ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແລະເກົາຫຼີໃຕ້ ພວມພິຈາລະນາ ຍຸຕິ ກຸ່ມປະສານງານເລື້ອງເກົາຫຼີເໜືອ ທີ່ກາຍເປັນບັນຫານອງນັນ


ທ່ານໂນ ກີຢູ-ດັກ (Noh Kyu-duk (R), ຜູ້ຕາງໜ້າພິເສດປະຈຳແຫຼມເກົາຫຼີ ຮັບຜິດຊອບກິດຈະການ ສັນຕິພາບ ແລະຄວາມໝັ້ນຄົງ, ພວມເຈລະຈາກັລ ທ່ານຊັງ ກິມ (Sung Kim (L), ຜູ້ຕາງໜ້າພິເສດ ສຳລັບເກົາຫຼີເໜືອ, ໃນລະຫວ່າງກອງປະຊຸມສອງຝ່າຍ ຢູ່ທີ່ໂຮງແຮມ ໃນນະຄອນຫຼວງໂຊລ.
ທ່ານໂນ ກີຢູ-ດັກ (Noh Kyu-duk (R), ຜູ້ຕາງໜ້າພິເສດປະຈຳແຫຼມເກົາຫຼີ ຮັບຜິດຊອບກິດຈະການ ສັນຕິພາບ ແລະຄວາມໝັ້ນຄົງ, ພວມເຈລະຈາກັລ ທ່ານຊັງ ກິມ (Sung Kim (L), ຜູ້ຕາງໜ້າພິເສດ ສຳລັບເກົາຫຼີເໜືອ, ໃນລະຫວ່າງກອງປະຊຸມສອງຝ່າຍ ຢູ່ທີ່ໂຮງແຮມ ໃນນະຄອນຫຼວງໂຊລ.

ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌ ສະຫະລັດແລະເກົາຫຼີໃຕ້ ໄດ້ຕົກລົງທີ່ຈະພິຈາລະນາຍົກເລີກ ກຸ່ມປະຕິງານທີ່ໄດ້ຈັດຕັ້ງຂຶ້ນມາເພື່ອປະສານງານກັນໃນເລື້ອງນະໂຍບາຍຂອງເກົາຫຼີເໜືອ ອີງຕາມກະຊວງການຕ່າງປະເທດຂອງໂຊລ ທີ່ໄດ້ກ່າວໄປ ໃນວັນອັງຄານມື້ນີ້ ຫຼັງຈາກທີ່ ຕົນໄດ້ເຫັນວ່າ ເປັນວິທີທາງສຳລັບວໍຊິງຕັນທີ່ຈະກີດຂວາງ ໂຄງການໃດ​ໆ ລະຫວ່າງສອງເກົາຫຼີນັ້ນ.

ໃນລະຫວ່າງການເຈລະຈາລະຫວ່າງຜູ້ຕາງໜ້າພິເສດຂອງສະຫະລັດປະຈຳເກົາຫຼີເໜືອ ທ່ານຊັງ ກິມ ແລະຄູ່ຕຳແໜ່ງຂອງທ່ານຈາກເກົາຫຼີໃຕ້ ທ່ານໂນ ກີຢູ-ດັກ ໃນວັນຈັນວານນີ້ ທັງສອງໄດ້ຕົກລົງເຫັນດີ ທີ່ຈະ “ເບິ່ງຄືນວ່າ ການຍຸຕິກຸ່ມປະຕິບັດງານ” ໃນຂະນະດຽວກັນ ຍົກລະດັບການປະສານງານຢູ່ໃນຂັ້ນອື່ນໆ ອີງຕາມຖະແຫລງການຂອງກະຊວງດັ່ງກ່າວ.

ໃນວັນຈັນວານນີ້ ທ່ານກິມ ໄດ້ກ່າວວ່າ ທ່ານເຕັມໃຈທີ່ຈະພົບປະກັບຝ່າຍເກົາຫຼີເໜືອ “ຢູ່ແຫ່ງໃດ ໃນເວລາໃດ ກໍໄດ້ໂດຍປາດສະຈາກການກຳນົດເງື່ອນໄຂໃດໆກ່ອນ” ແລະວ່າ ທ່ານຫວັງທີ່ຈະ “ໄດ້ຮັບຄຳຕອບໃນທາງບວກໄວໆນີ້.” ທ່ານໄດ້ມີກຳນົດຈະພົບປະກັບທ່ານ ລີ ອິນ-ຢັງ ລັດຖະມົນຕີກະຊວງປອງດອງຊາດຂອງເກົາຫຼີໃຕ້ ຜູ້ທີ່ຮັບຜິດຊອບໃນສາຍສຳພັນກັບເກົາຫຼີເໜືອ ໃນວັນອັງຄານມື້ນີ້ ເຊັ່ນກັນ. ກຸ່ມປະຕິບັດງານ ໄດ້ຖືກຕັ້ງຂຶ້ນໃນປີ 2018 ເພື່ອຊ່ອຍພັນທະມິດທັງສອງ ໃນການປະສານງານຫາວິທີທາງຂອງພວກເຂົາຕໍ່ບັນຫາຕ່າງໆເຊັ່ນວ່າ ການເຈລະຈາປົດອາວຸດນິວເຄຼຍ ການຊ່ອຍເຫຼືອດ້ານມະນຸດສະທຳ ການບັງຄັບມາດຕະການລົງໂທດ ແລະສາຍສຳພັນລະຫວ່າງສອງເກົາຫຼີ ທ່າມກາງການພົວພັນດ້ານການທູດກັບເກົາຫຼີເໜືອຫຼາຍຄັ້ງ ໃນເວລາດຽວກັນນັ້ນ.

ເມື່ອຖືກຖາມປີກາຍນີ້ ກ່ຽວກັບຂໍ້ສະເໜີຂອງໂຊລ ເຊັ່ນວາ ການເປີດຄືນໃໝ່ການທ່ອງທ່ຽວສຳລັບສ່ວນບຸກຄົນ ໄປຍັງພາກເໜືອຂອງປະເທດເພື່ອນບ້ານຂອງຕົນນັ້ນ ເອກອັກຄະລັດຖະທູດສະຫະລັດ ປະຈຳເກົາຫຼີໃຕ້ ໃນເວລານັ້ນ ຄື ທ່ານແຮຣີ ແຮຣິສ ກໍໄດ້ກ່າວວ່າ “ເພື່ອທີ່ຈະຫລີກເວັ້ນຄວາມເຂົ້າໃຈຜິດຕາມພາຍຫຼັງ ທີ່ອາດກໍ່ໃຫ້ເກີດການວາງມາດຕະການລົງໂທດ….ມັນຈະດີກວ່າ ທີ່ຈະນຳເອົາເລື້ອງນີ້ຜ່ານກຸ່ມປະຕິບັດງານກ່ອນ.”

ແຕ່ ທ່ານແຮຣິສ ໄດ້ກ່າວຕື່ມວ່າ ມັນບໍ່ແມ່ນ ຖານະຂອງສະຫະລັດ ທີ່ຈະອະນຸມັດການຕັດສິນໃຈຂອງເກົາຫຼີໃຕ້ ຄວາມເຫັນນີ້ ໄດ້ເປັນສາເຫດເຮັດໃຫ້ເກີດການຖົງຖຽງກັນໃນໂຊລ ແລະໃນເວລາຕໍ່ມາ ອະດີດທີ່ປຶກສາຂອງປະທານາທິບໍດີ ມູນ ແຈ-ອິນ ໄດ້ກ່າວຕໍ່ສະພາວ່າ ກຸ່ມປະຕິບັດງານ ແມ່ນເຫັນວ່າ ເປັນສິ່ງກີດຂວາງ ຕໍ່ສາຍສຳພັນລະຫວ່າງສອງເກົາຫຼີ ເພີ້ມຂຶ້ນເລື້ອຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG