ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບິນ ອະວະກາດ ຣັດເຊຍ ແລະ ສຫລ ໄປເຖິງ ສະຖານີ ອະວະກາດ ນາໆຊາດ ແລ້ວ (ວີດີໂອ)


ຍານອະວະກາດ Soyuz ນຳເອົານັກບິນອະກາດຣັດເຊຍ ແລະ ສະຫະລັດ ເຂົ້າຈອດ ຢູ່ສະຖານີອະວະກາດນາໆຊາດ.
ຍານອະວະກາດ Soyuz ນຳເອົານັກບິນອະກາດຣັດເຊຍ ແລະ ສະຫະລັດ ເຂົ້າຈອດ ຢູ່ສະຖານີອະວະກາດນາໆຊາດ.

ພວກ​ນັກບິນ​ອະວະ​ກາດກຸ່ມ​ນຶ່ງ ຈາກຣັດ​ເຊຍ ​ແລະ​ສະຫະລັດ
​ໄດ້​ເຂົ້າ​ຈອດ​ດ້ວຍ​ຄວາມ​ປອດ​ໄພໃນ​ວັນ​ສຸກ​ມື້​ນີ້​ ທີ່ສະຖານີ​ອະ
ວະກາດ​ນາໆຊາດ ຫລື ISS.

ຍານ​ອະວະກາດ Soyuz ຂອງຣັດ​ເຊຍ ​ໄດ້​ຖືກສົ່ງຂຶ້ນຈາກສະ
ຖານີອະວະ ກາດ Baikonur ​ທີ່ Kazakhstan ​ໃນຕອນ​ແລງ
ວັນ​ພະຫັດ​ວານ​ນີ້​ໂດຍ​ນຳເອົາ​ນັກບິນອະວະກາດ Alexander
Samokutyaev ​ແລະ​ Elena Serova ​ຈາກຣັດ​ເຊຍແລະນັກ​
ບິນ​ອະວະກາດສະຫະລັດ Barry Wilmore ຂຶ້ນສູ່ວົງໂຄຈອນ.

ທ່ານ​ນາງ Serova ຈະ​ເປັນ​ນັກ​ບິນອະວະກາດຜູ້ຍິງຄົນ​ທີ​ສີ່​ຂອງ
ຣັດ​ເຊຍເທົ່າ​ນັ້ນ ທີ່ໄດ້​ບິນ​ຢູ່ໃນອະວະກາດ ​ແລະ​ເປັນ​ຄົນ​ທຳ​ອິດ​ ນັບ​ຕັ້ງ​ແຕ່​ປີ 1997 ມາ.

ພວກນັກບິນອະວະກາດຈຸ​ໃໝ່ນີ້ ຈະ​ພາກັນ​ຢູ່ທີ່ສະຖານີອ​ະວະ​ກາ​ດນາໆຊາດ ​ເປັນ​ເວລາ
​ຫົກ​ເດືອນ ເພື່ອປະຕິບັດງານຮ່ວມ​ກັບ​ພວກນັກ​ບິນ​ອະວະກາດ​ສາມ​ຄົນ ທີ່ປະຈຳການຢູ່​ທີ່​ນັ້ນ​ແລ້ວ.

SPACE ISS VO
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG