ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍທະຫານ ຈາກສະຫະລັດ ແລະຣັດເຊຍ ພົບປະກັນ ເປັນເວລາຫົກຊົ່ວໂມງ


ນາຍພົນມາກ ມີລລີ (Mark Milley) ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່
ທຳນຽບຫ້າແຈ ເມື່ອວັນທີ 18 ສິງຫາ 2021.
ນາຍພົນມາກ ມີລລີ (Mark Milley) ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ຖະແຫຼງຕໍ່ກອງປະຊຸມນັກຂ່າວ ທີ່ ທຳນຽບຫ້າແຈ ເມື່ອວັນທີ 18 ສິງຫາ 2021.

ນາຍທະຫານຂັ້ນສູງສຸດ ຈາກສະຫະລັດ ແລະຣັດເຊຍ ໄດ້ພົບປະກັນເປັນເວລາ ຫົກຊົ່ວ
ໂມງ ທີ່ນະຄອນ ແຮລຊິງກີ (Helsinki) ປະເທດຟິນແລນ ໃນວັນພຸດ ວານນີ້ ຊຶ່ງເປັນການ
ປະຊຸມແບບເຊິ່ງໜ້າເທື່ອທຳອິດ ລະຫວ່າງພວກທ່ານທັງ 2 ນັບແຕ່ປີ 2019 ເປັນຕົ້ນມາ
ໃນຂະນະທີ່ທັງສອງປະເທດ ປັບໂຕໃໝ່ ຫຼັງຈາກສະຫະລັດຖອນໄດ້ຖອນກຳລັງອອກ
ແລະກຸ່ມຕາລິບານເຂົ້າຄວບຄຸມອັຟການິສຖານ ອິງຕາມລາຍງານອົງການຂ່າວຣອຍເຕີ້.

ນາຍພົນມາກ ມີລລີ (Mark Milley) ປະທານ​ເສນາ​ທິການ​ຮ່ວມ ຂອງກອງ​ທັບສະຫະລັດ
ແລະນາຍພົນວາເລີຣີ ເກີຣາຊິມອບ (Valery Gevasimov) ປະທານເສນາທິການກອງ
ທັບຣັດເຊຍຕາມປົກກະຕິແລ້ວຈະບໍ່ເປີດເຜີຍລາຍລະອຽດ ກ່ຽວກັບການປຶກສາຫາລືແລະ
ອອກຖະແຫຼງການຈາກທັງສອງຝ່າຍແມ່ນມີໜ້ອຍທີ່ສຸດ.

ຖະແຫຼງການຂອງກອງທັບສະຫະລັດ ຊຶ່ງຮວມທັງລາຍລະອຽດກ່ຽວກັບຄວາມຍາວຂອງ
ກອງປະຊຸມ ແຕ່ບໍ່ໄດ້ເວົ້າເຖິງຫົວຂໍ້ ຂອງການປະຊຸມ ໄດ້ກ່າວວ່າ ການສົນທະນາໄດ້ແນ
ໃສ່ “ຫລຸດຜ່ອນຄວາມສ່ຽງ ສຳລັບການປະຕິບັດງານ ບໍ່ໃຫ້ເກີດການຂັດແຍ້ງກັນ.”

ອົງການຂ່າວ RIA ຂອງຣັດເຊຍ ລາຍງານວ່າ ການສົນທະນາ ໄດ້ແນໃສ່ການຫລຸດຜ່ອນ
ຄວາມສ່ຽງ ໃຫ້ໜ້ອຍລົງ.

ສະຫະລັດ ແລະຣັດເຊຍ ມັກຈະຍາດແຍ່ງຜົນປະໂຫຍດທາງທະຫານຢູ່ໃນທົ່ວໂລກ ຮວມ
ທັງຢູ່ໃນບັນດາປະເທດຕ່າງໆເຊັ່ນວ່າ ຊີເຣຍ ບ່ອນທີ່ກຳລັງສະຫະ ລັດແລະ ຣັດເຊຍ ໄດ້
ປະຕິບັດງານຢູ່ໃນໄລຍະທີ່ໃກ້ໆກັນ. ວໍຊິງຕັນແລະມົສກູ ຈະຫາຊ່ອງທາງເພື່ອເອົາບາດ
ກ້າວໃນຂັ້ນຕໍ່ໄປແບບໃດ ໃນອັຟການິສຖານນັ້ນ ຍັງຈະຕ້ອງລໍຖ້າເບິ່ງກັນອີກຕໍ່ໄປ.

ກອງທັບສະຫະລັດ ຢູ່ພາຍໃຕ້ຄວາມກົດດັນຈາກສະພາ ເພື່ອໃຫ້ຮັກສາຍຸດທະສາດຕໍ່ຕ້ານ
ການກໍ່ການຮ້າຍ ສຳລັບຮັບມືກັບຄວາມສ່ຽງຈາກອັຟການິສຖານ ຫຼັງຈາກສະຫະລັດໄດ້
ຖອນກຳລັງອອກ ແລະກຸ່ມຕາລິບານເຂົ້າຄວບຄຸມ ໃນ ເດືອນສິງຫາຜ່ານມາ.

ລັດຖະບານປະທານາທິບໍດີໂຈ ໄບເດັນ ໄດ້ກ່າວວ່າ ຕົນຈະກາງຕໍ່ອາໄສ ໃນການປະຕິບັດ
ງານ “ຈາກໄລຍະໄກ” ທີ່ສາມາດໂຈມຕີບັນດາກຸ່ມຕ່າງໆເຊັນວ່າ ກຸ່ມອາລກາອີດາ ຫຼືກຸ່ມ
ລັດອິສລາມຢູ່ໃນອັຟການິສຖານ ຖ້າຫາກພວກເຂົາຂົ່ມ ຂູ່ສະຫະລັດ.

ແຕ່ຈະບໍ່ມີກອງກຳລັງທະຫານ ຢູ່ພາກພື້ນດິນ ຄວາມສາມາດຂອງວໍຊິງຕັນ ທີ່ ຈະມອງເຫັນ
ແລະຢຸດການວາງແຜນໂຈມຕີ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ. ຫຼັງ ຈາກ 20 ປີ ຂອງສົງຄາມ
ພວກເຈົ້າໜ້າທີ່ກອງທັບສະຫະລັດ ຍັງມີທັດສະນະ ຄວາມເຫັນທີ່ຍັງບໍ່ແຈ້ງຂາວ ກ່ຽວກັບ
ກຸ່ມຕາລິບານ ແລະໃຫ້ຂໍ້ສັງເກດຕໍ່ຄວາມ ສຳພັນກັບອາລກາອີດາ.

ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ ໄດ້ກ່າວວ່າ ມົສກູຕ້ອງການ ເຮັດວຽກ ກັບ
ລັດຖະບານກຸ່ມຕາລິບານ ແລະມະຫາອຳນາດໂລກ ຄວນທີ່ຈະ ຢຸດເຊົາການກັກຊັບສິນ
ຂອງອັຟການິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG