ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວຫາ ສຫລ ວ່າ ແຊກແຊງ ກິດຈະການ ພາຍໃນ


ທິວທັດຂອງວັງເຄຣັມລິນ ກະຊວງການຕ່າງປະເທດຣັດເຊຍ ແລະຍ່ານທຸລະກິດ ຂອງກຸງມົສກູ (18 ຕຸລາ 2011)
ທິວທັດຂອງວັງເຄຣັມລິນ ກະຊວງການຕ່າງປະເທດຣັດເຊຍ ແລະຍ່ານທຸລະກິດ ຂອງກຸງມົສກູ (18 ຕຸລາ 2011)
ກະຊວງການຕ່າງປະເທດຣັດເຊຍ ໄດ້ກ່າວຫາ ກຸງວໍຊິງຕັນວ່າ
ແຊກແຊງເຂົ້າໃນກິດຈະການພາຍໃນຂອງຕົນໂດຍສົ່ງທຶນໄປ
ໃຫ້ອົງການຈັດຕັ້ງຕ່າງໆທີ່ບໍ່ຂຶ້ນກັບລັດຖະບານເພື່ອຫລີກລ່ຽງ
ການຈຳກັດຮັດແຄບຂອງມົສກູ.

ການກ່າວຫາໃນວັນເສົາມື້ນີ້ໂດຍໂຄສົກກະຊວງການຕ່າງປະ
ເທດຣັດເຊຍ ທ່ານ Alexander Lukashevich ໄດ້ມີຂຶ້ນລຸນ
ຫຼັງ ກະຊວງການຕ່າງປະເທດສະຫະລັດ ໄດ້ປະນາມກຸງມົສກູ
ທີ່ໄດ້ບຸກ ເຂົ້າໄປກວດຄົ້ນ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະ
ບານຫລາຍສິບອົງການ ໃນໄລຍະສອງສາມອາທິດຜ່ານມານີ້
ຮວມທັງ ອົງການນິລະໂທດກຳສາກົນ ແລະກຸ່ມປົກປ້ອງສິດທິມະນຸດ Human Rights Watch ນຳດ້ວຍ.

ພວກນັກເຄື່ອນໄຫວດ້ານສິດທິມະນຸດເວົ້າວ່າ ການກວດຄົ້ນເຫຼົ່ານີ້ແມ່ນພົວພັນກັບກົດ ໝາຍທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ທີ່ບັງຄັບໃຫ້ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທັງຫລາຍ ທີ່ໄດ້ຮັບທຶນຈາກຕ່າງປະເທດ ທີ່ເຮັດວຽກພົວພັນກັບເລື່ອງການເມືອງ ຕ້ອງ ຈົດທະບຽນເປັນຕົວແທນຕ່າງປະເທດ.

ໂຄສົກກະຊວງາການຕ່າງປະເທດສະຫະລັດທ່ານນາງ Victoria Nuland ກ່າວຕໍ່ພວກ ນັກຂ່າວໃນສັບປະດານີ້ວ່າ ວໍຊິງຕັນໄດ້ໃຫ້ເງິນສະໜັບສະໜຸນໂດຍຜ່ານເວທີທີ່ຢູ່ນອກ ຣັດເຊຍ. ທ່ານນາງເອີ້ນການບຸກເຂົ້າໄປກວດຄົ້ນ ຂອງຣັດເຊຍວ່າ ເປັນການຫາເລື່ອງ ໃສ່ຄວາມ.
XS
SM
MD
LG