ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ອາດເກັບຮັກສາ ອາວຸດ​ໜັກ ໄວ້ໃນຫຼາຍປະເທດ ຢູໂຣບຕາເວັນອອກ


ເຮືອບິນກອງທັບອາກາດ ສະຫະລັດ ພວມບິນລົງຈອດ ຢູ່ທີ່ ສະໜາມບິນ ໃນນະຄອນ Riga ປະເທດລັດເວຍ, ວັນທີ 24 ເມສາ 2014.
ເຮືອບິນກອງທັບອາກາດ ສະຫະລັດ ພວມບິນລົງຈອດ ຢູ່ທີ່ ສະໜາມບິນ ໃນນະຄອນ Riga ປະເທດລັດເວຍ, ວັນທີ 24 ເມສາ 2014.

ບັນດາ​ເຈົ້າໜ້າ​ທີ່ສະຫະລັດ ກ່າວ​ໃນ​ວັນເສົາ​ວານ​ນີ້ ວ່າ
ສະຫະລັດ ກຳລັງ​ພິຈາ​ລະນາ ທີ່​ຈະເກັບສະ​ສົມອາວຸດ​ໜັກ
​ແລະ ອຸປະກອນ​ຕ່າງໆ ​ໄວ້ໃນ​ຫລາຍປະ​ເທດ ໃນ​ເຂດ Baltic
​ແລະ ຢູ​ໂຣບຕາ​ເວັນ​ອອກ.

ຂໍ້​ສະ​ເໜີ​ດັ່ງກ່າວ ​ແມ່ນ​ເພື່ອຈະ​ສົ່ງ ສັນຍານຢ່າງ​ແຂງຂັນ ​ໄປໃຫ້
ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ຮູ້ວ່າ ສະຫະລັດ
ຈະ​ໄປຊ່ວຍ​ປ້ອງ​ກັນ​ ບັນດາປະເທດ​ພັນທະ​ມິດຂອງ​ອົງການເນໂຕ້
​ຢູ່​ໃນ​ເຂດຢູ​ໂ​ຣບຕາ​ເວັນ​ອອກ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ແມ່ນ​ໄດ້​ຖືກ​ລາຍ​ງານ​ເປັນ​ຄັ້ງທຳ​ອິດ
ຢູ່ໃນໜັງສື​ພິມ The New York Times ສະບັບ​ວັນ​ເສົາ​ວານ​ນີ້.

​ຄວາມ​ເຄັ່ງ​ຕຶງແມ່ນ​ສູງ​ຢູ່​ແລ້ວ ​ໃນ​ເຂດ​ຢູ​ໂຣບຕາ​ເວັນ​ອອກ ຫຼັງຈາກ ມີການ​ຍຶດ​ເອົາ​ແຫຼມ
ຄຣາຍ​ເມຍ​ຂອງ​ຢູ​ເຄຣນ ​ເຂົ້າ​ເປັນ​ຂອງຣັດ​ເຊຍ​ ​ແລະ ບັນຫາ​ຂັດ​ແຍ້​ງ ທີ່​ຍັງ​ດຳເນີນຢູ່ຕໍ່ມາ
ໃນ​ຢູ​ເຄຣນນັ້ນ.

ໜັງສື​ພິມ​ດັ່ງກ່າວ ລາຍງານ​ວ່າ ລັດຖະມົນຕີ​ປ້ອງກັນປະເທດ​ສະຫະ ລັດ ທ່ານ Ash Carter ​ແລະ ທຳນຽບຂາວ ຕ້ອງ​ໄດ້​ຮັບຮອງ​ເອົາ​ຂໍ້​ສະ​ເໜີ​ດັ່ງກ່າວ ທີ່​ຈະ​ສົ່ງອຸປະກອນຕ່າງໆ ​ແລະ ອາວຸດ ​ໄປ​ຍັງ​ ປະ​ເທດ ບຸລກາ​ເຣຍ​ ​ແອັສ​ໂຕ​ເນຍ ລັດ​ເວ​ຍ ລີ​ທົວ​ເນຍ ​ໂປ​ແລນ ​ໂຣມາ​ເນຍ​ ​ແລະ ບາງທີອາດ​ຈະຮວມທັງປະ​ເທດ​ຮັງ​ກາຣີ ນຳດ້ວຍ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ລັດ​ເວ​ຍ ທ່ານ Raimonds Vejonis ກ່າວ​ຕໍ່​ໜັງສື​ພິບ
The New York Times ວ່າ “ຖ້າ​ມີ​ສິ່ງ​ໃດ​ສິ່ງ​ນຶ່ງ​ເກີດ​ຂຶ້ນ ພວກ​ເຮົາ​ບໍ່​ສາມາດ​ລໍຖ້າ
​ເປັນ​ມື້ ຫຼື ອາທິດໄດ້ ສຳ​ຫລັບ​ອຸປະ​ກອນ​ເພີ່ມ​ເຕີມ. ພວກ​ເຮົາ​ຕ້ອງ​ໂຕ້ຕອບ​ໃນທັນທີ.”

ຖ້າ​ຫາກໄດ້ຮັບການອະນຸມັດ ຂໍ້​ສະ​ເໜີ​ດັ່ງກ່າ​ວ ຈະ​ນຳ​ໄປ​ສູ່ ​ການ​ສົ່ງ ອາວຸດຍຸດ​ໂທປະກອນ ​ໜັກ​ຕ່າງໆ ​ໄປ​ປະຈຳການ​ຢູ່​ໃນຫຼາຍໆ​ປະ​ເທດ​ ​ຊຶ່ງ​ຄັ້ງນຶ່ງ​ເຄີຍ​ຢູ່​ພາຍ​ໃຕ້​ອິດ​ທິພົນ​ຂອງ ໂຊຫວຽດ ແມ່ນເປັນຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່ການ​ສິ້ນ​ສຸດ​ສົງຄາມ​ເຢັນ​ເປັນຕົ້ນມາ.

The United States is considering storing heavy military weaponry and equipment in several Baltic and Eastern European countries, officials said Saturday.

The proposal is said to send a strong message to Russian President Vladimir Putin that the U.S. will come to the defense of its NATO allies in Eastern Europe.

The move was first reported in The New York Times Saturday.

Tensions are already high in Eastern Europe following Russia's annexation of Ukraine's Crimean peninsula and the ongoing conflict in Ukraine.

The Times says Defense Secretary Ash Carter and the White House must approve the proposal that would send the equipment and weaponry to Bulgaria, Estonia, Latvia, Lithuania, Poland, Romania and possibly Hungary.

"If something happens, we can't wait days or weeks for more equipment," Raimonds Vejonis, Latvia's minister of defense told The New York Times. "We need to react immediately."

If approved, the proposal would lead to placing heavy military equipment in several countries that were once under Soviet influence for the first time since the end of the Cold War.

XS
SM
MD
LG