ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກບິນອາວະກາດ ສະຫະລັດ ແລະ ຣັດເຊຍ ເດີນທາງກັບສູ່ໂລກ ຈາກສະຖານີອາວະກາດ


ຮູບນີ້ໄດ້ມາຈາກອົງການ NASA ສະແດງໃຫ້ເຫັນ ນັກບິນອາວະກາດ ທ່ານ Jeff Williams, ຊ້າຍ, ນັກບິນອາວະກາດ ຣັດເຊຍ ທ່ານ Alexey Ovchinin ຈາກ ບໍລິສັດ Roscosmos, ກາງ, ແລະ ທ່ານ Oleg Skripochka ຈາກບໍລິສັດ Roscosmos ຢູ່ໃນຍານອາວະກາດ Soyuz TMA-20M ບໍ່ດົນຫຼັງຈາກພວກເພິ່ນໄດ້ເດິນທາງຮອດ ເຂດຊົນນະບົດແຫ່ງໜຶ່ງໃກ້ກັບເມືອງ Zhezkazgan, ປະເທດ ກາຊັກສຖານ. 7 ກັນຍາ, 2016.
ຮູບນີ້ໄດ້ມາຈາກອົງການ NASA ສະແດງໃຫ້ເຫັນ ນັກບິນອາວະກາດ ທ່ານ Jeff Williams, ຊ້າຍ, ນັກບິນອາວະກາດ ຣັດເຊຍ ທ່ານ Alexey Ovchinin ຈາກ ບໍລິສັດ Roscosmos, ກາງ, ແລະ ທ່ານ Oleg Skripochka ຈາກບໍລິສັດ Roscosmos ຢູ່ໃນຍານອາວະກາດ Soyuz TMA-20M ບໍ່ດົນຫຼັງຈາກພວກເພິ່ນໄດ້ເດິນທາງຮອດ ເຂດຊົນນະບົດແຫ່ງໜຶ່ງໃກ້ກັບເມືອງ Zhezkazgan, ປະເທດ ກາຊັກສຖານ. 7 ກັນຍາ, 2016.

ນັກບິນອາວະກາດ ອາເມຣິກັນ ຄົນໜຶ່ງ ແລະ ຣັດເຊຍ ສອງຄົນໄດ້ເດີນທາງລົງຮອດປະ ເທດ ກາຊັກສຖານ ໃນຕອນເຊົ້າຂອງວັນພຸດມື້ນີ້ ຫຼັງຈາກໄດ້້ໃຊ້ເວລາເກືອບ 6 ເດືອນ ເຮັດວຽກຢູ່ເທິງສະຖານີອາວະກາດ ນານາຊາດ.

ນັກບິນອາວະກາດ ອາເມຣິກັນ ທ່ານ Jeff Williams ໄດ້ກາຍເປັນຜູ້ທີ່ໃຊ້ເວລາດົນທີ່ສຸດ​ເປັນ​ປະຫວັດ​ການ ໂຄຈອນຢູ່ເທິງອາວະກາດຂອງ ສະຫະລັດ, ຫຼັງຈາກການປະຕິບັດພາ ລະກິດຄັ້ງນີ້ ໄດ້ເຮັດໃຫ້ທ່ານ ໃຊ້ເວລາຢູ່​ເທິງອາວະກາດ 534 ມື້ ຜ່ານສີ່ພາລະກິດທີ່ແຕກ ຕ່າງກັນ. ນັກບິນອາວະກາດຂອງອົງການ NASA ທ່ານ Scott Kelly ກ່ອນໜ້ານີ້ໄດ້ເປັນ ຜູ້ກຳສະຖິຕິການອາໄສຢູ່ໃນອາວະກາດ 520 ວັນ. ສະຖິຕິໂລກແມ່ນເປັນເຈົ້າຂອງໂດຍ ນັກບິນອາວະກາດຄົນ ຣັດເຊຍ ທ່ານ Gennady Padalka, ລາວໄດ້ໃຊ້ເວລາ 879 ວັນ ຢູ່ໃນອາວະກາດ.

ທ່ານ Williams, ພ້ອມກັບນັກບິນອາວະກາດ ຣັດເຊຍ ທ່ານ Alexy Ovchinin ແລະ ທ່ານ Oleg Skripochka ໄດ້ນຳເອົາຍານອາວະກາດ Soyuz ທີ່ຜະລິດໂດຍ ຣັດເຊຍ ລົງສູ່​ພາກພື້ນດິນໃນພາກກາງປະເທດ ກາຊັກສຖານ ບໍ່ດົນຫຼັງ 7 ໂມງເຊົ້າ, ຕາມເວລາໃນ ທ້ອງຖິ່ນຂອງ ວັນພຸດມື້ນີ້. ອີງຕາມການກ່າວຂອງອົງການ NASA. ຜູ້ຊາຍທັງສາມຄົນ ໄດ້ອອກຈາກສະຖານີອາວະກາດ ປະມານສາມຊົ່ວໂມງເຄິ່ງກ່ອນທີ່ພວກເຂົາເຈົ້າຈະກັບ​ຄືນ​ສູ່​ພາກພື້ນດິນ.

ໃນຖະແຫຼງການສະບັບໜຶ່ງ, ອົງການ NASA ໄດ້ເອີ້ນທ່ານ Williams ວ່າ “ຜູ້ຊ່ວຍເຫຼືອ ໃນການກະກຽມສະຖານີອາວະກາດ ສຳລັບການເດີນທາງໄປເຖິງຂອງຍານອາວະ ກາດ ພານິດ ຂອງ ສະຫະລັດ.” ພວກເຂົາເຈົ້າໄດ້ກ່າວວ່າ ທ່ານ Williams ໄດ້ປະຕິບັດ ການຢູ່​ນອກ​ຍານອາວະກາດ 5 ຄັ້ງ ໃນລະຫວ່າງ ການໃຊ້ເວລາຂອງ ທ່ານຢູ່​ເທິງສະຖານີ ອາວະກາດ, ເຊິ່ງໜຶ່ງໃນນັ້ນແມ່ນການຕິດຕັ້ງບ່ອນຈອດ ສຳລັບຖ້ຽວບິນພານິດ.

ຫຼັງຈາກທ່ານ Williams ໄດ້ເດີນທາງອອກຈາກສະຖານີແລ້ວ, ທ່ານ Anatoly Ivanishin ຈາກ ຣັດເຊຍ ກໍໄດ້ເປັນຄົນເຂົ້າບັນຊາການ ແທນ. ທ່ານຍັງຢູ່ໃນສະຖານີ ອາວະກາດກັບນັກອາວະກາດ ອາເມຣິກັນ ທ່ານນາງ Kate Rubins ແລະ ທ່ານ Takuya Onishi ຈາກ ຍີ່ປຸ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ISS Crews Return
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG