ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ຣັດ​ເຊຍ ​ຫາ​ລື​ກັນ ກ່ຽວກັບ ​ບັນ​ຫາ​ຕ່າງໆ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ (ຊ້າຍ) ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດຣັດ​ເຊຍ ​ທ່ານ​ເຊີ​ເກ ລາ​ວຣັອ​ຟ ວັນ​ທີ 14 ພຶດ​ສະ​ພາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ (ຊ້າຍ) ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດຣັດ​ເຊຍ ​ທ່ານ​ເຊີ​ເກ ລາ​ວຣັອ​ຟ ວັນ​ທີ 14 ພຶດ​ສະ​ພາ 2019.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ວ່າ ການ​ປະ​ຊຸມ ເປັນ
​ເວ​ລາເກືອບ​ສອງ​ຊົ່ວ​ໂມງ ກັບ ປະ​ທາ​ນາ​ທິ​ບໍ​ດີວ​ລາ​ເດີ​ເມຍ ປູ​ຕິນ ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​
ປະ​ເທດ​ທ່ານ​ເຊີ​ເກ ລາ​ວຣັອ​ຟ ກ່ຽວ​ກັບ “ເກືອບ​ທຸກໆ​ບັນ​ຫາ​ທີ່​ປະ​ເຊີນ​ໜ້າ​ກັບ​ສອງ​ປະ
​ເທດພວກ​ເຮົາ” ໄດ້ໃຫ້​ດອກ​ອອກ​ຜົນ ເຖິງ​ແມ່ນ​ປາ​ກົດ​ວ່າ​ບໍ່​ມີ​ການ​ຕົກ​ລົງ​ທີ່​ສຳ​ຄັນ​ໃດໆ
​ກໍ​ຕາມ.

ສະ​ຫະ​ລັດ ແລະ​ຣັດ​ເຊຍ ຕ່າງ​ກໍມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ທົ່ວ​ໂລກ.
ແຕ່​ພວກ​ເຂົາ​ເຈົ້າ​ມັກ​ຈະ​ເຫັນ​ຕົນ​ເອງ​ຢູ່ໃນ​ຝ່າຍກົງ​ກັນ​ຂ້າມ​ກັນ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​
ເຈົ້າ​ໄດ້​ມີ​ເປົ້າ​ໝາຍ​ພື້ນ​ຖານ​ເປົ້າ​ໝາຍຮ່ວມ​ກັນ​ກໍ​ຈິງ.

​ນຶ່ງ​ໃນ​ສະ​ຖາ​ນະ​ການ​ທຳ​ນອງນີ້​ກໍ​ຄືບັນ​ຫາ​ຂັດ​ແຍ້ງ​ຢູ່​ໃນ​ຊີ​ເຣຍ ບ່ອນ​ທີ່​ຣັດ​ເຊຍ​ໃຫ້​ການ
​ສະ​ໜັບ​ສະ​ໜູນ​ແກ່ກຳ​ລັງປະ​ທາ​ນາ​ທິ​ບໍ​ດີບໍ​ດີບາ​ຊາ ອາ​ລ-ອາ​ຊາດ ໃນ​ຂະ​ນະ​ທີ່​ສະ​ຫະ
​ລັດ​ ໃຫ້​ການ​ໜູນ​ຫຼັງ​ແກ່​ພວກ​ກະ​ບົດ ທີ່​ຢາກ​ເຫັນທ່ານ​ອາ​ຊາດ​ ອອກ​ຈາກ​ຕຳ​ແໜ່ງ.
ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ຫະ​ລັດ ແລະຣັດ​ເຊຍທີ່​ຈະ​ນຳ​ເອົາການ​ໄກ່​ເກ່ຍ​ຂອງ​ສະ​ຫະ
​ປະ​ຊາ​ຊາດເພື່ອ​ຍຸ​ຕິ​ສົງ​ຄາມ ທີ່​ໄດ້​ເລີ່ມ​ມາ​ແຕ່​ປີ 2011 ​ນັ້ນ ໄດ້​ປະ​ສົບ​ກັບ​ລົ້ມ​ແຫຼວ ໃນ
​ປີ 2016.

ແຕ່​ທ່າ​ນ​ພອມ​ພຽວ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ວັນ​ອັງ​ຄານ​ວານ​ນີ້ວ່າ ທ່ານ​ຄິດ​ວ່າເຈົ້າ​
ໜ້າ​ທີ່​ສະ​ຫະ​ລັດ ແລະຣັດ​ເຊຍ “ບັດ​ນີ້​ສາ​ມາດ​ເຮັດ​ວຽກ​ນຳ​ກັນ” ໃນການ​ເລີ້ມ​ຕົ້ນ​ຂັ້ນ​ຕອນ
​ເພື່ອ​ກຳ​ນົດ​ຢູ່​ໃນ​ມະ​ຕິຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່​ຮຽກຮ້ອງ​ໃຫ້​ກາ​ນ​
ໂອນ​ອຳ​ນາດ​ທາງກ​ານ​ເມືອງ​ທີ່​ນຳ​ພາ​ໂດຍ​ຊາວຊີ​ເຣຍ ດ້ວຍ​ການ​ຢຸດ​ຍິງ ​ຮ່າງລັດ​ຖະ​ທຳ
​ມາ​ນູນ​ສະ​ບັບ​ໃໝ່ ແລະ​ການ​ເລືອກ​ຕັ້ງ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ຢູ່​ການ​ພົບ​ປະ​ກັນ ທີ່​ເມືອງ​ໂຊ​ຈີ ບ່ອນ​ຕາ​ກອາ​ກາດ​ທະ​ເລ​ດຳ​ ປະ​ເທດ​ຣັດ​ເຊຍ ວັນ​ທີ 14 ພຶດ​ສະ​ພາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ (ຂວາ) ແລະ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ຢູ່​ການ​ພົບ​ປະ​ກັນ ທີ່​ເມືອງ​ໂຊ​ຈີ ບ່ອນ​ຕາ​ກອາ​ກາດ​ທະ​ເລ​ດຳ​ ປະ​ເທດ​ຣັດ​ເຊຍ ວັນ​ທີ 14 ພຶດ​ສະ​ພາ 2019.

ທ່ານ​ພອມ​ພຽວ​ກ່າວ​ຫຼັງ​ຈາກການສົນ​ທະ​ນາ​ຢູ່​ບ່ອນ​ຕາກ​ອາ​ກາດ ທີ່​ເມືອງ​ໂຊ​ຈີແຄມທະ​
ເລ​ດຳ ​ຂອງ​ຣັດ​ເຊຍ​ວ່າ “ຂ້າພະ​ເຈົ້າ ​ບໍ່​ແນ​ໃຈ​ວ່າ​ ພວກ​ເຮົາ​ທັງ​ໝົດ​ມີ ຄວາມ​ສາ​ມາດ​ດັ່ງ​
ກ່າວ ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ບັດ​ນີ້​ພ​ວກ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ກັນກ່ຽວ​ກັບສະ​ຖານ​ທີ່​ຕ່າງໆ
ບ່ອນ​ທີ່​ເຮົາ​ຕົກ​ລົງ​ກັນ​ບໍ່​ໄດ້​ນັ້ນ ຊຶ່ງ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເຮົາ​ສາ​ມາດ​ເຮັດ​ວຽກ​ໃຫ້​ຜ່ານ​
ພົ້ນ​ໄປ.”

ນ​ອກນັ້ນ ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຫວັງ​ທີ່​ສະ​ຫະ​ລັດ ແລະ​ຣັດ​ເຊຍ ສາ​ມາດ​ເຮັດ​ວຽກ
​ໄປ​ສູ່​ອັນ​ທີ່​ທ່ານ​ຮ້ອງວ່າ ທ່ານ​ເຊື່ອ​ວ່າເປັນ​ເປົ້າ​ໝາຍ​ດຽວ​ກັນ​ຂອງ​ການ​ບໍ່​ໃຫ້​ມີ​ອາ​ວຸດ
​ນິວ​ເຄ​ລຍ​ຢູ່​ໃນ​ເກົາ​ຫຼີ​ເໜືອ.

ຫົວ​ຂໍ້​ອື່ນໆ​ຂອງ​ການ​ປະ​ຊຸມ​ໃນ​ວັນ​ອັງ​ຄານ​ວານ​ນີ້ ແມ່ນຮວມ​ທັງ​ອີຣ່ານ ຢູ​ເຄ​ຣນ ແລະ
​ເວ​ເນ​ຊູ​ເອ​ລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG