ​ທ້ວງ​ຊາວ​ອີ​ຣ່ານ​ຫລາຍ​ຮ້ອຍ​ຄົນ​ໄດ້ຖືກສັງຫານ​ໃນ​ການ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ, ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະຫງົບ ແລະ​ຕໍາ​ຫຼວດທີ່ມີ​ຈຳ​ນວນ​ໜ້ອຍກວ່າຫຼາຍ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG