ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ສະຫະລັດ ແລະ ຣັດເຊຍ ຈະຈັດກອງປະຊຸມສຸດຍອດທາງໄກ ໃນວັນອັງຄານມື້ນີ້ ທ່າມກາງຄວາມເຄັ່ງຕຶ່ງກ່ຽວກັບ ຢູເຄຣນ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະ ປະທານາທິບໍດີ ຣັດເຊຍ ວະລາດີເມຍ ປະຕິນ, ເດີນທາງໄປຮອດສະຖານ 'Villa la Grange', ໃນນະຄອນເຈນີວາ, ປະເທດສະວິດເຊີແລນ, ວັນທ່ີ 16 ມິຖຸນາ 2021.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ແລະ ປະທານາທິບໍດີ ຣັດເຊຍ ວະລາດີເມຍ ປະຕິນ, ເດີນທາງໄປຮອດສະຖານ 'Villa la Grange', ໃນນະຄອນເຈນີວາ, ປະເທດສະວິດເຊີແລນ, ວັນທ່ີ 16 ມິຖຸນາ 2021.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈະຈັດກອງປະຊຸດຍອດທາງໄກ ເພື່ອການຕໍ່ລອງອັນສຳຄັນຢ່າງຍິ່ງ ກັບຄູ່ຕຳແໜ່ງຂອງທ່ານຈາກຣັດເຊຍ ທ່ານວະລາດີເມຍ ປູຕິນ ໃນວັນອັງຄານມື້ນີ້ ທ່າມກາງການເສີມກຳລັງທະຫານຂະໜາດໃຫຍ່ຂອງຣັດເຊຍ ຢູ່ຕາມເຂດຊາຍແດນຕິດກັບຢູເຄຣນ.

ປະທານາທິບໍດີ ໄບເດັນ ຄາດໝາຍວ່າ ຈະເຈລະຈາໃນລັກສະນະຂັ້ນຕອນການທູດາກັບປະທາ ນາທິບໍດີ ປູຕິນ ໃນຄວາມພະຍາຍາທີ່ຈະຜ່ອນຄາຍສະຖານະການ ໂດຍມີການຕັກເຕືອນຢ່າງແຈ່ມແຈ້ງຂອງຄວາມເປັນໄປໄດ້ສູງທີ່ຈະມີການວາງມາດຕະການລົງໂທດ ຖ້າຫາກກຳລັງທະຫານຂອງຣັດເຊຍ ບຸກໂຈມຕີປະເທດເພື່ອນບ້ານຂອງຕົນທີ່ນ້ອຍກວ່າ ແລະອະດີດສາທາລະນະລັດໂຊຫວຽດ.

ບັນດາເຈົ້າໜ້າທີ່ຂອງຄະນະລັດຖະບານສະຫະລັດ ກ່າວວ່າ ມົສກູ ໄດ້ເລີ້ມດຳເນີນການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຈິງທາງໄຊເບີຢ່າງໃຫຍ່ຕໍ່ລັດຖະບານຂອງຢູເຄຣນ ທີີ່ສະແດງໃຫ້ເຫັນຄືກັບການບຸກລຸກຂອງຣັດເຊຍໃນປີ 2014 ແລະການບຸກເຂົ້າຍຶດເອົາແຫຼມຄຣາຍເມຍ. ປະຊາຄົມສືບລັບຂອງສະຫະລັດ ໄດ້ເປີດເຜີຍເອກະສານນຶ່ງເມື່ອອາທິດແລ້ວນີ້ທີ່ສະຫລຸບໄດ້ວ່າ ທ່ານ ປູຕິນ ກຳລັງວາງແຜນສົ່ງກຳລັງທະຫານຫຼາຍເຖິງ 175,000 ຄົນໄປປະຈຳການຢູ່ຕາມຊາຍແດນຕິດກັບ ຢູເຄຣນ ໂດຍໄວທີ່ສຸດໃນເດືອນມັງກອນຈະມາເຖິງນີ້ ອັນເປັນສ່ວນນຶ່ງຂອງການບຸກລຸກໃນຫຼາຍດ້ານ.

https://www.voanews.com/a/biden-says-he-has-a-plan-to-protect-ukraine-from-russia-/6338739.html ]]

ທ່ານປູຕິນ ຄາດໝາຍວ່າ ຈະຮຽກຮ້ອງຊ້ຳແລ້ວຊ້ຳອີກວ່າ ຢູເຄຣນ ຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມອົງການເນໂຕ້ ຢ່າງເດັດຂາດ ອັນເປັນອົງການພັນທະມິດທາງທະຫານທີ່ຍາວນານມາໄດ້ 7 ທົດສະ ວັດ ລະຫວ່າງ ສະຫະລັດ ແລະບັນດາປະເທດເຂດຕາເວັນຕົກຂອງ ຢູໂຣຍຕາ ຊຶ່ງທ່ານໄບເດັນ ເບິ່ງຄືວ່າຈະປະຕິເສດຕໍ່ຂໍ້ຮຽກຮ້ອງດັ່ງກ່າວ. ສຳລັບສ່ວນນີ້ຂອງທ່ານ ທ່ານໄບເດັນ ຄາດໝາຍວ່າ ຈະຂູ່ທີ່ຈະຕັດຣັດເຊຍ ອອກຈາກ SWIFT ອັນເປັນລະບົບການຊຳລະດ້ານການເງິນລະຫວ່າງປະເທດ.

ສະຫະລັດ ໄດ້ໃຫ້ການສະໜັບສະໜຸນທາງທະຫານຢ່າງຫຼວງຫຼາຍແກ່ຢູເຄຣນ ແຕ່ບັນດາເຈົ້າໜ້າທີ່ລັດຖະບານສະຫະລັດ ກ່າວວ່າ ສະຫະລັດ ຈະບໍ່ສົ່ງກຳລັງທະຫານໄປຢູເຄຣນ ໃນກໍລະນີທີ່ມີເຫດ ການບຸກລຸກຂອງຣັດເຊຍ.

ທ່ານໄບເດັນ ໄດ້ເປັນເຈົ້າພາບຕ້ອນຮັບປະທານາທິບໍດີ ຂອງຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ຢູ່ທີ່ທຳນຽບຂາວ ໃນເດືອນກັນຍາ ແລະໄດ້ໃຫ້ການຄ້ຳປກັນທ່ານວ່າສະຫະລັດ “ໝັ້ນໝາຍຢ່າງໜັກແໜ້ນຕໍ່ອະທິປະໄຕແລະດິນແດນອັນຊອບທຳ ທ່າມກາງການປະເຊີນໜ້າໃນການຮຸກຮານຂອງຣັດເຊຍ.”

ໃນວັນຈັນວານນີ້ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ເດີນທາງໄປຢ້ຽມຢາມພວກທະຫານຢູ່ໃນເຂດໂດເນັສຄ໌ ທາງພາກຕາເວັນອອກ ແລະໄດ້ກ່າວວ່າ ກອງກຳລັງຂອງທ່ານ ມີຄວາມອາດສາມາດທີ່ຈະປ້ອງກັນການບຸກໂຈມຕີຂອງ ຣັດເຊຍ ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Biden and Putin to Discuss Ukraine in Rare Video Call
please wait

No media source currently available

0:00 0:02:52 0:00

XS
SM
MD
LG