ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ໂຈມ​ຕີ ທາງ​ອາກາດ ​ຂອງຣັດເຊຍ ໃນຊີເຣຍ ​ເຮັດ​ໃຫ້ ​ພົນລະ​ເຮືອນ​ຫຼາຍ​ຮ້ອຍ​ຄົນ​ເສຍ​ຊີວິດ


ຊາວບ້ານພາກັນກວດເບິ່ງ ບ້ານເຮືອນທີ່ເພພັງ ຊຶ່ງພວກນັກເຄຶ່ອນ ໄຫວກ່າວວ່າ ຈາກການໂຈມຕີທາງອາກາດຂອງຣັດເຊຍ.
ຊາວບ້ານພາກັນກວດເບິ່ງ ບ້ານເຮືອນທີ່ເພພັງ ຊຶ່ງພວກນັກເຄຶ່ອນ ໄຫວກ່າວວ່າ ຈາກການໂຈມຕີທາງອາກາດຂອງຣັດເຊຍ.

ສະຫະລັດກ່າວ​ວ່າ ລາຍ​ງານ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ
​ເຊຍ ​ເຮັດ​ໃຫ້​ພົນລະ​ເຮືອນ​ຫລາຍ​ຮ້ອຍ​ຄົນ​ເສຍ​ຊີວິດນັ້ນ “ເປັນ​
ທີ່​ລົບ​ກວນ​ໃຈ​ທີ່​ສຸດ” ​ແລະ​ການ​ໂຈມ​ຕີ​ປະຊາຊົນ​ທີ່​ຕົກຢູ່​ໃນ​ອັນ
ຕະລາຍ​ທີ່​ສຸດ​ຂອງ​ປະ​ເທດນັ້ນ ​ໄດ້ບ່ອນ​ທຳລາຍຕໍ່​ຄວາມພ​ະຍາ​
ຍາມທີ່​ຈະ​ແກ້​ໄຂບັນຫາ​ຂັດ​ແຍ້​ງຢູ່​ໃນ​ປະ​ເທດ​ດັ່ງກ່າວ​ໂດຍ​ທາງ​
ການ​ເມືອງ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ ສະຫະລັດ ທ່ານ Mark Toner
ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ໄດ້​ມີ​ການ​ເພັ່ງ​ເລັງ ​ໃສ່ການ​ຊຸ​ກຍູ້
ຂັ້ນຕອນ​ທາງ​ການ​ເມືອງ​ກ່ອນ​ໜ້າການ​ເຈລະຈາ​ສັນຕິພາບ ທີ່​ໄດ້
​ວາງ​ແຜນ​ໃສ່ເດືອນ​ໜ້າ​ນີ້ ​ແລະ​ທຸກ​ພັກ​ຝ່າຍ ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃນ
​ຊີ​ເຣຍ ຈຳ​ເປັນ​ຕ້ອງ​ໄດ້​ດຳ​ເນີນ​ງານກ່ຽວ​ກັບ​ມາດຕະ ການ​ເພື່ອ​ສ້າງເຊື່ອ​ໝັ້ນ​ລະຫວ່າງ​ກັນ.

ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ລາຍ​ງານ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ ​ໄດ້
​ຖືກ​ເປົ້າ​ໝາຍ​ພົນລະ​ເຮື​ອນ ​ເພີ້​ມເຕີມ​ຈາກ​ການ​ຕິຕຽນ​ຂອງບັນດາ​ລັດ ຖະບານ​ຕາ​ເວັນ
​ຕົກທີ່​ກ່າວວ່າ ການ​ໂຈມ​ຕີ​ຂອງຣັດ​ເຊຍໄດ້​ເສີມ​ຄວາມ​ເຂັ້ມ​ແຂງ ​ໃຫ້ແກ່ປະທານາທິບໍດີ
ຊີ​ເຣຍ ທ່ານ Bashar al-Assad ​ແທນ​ທີ່​ຈະ​ແນ​ເປົ້າ ໝາຍໃສ່ພວກ​ຫົວ​ຮຸນ​ແຮງ​ລັດ​
ອິສລາມ.

ທ່ານ Toner ກ່າວວ່າ “ພວກ​ເຮົາໃນ​ບາງ​ຄັ້ງພາຍ​ໃນ​ໄລຍະຫົກ​ເດືອນ ຫາ​ໜຶ່ງ​ປີ​ທີ່​ຜ່າ​ນ
ມາໄດ້ເຫັນຣັດ​ເຊຍ ຫລີ້ນ​ບົດບາດໃນ​ທາງ​ບວກ​ຫລືທາງສ້າງສັນ ​ໃນ​ດ້ານການ​ເ​ມື​ອງ ​
ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງໃນຊີ​ເຣຍ​. ພວກ​ເຮົາຢາກ​ເຫັນ​ສິ່ງ ດັ່ງກ່າວ ຊຶ່ງ​ໃນບັດ​ນີ້
ຢາກໃຫ້​ມີການ​ເຄື່ອນ​ໄຫວ ​ຖ້າ​ເປັນ​ໄປ​ໄດ້.”

ທູດພິເສດ ສປຊ ຮັບຜິດຊອບເລື້ອງຊີເຣຍ ທ່ານ Staffan de Mistura, ຂວາ, ສະແດງສຳເນົາ ແກ່ ສະພາຄວາມໝັ້ນຄົງ ເພື່ອແກ້ໄຂ ຄວາມເປັນຫ່ວງໃນຊີເຣຍ.
ທູດພິເສດ ສປຊ ຮັບຜິດຊອບເລື້ອງຊີເຣຍ ທ່ານ Staffan de Mistura, ຂວາ, ສະແດງສຳເນົາ ແກ່ ສະພາຄວາມໝັ້ນຄົງ ເພື່ອແກ້ໄຂ ຄວາມເປັນຫ່ວງໃນຊີເຣຍ.

ທ່ານ​ກ່າວ​ວ່າ ລັດຖະມົນຕີ ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ໂອ້​ລົມເຖິງ​
ຄວາມ​ເປັນ​ຫ່ວງ ກ່ຽວກັບ​ການ​ໂຈມ​ຕີ ​ໂດຍ​ທາງໂທລະສັບ​ກັບລັດຖະມົນ​ ຕີ​ຕ່າງປະ​ເທດ
ຣັດ​ເຊຍ ທ່ານ Sergei Lavrov.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮຽກຮ້ອງ​ຢູ່​ເປັນ​ປະ​ຈຳໃຫ້ທຸກຝ່າຍໃນບັນຫາ​ຂັດ​ແຍ້​ງ ຈົ່ງໃຫ້​
ມີ​ຄວາມ​ລະມັດລະວັງ ​ເພື່ອ​ຫລຸດຜ່ອນຄວາມ​ສ່ຽງ​ໃນ​ການ​ເປັນ​ອັນຕະລາຍ ​ຕໍ່​ພົນລະ​
ເຮືອນ ແລະ​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ ພາຍ​ໃຕ້​ກົດໝາຍ​ມະນຸດ​ສະ​ທຳ​ສາກົນ.”

ຣັດ​ເຊຍ ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ທ​ະຫານ​ໃນ​ຊີ​ເຣຍ ທີ່​ໄດ້​
ເລີ້ມ​ຂຶ້ນ​ເມື່ອທ້າ​ຍ​ເດືອນ​ກັນຍາ​ເປັນ​ຕົ້ນ​ມາ.

XS
SM
MD
LG