ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດລົງໂທດ 17 ​​ເປົ້າ​ໝາຍ ໃນຈີນ ແລະເມັກຊິໂກ ​ທີ່ຜະລິດຢາເຟັນຕານິລ


ຖົງຢາງໃສ່ຢາເຟັນຕານິລ ທີສະແດງໃຫ້ເຫັນຢູ່ເທິ່ງໂຕະ ຫ້ອງການພາສີ ແລະປ້ອງກັນຊາຍແດນ ສະຫະລັດ ທີ່ເຂດສົ່ງເຂົ້້າມາຈາກຕ່າງປະເທດ ຢູ່ສະໜາມບິນສາກົນ O'Hare ນະຄອນຊິຄາໂກ Interມັນທີ 29 ຕຸລາ 2017
ຖົງຢາງໃສ່ຢາເຟັນຕານິລ ທີສະແດງໃຫ້ເຫັນຢູ່ເທິ່ງໂຕະ ຫ້ອງການພາສີ ແລະປ້ອງກັນຊາຍແດນ ສະຫະລັດ ທີ່ເຂດສົ່ງເຂົ້້າມາຈາກຕ່າງປະເທດ ຢູ່ສະໜາມບິນສາກົນ O'Hare ນະຄອນຊິຄາໂກ Interມັນທີ 29 ຕຸລາ 2017

ສະຫະລັດໄດ້ລົງໂທດ 17 ສ່ວນບຸກຄົນ ແລະບັນດາບໍລິສັດຂອງຈີນ ແລະເມັກຊິໂກ ໃນວັນອັງຄານວານນີ້ ​ໂດຍກ່າວຫາ​ພວກເຂົາ ໃນການສະ​ໜອງອຸບປະກອນ​ໃຫ້​ແກ່ກຸ່ມຄ້າຢາເສບຕິດເມັກຊິໂກ ເພື່ອໃຊ້ຜະລິດຢາເຟັນຕາ​ນິ​ລປອມທີ່​ຮ້າຍ​ແຮງ​ ສຳ​ລັບຕະຫລາດສະຫະລັດ.

ການເຄື່ອນໄຫວໂດຍກະຊວງການເງິນສະຫະລັດ ປະສານງານກັບລັດຖະບານເມັກຊິກໂກ ເປັນສ່ວນນຶ່ງການທັບມ້າງຕໍ່ການຫລັ່ງໄຫລ​ຂອງ​ຢາ​ເຟັນ​ຕາ​ນິ​ລແລະຢາເສບ ຕິິດທີ່ຜິດກົດໝາຍອື່ນໆຈາກເມັກຊິໂກ ທີ່ກຳລັງເອົາຊີວິດຂອງຊາວອາເມຣິກັນຫລາຍສິບພັນຄົນ.

ເກົ້າບໍລິສັດ ແລະແປດສ່ວນບຸກຄົນ ໄດ້ຖືກລົງໂທດໃນວັນອັງຄານວານນີ້ ທີີ່ມີຄວາມຮັບຜິດຊອບ “ໂດຍກົງ ຫຼື​ໂດຍ​ທາງ​ອ້ອມ” ທີ່ໄດ້ພົວພັນໃນການຂາຍເຄື່ອງຈັກຜະລິດຢາ ແລະອຸບປະກອນອື່ນໆ ທີ່ໃຊ້ຈໍ້າຕີກາປອມ ດ້ວຍການປອມແປງເຮັດໃຫ້ຄືກັບຢາແທ້ທີ່ກະຊວງການເງິນໄດ້ກ່າວຢູ່ໃນຖະແຫລງການ. ຢາມັກຈະມັດຕິດກັບເຟັນຕາ​ນິ​ລ ແລະຂາຍທາງອອນລາຍ ຫລືຢູ່ຕາມຖະໜົນໃຫ້ແກ່ລູກຄ້າຊາວອາເມຣິກັນທີ່ບໍ່ມີ​ຄວາມ​ສົງ​ໄສ.

“ການລົງໂທດຂອງກະຊວງການເງິນ ແນເປົ້າໝາຍໃສ່ທຸກໆລະດັບຂອງເຄືອຂ່າຍບໍລິ ການຮ້າຍແຮງທີ່ກຳລັງເພີ້ມຂຶ້ນ ໃນການເປັນຜິດຂອງເຟັນຕາ​ນິ​ລ ແລະເສຍຊີວິດຢູ່ທົ່ວປະເທດ” ​ຮອງລັດຖະມົນຕີຂອງກະຊວງການເງິນ ​ຮັບ​ຜິດ​ຊອບການກໍ່ການຮ້າຍ ແລະສືບລັບການເງິນ ທີ່ທ່ານບຣາຍອັນ ອີ ແນວສັນ ໄດ້ກ່າວຢູ່ໃນຖະແຫລງການ. “ພວກ ເຮົາຍັງຮັກສາຄວາມໝັ້ນໝາຍທີ່ຈະໃຊ້ອຳນາດທັງໝົດໃນການຕໍ່ຕ້ານບັນດາບຸກຄົນ ທີ່ຜະລິດຢາຜິດກົດໝາຍ ເພື່ອລົບກວນການຜະລິດທີ່ເຮັດໃຫ້ມີການເສຍຊີວິດຢູ່ທົ່ວໂລກ ແລະ​ຕໍ່ຕ້ານການຂົ່ມຂູ່ ທີ່ມີ​ຂຶ້ນ​ຈາກບັນດາຢາເສບຕິດເຫລົ່ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG