ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ແລກປ່ຽນ ສອດແນມ ກັບຣັດເຊຍ


ຖ້ຽວບິນ ຈາກສະຫະລັດ ທີ່ບັນທຸກສາຍລັບ ຣັດເຊຍ 10 ຄົນ ທີ່ຖືກເນລະເທດນັ້ນ ໄດ້ລົງຈອດ ທີ່ນະຄອນວຽນນາ ໃນວັນສຸກມື້ນີ້ ອັນເປັນພາກສ່ວນນຶ່ງ ຂອງການແລກປ່ຽນ ສອດແນມທີ່ໃຫຍ່ທີ່ສຸດ ລະຫວ່າງ ສະຫະລັດ ແລະຣັດເຊຍ ນັບແຕ່ສົງຄາມ ສິ້ນສຸດລົງ.

ເພື່ອເປັນການແລກປ່ຽນ ກັບພວກສອດແນມ ທັງ 10 ປະທານາທິບໍດີຣັດເຊຍ ທ່ານ DMITRI MEDVEDEV ໄດ້ໃຫ້ອະໄພຍະໂທດ ແກ່ນັກໂທດ 4 ຄົນ ທີ່ຖືກຕັດສິນວ່າ ເປັນສອດແນມ ໃຫ້ສະຫະລັດ.

ເຮືອບິນອາຍພົ່ນ ຂອງຣັດເຊຍລຳນຶ່ງ ທີ່ລຳລຽງ ບຸກຄົນທັງ 4 ກໍໄດ້ລົງຈອດ ທີ່ນະຄອນວຽນນາ ຄືກັນ.

ໃນມື້ວານນີ້ ຜູ້ພິພາກສາ ສະຫະລັດຄົນນຶ່ງ ໄດ້ສັ່ງໃຫ້ ເນລະເທດ ສອດແນມຣັດເຊຍ ທັງ 10 ຊຶ່ງຕ່າງກໍ ໄດ້ຍອມຮັບຜິດ ຕໍ່ສານ ລັດຖະບານກາງ ສະຫະລັດ ໃນການສົມຮູ້ຮ່ວມຄິດ ເປັນສາຍລັບ ໃຫ້ຕ່າງປະເທດ ໂດຍບໍ່ໄດ້ຈົດທະບຽນ. ພວກເຂົາເຈົ້າ ໄດ້ຖືກສົ່ງ ອອກຈາກສະຫະລັດ ບໍ່ເທົ່າໃດຊົ່ວໂມງ ໃນເວລາຕໍ່ມາ.

ກະຊວງ ການຕ່າງປະເທດ ສະຫະລັດ ກ່າວໃນຖະແຫຼງຂ່າວ ສະບັບນຶ່ງວ່າ ສະຫະລັດ ຈະບໍ່ໄດ້ຮັບ ຜົນປະໂຫຍດ ທີ່ສຳຄັນໃດໆ ທາງດ້ານ ຄວາມໝັ້ນຄົງ ແຫ່ງຊາດ ຈາກການແກ່ຍາວ ໃນການຄຸມຂັງ ພວກສາຍລັບທັງ 10 ຢູ່ໃນສະຫະລັດ. ນອກນັ້ນ ສະຫະລັດ ຍັງເວົ້າວ່າ ຕົນໄດ້ສວຍເອົາ ໂອກາດນີ້ ເພື່ອຄໍ້າປະກັນ ໃຫ້ມີການປ່ອຍໂຕ 4 ຄົນ ທີ່ໄດ້ຮັບໂທດຈຳຄຸກ ເປັນເວລາດົນນານ ຢູ່ຣັດເຊຍ ໂດຍເວົ້າວ່າ ບາງຄົນໃນຈຳນວນນີ້ ແມ່ນມີສຸຂະພາບ ຂ້ອນຂ້າງຊຸດໂຊມ.

XS
SM
MD
LG