ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ສຫລ ອະນຸມັດ ຖານະການຄ້າ ປົກກະຕິ ຕໍ່ຣັດເຊຍ


ພາບຖ່າຍໃນວັນທີ 16 ພະຈິກ ສະແດງໃຫ້ເຫັນ ສີລາຈາລຶກຊື່ຂອງທ່ານ Sergel Magnitsky, ທະນາຍຄວາມຣັດເຊຍທ່ານນຶ່ງ ທີ່ເສຍຊີວິດໄປຢູ່ໃນຄຸກ ຊຶ່ງສົບຂອງທ່ານ ຝັງໄວ້ໃນສຸສານແຫ່ງນຶ່ງໃນນະຄອນຫລວງມົສກູ.
ພາບຖ່າຍໃນວັນທີ 16 ພະຈິກ ສະແດງໃຫ້ເຫັນ ສີລາຈາລຶກຊື່ຂອງທ່ານ Sergel Magnitsky, ທະນາຍຄວາມຣັດເຊຍທ່ານນຶ່ງ ທີ່ເສຍຊີວິດໄປຢູ່ໃນຄຸກ ຊຶ່ງສົບຂອງທ່ານ ຝັງໄວ້ໃນສຸສານແຫ່ງນຶ່ງໃນນະຄອນຫລວງມົສກູ.
ສະພາຕໍ່າຂອງສະຫະລັດໄດ້ອະນຸມັດຮ່າງກົດໝາຍ ທີ່ຈະຍົກ
ລະດັບການພົວ ພັນການຄ້າກັບຣັດເຊຍ ໃນຂະນະທີ່ລົງໂທດ
ພວກເຈົ້າໜ້າທີ່ຂອງຣັດເຊຍໃນ ການລ່ວງລະເມີດສິດທິມະນຸດ.

ສະພາຕໍ່າສະຫະລັດໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວໃນວັນສຸກ
ວານນີ້ ດ້ວຍຄະແນນສຽງ 365 ຕໍ່ 43. ປັດຈຸບັນນີ້ ຮ່າງກົດໝາຍ
ດັ່ງກ່າວ ແມ່ນນໍາຂຶ້ນໄປຫາສະພາສູງ ເພື່ອຈະທໍາການຮັບຮອງເອົາ.

ຮ່າງກົດໝາຍດັ່ງກ່າວແມ່ນຮວມເອົາສອງມາດຕະການເຂົ້າກັນ
ເປັນອັນດຽວ. ພາກສ່ວນທໍາອິດແມ່ນເອົາສະຖານະພາບ “ການ
ຄ້າແບບປົກກະຕິຢ່າງຖາວອນ” ໃຫ້ແກ່ຣັດເຊຍ. ມັນໄດ້ລົບ
ລ້າງກົດໝາຍ ທີ່ມີໃນໄລຍະສົງຄາມເຢັນ, ອັນເປັນ ທີ່ຮູ້ກັນວ່າ
ບົດແກ້ໄຂຕໍ່ກົດໝາຍ Jackson- Vanik ຊຶ່ງເຊື່ອມໂຍງອັດ
ຕາພາສີຂາເຂົ້າທີ່ໂຍະຍານ ຂອງສິນຄ້າຣັດເຊຍ ໃສ່ການໃຫ້ສິດແກ່ຊາວຢີວ ໃນສະຫະ ພາບໂຊຫວຽດ ໃຫ້ອົບພະຍົບ ອອກປະເທດໄດ້.

ພາກສ່ວນທີສອງກໍຄື ຮ່າງກົດໝາຍດັ່ງກ່າວປະຕິເສດບໍ່ໃຫ້ວີຊ່າ ແລະກັກຊັບສິນຂອງ ພວກລະເມີດສິດທິມະນຸດ ທີ່ມີຢູ່ໃນທະນາຄານຂອງສະຫະລັດ.

ຮ່າງກົດໝາຍດັ່ງກ່າວແມ່ນໃສ່ຊື່ຕາມທະນາຍຄວາມຣັດເຊຍຄົນນຶ່ງ ທ່ານ Sergel Magnitsky ທີ່ເສຍຊີວິດໄປຢູ່ໃນຄຸກ ລຸນຫລັງທີ່ໄດ້ນໍາເອົາອຸບາຍ ການລາຍງານພາສີ ປອມຢ່າງໃຫຍ່ຫລວງ ອອກມາເປີດເຜີຍ. ການລົງຄະແນນສຽງດັ່ງກ່າວ ແມ່ນໄດ້ມີຂຶ້ນ ໃນວັນຄົບຮອບສາມປີ ທີ່ທ່ານ Magnitsky ໄດ້ ເສຍຊີວິດໄປ ແລະໄດ້ເຮັດອອກມາສະ ເພາະແນໃສ່ພວກເຈົ້າໜ້າທີ່ຣັດເຊຍ ທີ່ມີສ່ວນກ່ຽວພັນກັບການກັກຂັງ, ການທາລຸນ ຫລື ການຕາຍຂອງທ່ານ.

ສ່ວນຝ່າຍຣັດເຊຍນັ້ນ ເອີ້ນການອອກຮ່າງກົດໝາຍກ່ຽວກັບສິດທິມະນຸດ ດັ່ງ ກ່າວວ່າ “ບໍ່ ເປັນມິດ ແລະເກາະຜິດ” ແລະໄດ້ເຕືອນວ່າ ສະຫະລັດຄວນຄາດ ຫວັງໄວ້ໂລດວ່າ ຈະມີ ການຕອບໂຕ້ຢ່າງແຂັງຂັນ ຖ້າຫາກວ່າ ມັນໄດ້ຮັບການຮັບຮອງເອົາ. ໂຄສົກປະຈໍາກະ ຊວງການຕ່າງປະເທດຣັດເຊຍ ທ່ານ Alexander Lukashevich ເວົ້າວ່າ ຮ່າງກົດໝາຍ
ດັ່ງກ່າວ ຈະມີຜົນໃນທາງລົບ ຕໍ່ການພົວພັນລະຫວ່າງສະຫະລັດ ແລະຣັດເຊຍ.
XS
SM
MD
LG