ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຣັດເຊຍ ຈະຫາລື ກ່ຽວກັບ ສະພາບການ ບໍ່ໄປບໍ່ມາ ໃນຊີເຣຍ


ທູດ​ສັນ​ຕິພາບພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດ ​ແລະສັນ
ນິບາດ​ອາຣັບ ທ່ານ Lakhdar Brahimi ​(ຊ້າຍ)ພົບ​ປະ​ໃນ​ວັນ
​ສຸກ ມື້ນີ້ ທີ່​ກຸງ Geneva ກັບສະຫະລັດແລະຣັດເຊຍ
ທູດ​ສັນ​ຕິພາບພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດ ​ແລະສັນ ນິບາດ​ອາຣັບ ທ່ານ Lakhdar Brahimi ​(ຊ້າຍ)ພົບ​ປະ​ໃນ​ວັນ ​ສຸກ ມື້ນີ້ ທີ່​ກຸງ Geneva ກັບສະຫະລັດແລະຣັດເຊຍ
ທູດ​ສັນ​ຕິພາບພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດ​ແລະສັນ
ນິບາດ​ອາຣັບ ທ່ານ Lakhdar Brahimi ​ມີ​ກຳນົດ​ທີ່​ຈະ​ພົບ​ປະ​
ໃນ​ວັນ​ສຸກ ມື້ນີ້ ທີ່​ກຸງ Geneva ກັບບັນດາ​ເຈົ້າ​ໜ້າທີ່ສະຫະລັດ​
ແລະຣັດ​ເຊຍ ​ເພື່ອ​ສົນທະນາ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂທາງ​
ການ​ເມືອງຕໍ່​ບັນຫາ​ຂັດແຍ້​ງ​ໃນ​ຊີເຣຍ.

ສະຫະລັດ ແມ່ນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ສະມາຊິກສະພາ​ຮັກສາ​ຄວາມ​ໝັ້ນ ຄົງສະຫະ​ປະ ຊາ​ຊາດ ທີ່​ໃຫ້ການ​ສະໜັບສະໜຸນ ​ຕໍ່ແຜນການ​ໂອນ​ອຳ ນາດ​ທາງ​ການເມືອງ​ໃນ ຊີເຣຍ ຊຶ່ງ​ຮວມ​ທັງການ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ຂອງປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad. ​ແຕ່​ຣັດ​ເຊຍ ​ແລ​ະຈີນ ຊຶ່ງ​ທັງ​ສອງ​ຕ່າງ​ກໍເປັນ​ສະມາຊິກ​ຖາວອນຂອງສະພາຄວາມ​ໝັ້ນຄົງ ພາກັນ​ຄັດ​ຄ້ານ​ຕໍ່​ແຜນການ​ດັ່ງກ່າວ.

​ໃນ​ວັນ​ພະຫັດ​ວາ​ນນີ້ ຊີ​ເຣຍ ​ໄດ້​ກ່າວ​ຫາ​ວ່າ ທ່ານ Brahimi “​ລຳ​ອຽງ” ຢ່າງ​ເປັນ​ການ​ເປີດແຜນ ​ໃນ​ຄໍາ​ເວົ້າ​ທີ່​ທ່ານ​ໄດ້ກ່າວຕໍ່ BBC ​ນຶ່ງ​ກ່ອນ​ໜ້າ​ນັ້ນ ໂດຍ​ຢືນ​ຢັດ​ວ່າ ທ່ານ Assad ຕ້ອງ​ລາ​ອອກ​ຈາກ​ຕໍາ​ແໜ່ງ. ​ໂຄສົກກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Victoria Nu-land ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ສະຫະລັດ​ໃຫ້ການ​ສະໜັບສະໜຸນ ຢ່າງ​ແຂງ​ຂັນ ຕໍ່​ການ​ປະຕິບັດ​ງານຂອງ ທ່ານ Brahimi.

​ເອກ​ອັກຄະ​ລັດ​ຖະ​ທູດຊີ​ເຣຍປະຈຳສະຫະ​ປະຊາ​ຊາດ ທ່ານ Faysay Hamoui ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ພະຫັດວານ​ນີ້ ທີ່​ນະຄອນ Geneva ວ່າ ຊີເຣຍບໍ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ ​ແລະ​ບໍ່ຄາດ​ວ່າ​ຈະ​ໄດ້ ຣັບຜົນ​ໃດໆ​ເລີຍ.

​ໃນ​ຂະນະ​ດຽວ​ກັນນັ້ນ ລາຍ​ງານ​ຈາກຊີ​ເຣຍ ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ກະບົດ​ຕິດ​ອາວຸດ ​ໄດ້​ຍຶດ​ເອົາບາງ​ສ່ວນ ຂອງຖານ​ທັບ​ອາກາດ​ ທີ່​ເມືອງ Taffanaz ຢູ່​ໃນ​ພາກ​ເໜືອຂອງ
ຊີເຣຍ. ທ່ານນາງ Nuland ກ່າວວ່າ ການເຄື່ອນ​ໄຫວ​ດັ່ງກ່າວ​ ​ແມ່ນ​ເປັນ​ການ “ສ້າງ
ຄວາມເສຍ​ຫາຍ​ອັນ​ສໍາ ຄັນ” ​ໃຫ້ແກ່​ອຳນາດ​ການ​ປົກຄອງ​ຂອງທ່ານ Assad ແລະກ່າວ​ຕື່ມ​ວ່າ ລາຍງານຍັງສະແດງ​ໃຫ້​ເຫັນວ່າ ພວກກະບົດກໍາລັງມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ.
XS
SM
MD
LG