ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຫາລື ເລື້ອງທ້າວ Snowden ກັບ ຣັດເຊຍ (ວີດີໂອ)


Kerry, Hagel to Meet with Russian Counterparts
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ
ເປັນທີ່ຄາດກັນວ່າ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ
John Kerry ຈະຮ້ອງຂໍໃຫ້ຣັດເຊຍ ສົ່ງມອບ ທ້າວ Edward
Snowden ອະດີດພະນັກງານສັນຍາຈ້າງ ທີ່ເປີດເຜີຍຂໍ້ມູນຂອງ
ອົງການສືບລັບສະຫະລັດ ເວລາທ່ານພົບປະ ກັບຄູ່ຕຳແໜ່ງຝ່າຍ
ຣັດເຊຍໃນວັນສຸກມື້ນີ້.

ທ່ານ Kerry ແລະລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ
ທ່ານ Chuck Hagel ຈະເຈລະຈາຫາລື ທີ່ກຸງວໍຊິງຕັນ ກັບລັດ ຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei Lavrov ແລະ ລັດຖະມົນຕີປ້ອງກັນປະເທດທ່ານ Sergei Shoigu.

ມີທ່າທາງວ່າ ລັດຖະມົນຕີທັງ 4 ຈະຫາລືກັນກ່ຽວກັບບັນຫາສຳຄັນສຳລັບປະເທດທັງສອງ ຈຳນວນນຶ່ງ ຮວມທັງເລື່ອງຊີເຣຍ ຄວາມໝັ້ນຄົງຂອງໂລກ ແລະ ສິດທິມະນຸດ.

ໂຄສົກ ຂອງກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen Psaki ກ່າວວ່າ ກໍລະນີ
ຂອງທ້າວ Snowden ແມ່ນແນ່ນອນຈະເປັນພາກສ່ວນນຶ່ງໃນການຫາລືກັນຄັ້ງນີ້.

ການອະນຸມັດຂອງຣັດເຊຍ ໃຫ້ທ້າວ Snowden ລີ້ໄພ ຊຶ່ງອຳນວຍໃຫ້ຜູ້ກ່ຽວ ຫຼົບໜີການ
ດຳເນີນຄະດີຢູ່ໃນສະຫະລັດນັ້ນໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ສະຫະລັດ ເລື່ອງດັ່ງກ່າວ ແມ່ນນຶ່ງໃນຫຼາຍໆບັນຫາທີ່ເຮັດໃຫ້ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຕ້ອງ ໄດ້ຍົກເລີກການພົບປະສຸດຍອດ ທີ່ກຸງມົສກູ ໃນເດືອນໜ້າ ກັບປະທານາທິບໍດີ Vladimir Putin.

ແຕ່ທ່ານນາງ Psaki ເວົ້າວ່າ ຍັງມີຫຼາຍເລື້ອງ ທີ່ຕ້ອງໄດ້ຫາລືກັບຝ່າຍຣັດເຊຍ ຮວມທັງ
ອັຟການິສຖານ ເກົາຫຼີເໜືອ ອີຣ່ານແລະການດຳເນີນຄວາມພະຍາຍາມເພື່ອຈັດກອງປະ ຊຸມສັນຕິພາບນາໆຊາດກ່ຽວກັບຊີເຣຍ.
XS
SM
MD
LG