ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ສຫລ ຮັບຟັງຄະດີ ທີ່ອາດ ເປີດໂອກາດ ໃຫ້ມີ ການແຕ່ງງານ ຂອງພວກ ຮັກຮ່ວມເພດ (ວີດິໂອ)


ຜູ້ປະທ້ວງຄົນນຶ່ງ ຍົກພະຄໍາພີຂຶ້ນ ເພື່ອຕ້ານການແຕ່ງງານຂອງຄົນຮັກຮ່ວມເພດດຽວກັນ ໃນຂະນະເດີນຂະບວນຢູ່ສານສູງສຸດ ໃນນະຄອນຫລວງ Washington ໃນຂະນະທີ່ສານດັ່ງ ກ່າວຮັບຟັງຄະດີ, ກົດໝາຍລັດຄາລິຟໍເນຍໄດ້ຫ້າມບໍ່ໃຫ້ມີການແຕ່ງງານ ລະຫວ່າງຄົນເພດດຽວກັນ ຢູ່ໃນລັດດັ່ງກ່າວ ໃນວັນທີ 26 ມີນາ 2013.
ຜູ້ປະທ້ວງຄົນນຶ່ງ ຍົກພະຄໍາພີຂຶ້ນ ເພື່ອຕ້ານການແຕ່ງງານຂອງຄົນຮັກຮ່ວມເພດດຽວກັນ ໃນຂະນະເດີນຂະບວນຢູ່ສານສູງສຸດ ໃນນະຄອນຫລວງ Washington ໃນຂະນະທີ່ສານດັ່ງ ກ່າວຮັບຟັງຄະດີ, ກົດໝາຍລັດຄາລິຟໍເນຍໄດ້ຫ້າມບໍ່ໃຫ້ມີການແຕ່ງງານ ລະຫວ່າງຄົນເພດດຽວກັນ ຢູ່ໃນລັດດັ່ງກ່າວ ໃນວັນທີ 26 ມີນາ 2013.
ໃນວັນພຸດມື້ນີ້ ສານສູງສຸດຂອງສະຫະລັດ ຮັບຟັງຄະດີທີສອງ
ໃນຈໍານວນສອງຄະດີ ທີ່ອາດຈະເປີດໂອກາດ ໃຫ້ແກ່ການ
ແຕ່ງງານຂອງພວກຮັກຮ່ວມເພດ ຢູ່ໃນທົ່ວສະຫະລັດ.

ຜູ້ພິພາກສາ 9 ຄົນຈະພິຈາລະນາກົດໝາຍປ້ອງກັນການແຕ່ງງານ
ຊຶ່ງ ແມ່ນກົດໝາຍລັດຖະບານກາງ ທີ່ນິຍາມການແຕ່ງງານວ່າ
ເປັນການຢູ່ ກິນຮ່ວມກັນລະຫວ່າງຜູ້ຊາຍແລະຜູ້ຍິງ. ຄໍານິຍາມ
ດັ່ງກ່າວບໍ່ອະນຸຍາດ ໃຫ້ຄູ່ສົມລົດ ທີ່ເປັນເພດດຽວກັນ ໄດ້ຮັບ
ຜົນປະໂຫຍດໃດນຶ່ງ ຈາກລັດຖະບານກາງ ເຊັ່ນການໄດ້ຮັບເງິນ
ສະຫວັດດີການສັງຄົມຂອງຄູ່ສົມລົດ ທີ່ຍັງມີຊີວິດຢູ່ ແລະການ
ຫັກຄ່າພາສີທີ່ຄູ່ສົມລົດລະຫວ່າງຄົນຕ່າງເພດ ໄດ້ຮັບນັ້ນ.

ກົດໝາຍປ້ອງກັນການແຕ່ງງານ ແມ່ນໄດ້ມີການຟ້ອງຮ້ອງໂດຍແມ່ຕູ້ Edie Winder ຍິງ
ຊະລາ ທີ່ຖືກສັ່ງໃຫ້ຈ່າຍພາສີ ສືບທອດມໍລະດົກຂອງລັດຖະບານກາງ ເປັນເງິນຈໍານວນ
ຫລວງຫລາຍ ພາຍຫລັງທີ່ຄູ່ ຄູ່ຮັກຮ່ວມເພດຂອງລາວ ເສຍຊີວິດໄປໃນປີ 2009. ແມ່ຕູ້
Winder ເວົ້າວ່າ ກົດໝາຍດັ່ງກ່າວ ໄດ້ກີດກັນບໍ່ໃຫ້ລາວໄດ້ຮັບການຮັບປະກັນຕາມລັດ
ຖະທໍາມະນູນ ໃນການໄດ້ຮັບການປົກປ້ອງຢ່າງສະເໝີພາບພາຍໃຕ້ກົດໝາຍນັ້ນ.


ນອກນັ້ນ ລັດຖະບານຂອງທ່ານໂອບາມາ ຍັງເວົ້າວ່າ ກົດໝາຍປ້ອງ ກັນການແຕ່ງງານ ແມ່ນບໍ່ຖືກຕ້ອງຕາມລັດຖະທໍາມະນູນ ແລະກໍໄດ້ປະຕິເສດ ທີ່ຈະໃຫ້ການປົກປ້ອງຕໍ່ກົດ
ໝາຍດັ່ງກ່າວຢູ່ໃນສານ.

ສານໄດ້ຮັບຟັງການໂຕ້ແຍ້ງໃຫ້ເຫດຜົນ ກ່ຽວກັບຄະດີທຳອິດ ເປັນເວລາດົນກວ່ານຶ່ງຊົ່ວ
ໂມງ ໃນວັນອັງຄານວານນີ້ ຊຶ່ງກົດໝາຍລັດຄາລິຟໍເນຍໄດ້ຫ້າມບໍ່ໃຫ້ມີການແຕ່ງງານລະ
ຫວ່າງຄົນເພດດຽວກັນ ຢູ່ໃນລັດດັ່ງກ່າວ ແລະພິຈາລະນາວ່າ ກົດໝາຍສະບັບນີ້ລະເມີດ
ຂໍ້ກຳນົດໃນການໄດ້ຮັບການປົກປ້ອງຢ່າງສະເໝີພາບພາຍໃຕ້ລັດຖະທໍາມະນູນສະຫະລັດ
ຫລືບໍ່.
XS
SM
MD
LG