ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ແລະເກົາຫຼີໃຕ້ ຍົກລະດັບ ການກຽມພ້ອມ ຂຶ້ນອີກ (ສະໄລດ໌/ວີດິໂອ)


Koreas
please wait
Embed

No media source currently available

0:00 0:01:20 0:00
ກຳລັງທະ​ຫານ​ສະຫະລັດ ​ແລະ​ເກົາຫລີ​ໃຕ້ໄດ້ເພີ້​ມລະດັບ​ການ​
ເຕືອນໄພ​ຂື້ນ ​ໃນການຄາດ​ຄະ​ເນທີ່ວ່າ ອາດ​ຈະ​ມີ​ການ​ຍິງທົດ
​ລອງ​ລູກ​ສອນ​ໄຟ​ຂອງ​ເກົາຫລີ​ເໜືອ​.

ອົງການ​ຂ່າວ Yonhap ຊຶ່ງ​ເປັນ​ອົງການ​ຂ່າວ​ເຄິ່ງທາງ​ການ​
ຂອງ​ເກົາຫຼີ​ໃຕ້ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ກໍາລັງ​ທະ​ຫານຂອງ​
ປະ​ເທດ​ທັງ​ສອງ ​ປັດ​ຈຸບັນ​ນີ້ ຢູ່​ໃນ​ລະດັບ ການ​ກຽມພ້ອມ​ຂັ້ນ
ທີ​ສອງ ຫຼື WatchCon2 ຊຶ່ງ​ເປັນ​ລະດັບ​ທີ່​ສະ​ແດງ​ໃຫ້​ເຫັນ
ວ່າ ​ເປັນ​ການ​ຂົ່ມຂູ່ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ.

ລາຍງານກ່າວວ່າ ເກົາຫລີເໜືອ​ແມ່ນຢູ່​ໃນຂັ້ນສຸດທ້າຍ ຂອງ
ການກຽມພ້ອມທີ່ ຈະ​ຍິງທົດລອງລູກສອນໄຟໄລຍະກາງ ທີ່
ເຮັດໃຫ້ບັນດາເພື່ອນບ້ານກັງວົນໃຈ.



ພວກນັກວິເຄາະຈໍານວນນຶ່ງຄາດວ່າ ການທົດລອງດັ່ງກ່າວຈະມີຂື້ນໃນລະຫວ່າງວັນ
ຈັນຈະ​ມານີ້ ຊຶ່ງເປັນວັນເກີດຂອງມື້ລາງ ຜູ້ກໍ່ຕັ້ງເກົາຫລີ​ເໜືອ ທ່ານ Kim Il Sung.

ລັດຖະມົນຕີການຕ່າງປະເທດເກົາຫລີໃຕ້ ທ່ານ Yun Byung-Se ກ່າວຕໍ່ບັນດາ
ຜູ້ແທນສະພາ ໃນວັນພຸດມື້ນີ້ວ່າ ມັນ “ເປັນໄປໄດ້ສູງ” ທີ່ເກົາຫລີເໜືອ ຈະ ຍິງທົດ
ລອງ ລູກ​ສອນ​ໄຟ​ຊະນິດ​ໃໝ່​ຂອງ​ຕົນ “​ໄດ້ທຸກເວລາ.”

ເກົາຫລີໃຕ້ ຍີ່ປຸ່ນ ຫລືເກາະ Guam ຊຶ່ງ​ເປັນ​ດິນ​ແດນ​ທີ່ຢູ່​ໃນ​ຄວາມ​ຄຸ້ມ​ຂອງ ຂອງ​
ສະຫະລັດ ອາດຈະຢູ່ໃນລັດສະໝີ​ຂອງລູກສອນໄຟ Musudan ທີ່ຍັງບໍ່ໄດ້ທົດລອງ
ມາ​ກ່ອນ. ລາຍງານທີ່ບໍ່ມີ​ການ​ຢືນຢັນ ຍັງສະເໜີ​ແນະວ່າ ພຽງຢາງ ກໍາລັງຕຽມຍິງລົດ
ລອງລູກສອນຊະນິດ​ອື່ນໆ ພ້ອມໆ​ກັນ​ນຳ​ດ້ວຍ.

ຜູ້ບັນຊາການທະຫານສະຫະລັດ ໃນເຂດປາຊິຟິກ ຢືນຢັນວ່າ ເກົາຫລີເໜືອ ໄດ້ຍ້າຍ
ລູກສອນໄຟ Musudan ​ໄປ​ຍັງ​ເຂດ​ແຄມ​ຝັ່ງ​ທະ​ເລພາກຕາເວັນອອກ ໃນອັນ​ທີ່​ປະ
ກົດ​ວ່າ​ເປັນ​ການ​ກະກຽມ​ທີ່​ຈະ​ຍິງ​ທົດ​ລອງ. ​ໃນ​ການໃຫ້ການຕໍ່​ສະພາ ສູງ​ສະຫະລັດ ໃນວັນອັງຄານວານ​ນີ້ ພົນເຮືອ​ເອກ Samuel Locklear ເນັ້ນ ໜັກວ່າ ລູກສອນໄຟ​ໃດໆກໍຕາມຂອງເກົາຫລີເໜືອ ອາດ​ຈະ​ຖືກ​ຍິງ​ທຳລາຍ ຖ້າ ຫາກມັນ​ເປັນ​ໄພ​ຂົ່ມຂູ່​ໂດຍກົງ ຕໍ່ສະຫະລັດ ຫຼືປະ​ເທດພັນມະມິດ.

North Korea Deadline
please wait
Embed

No media source currently available

0:00 0:01:32 0:00
ລິງໂດຍກົງ
XS
SM
MD
LG