ລັດຖະບານຂອງທ່ານໂອບາມາກ່າວວ່າ ຕົນຮູ້ສຶກ “ເສຍໃຈທີ່ສຸດ”
ທີ່ຣັດເຊຍ ໄດ້ອະນຸມັດການຂໍລີ້ໄພຊົ່ວຄາວໃຫ້ແກ່ທ້າວ Edward
Snowden ທີ່ລົບລີ້ໜີກົດໝາຍ ຍ້ອນເປີດເຜີຍຂໍ້ມູນຂອງອົງການ
ສືບລັບສະຫະລັດ.
ທ້າວ Snowden ໄດ້ອອກໄປຈາກເຂດພັກເຊົາສຳລັບເດີນທາງຕໍ່
ຂອງສະໜາມບິນກຸງມົສກູຫລັງຈາກໄດ້ຕົກຄ້າງຢູ່ທີ່ນັ້ນມາເປັນເວ
ລານຶ່ງເດືອນກວ່າໆ. ທະນາຍຄວາມຂອງລາວເວົ້າວ່າ ລາວໄດ້ຮັບ
ອະນຸຍາດ ໃຫ້ລີ້ໄພຢູ່ຣັດເຊຍ ເປັນເວລາ 1 ປີ ພ້ອມທັງອະນຸຍາດ
ໃຫ້ເຮັດວຽກໄດ້ ແລະໄດ້ຖືກນຳຕົວ ໄປຍັງສະຖານທີ່ປິດລັບແຫ່ງ
ນຶ່ງ.
ທະນາຍຄວາມຊາວຣັດເຊຍຂອງລາວເວົ້າວ່າ ທ້າວ Snowden ມີແຜນການທີ່ຈະຖະແຫຼງຕໍ່
ສື່ມວນຊົນໃນອະນາຄົດ ແຕ່ກໍຕໍ່ເມື່ອຫຼັງຈາກລາວໄດ້ປັບຕົວເຂົ້າກັບສະພາບການໃໝ່ແລ້ວ.
ທ່ານ Jay Carney ໂຄສົກຂອງທຳນຽບຂາວກ່າວໃນມື້ວັນພະຫັດວານນີ້ວ່າພວກເຈົ້າໜ້າທີ່
ພວມຊັ່ງຊາຕີລາຄາຄືນໃໝ່ເບິ່ງໝາຍກຳນົດການເຈລະຈາໃນເດືອນໜ້າລະຫວ່າງປະທານາ ທິບໍດີບາຣັກ ໂອບາມາແລະທ່ານ Vladimir Putin ທີ່ກຸງມົສກູ. ທ່ານເວົ້າວ່າ ວັງເຄຣັມລິນບໍ່ ໄດ້ເອົາຫົວຊາ ຢ່າງເປັນການຈະແຈ້ງ ທັງແບບເປີດເຜີຍ ແລະສ່ວນຕົວ ຕໍ່ການຮ້ອງຂໍໃຫ້ສົ່ງ
ທ້າວ Snowden ກັບຄືນມາຍັງສະຫະລັດເພື່ອດຳເນີນຄະດີ.