ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຣັດເຊຍ ຫາລືກັນ ກ່ຽວກັບ ເລື້ອງຊີເຣຍ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.

ສະຫະລັດ​ ແລະຣັດ​ເຊຍ ກຳລັງ​ໂອ້​ລົມກັນ ກ່ຽວກັບເລື້ອງ​ຊີ​ເຣຍ
​ເພື່ອ​ຄຳ້ປະກັນ​ວ່າ ກຳລັງ​ທະຫານ​ເຂົາ​ເຈົ້າ ຢູ່​ໃນເຂດ​ຂັດ​ແຍ້​ງ
ທີ່ບໍ່ມີ​ຄວາມ​ທຸ່ນ​ທ່ຽງນັ້ນ ຫລີກ​ລ່ຽງ ຈາກການປະທະກັນດ້ວຍ
ຄວາມບັງເອີນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter
​ໄດ້​ກ່າວ​ຕໍ່​ຄູ່​ຕຳ​ແໜ່ງຝ່າຍຣັດ​ເຊຍໃນ​ວັນ​ສຸກ​ວານ​ນີ້ ​ເປັນ​ເທື່ອ
​ທຳ​ອິດ ນັບ​ແຕ່​ທ່ານ Cater ​ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ ເມື່ອ​ເຈັດ​
ເ​ດືອນກ່ອນ.

ເຈົ້າ​ໜ້າ​ທີ່​ອະ​ວຸໂສກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດ ຄົນ​ນຶ່ງ​ກ່າວ​ວ່າ ລັດຖະມົນຕີ​ປ້ອງ
​ກັນ​ປະ​ເທດ ຣັດ​ເຊຍ ທ່ານ Sergei Shoygu ​ໄດ້​ກ່າວ​ຕໍ່ທ່ານ Cater ວ່າ ການປະຕິບັດ
ງານຂອງຣັດ​ເຊຍ​ໃນ​ຊີ​ເຣຍ ແມ່ນຢູ່ໃນລັກສະນະ​ປ້ອງ​ກັນ​ ​ແລະວ່າ ​ມົສກູພຽງ​ແຕ່​ປະຕິບັດ
ຕາມຄຳໝັ້ນໝາຍ​ ທີ່​ຕົນ​ໄດ້ໃຫ້ໄວ້​ຕໍ່​ລັດຖະບານ​ຊີ​ເຣຍ.

ການ​ເຄື່ອນໄຫວທາງ​ດ້ານການ​ທູດ ​ໃນ​ວັນ​ສຸກ​ວານ​ນີ້ ສະ​ແດງ​ໃຫ້​ເຫັນເຖິງ​ການລິ​ເລີ້ມ
ໃໝ່ ໃນວິ​ກິດ​ການຊີ​ເຣຍ ​ໃນ​ຂະນະ​ທີ່ສະຫະລັດ ແລະຣັດ​ເຊຍ ຕ່າງກໍເພິງ​ພໍ​ໃຈ​ມາຈົນ
ຮອດ​ປັດ​ຈຸ​ບັນນີ້ ໂດຍປະນາມຊຶ່ງ​ກັນແລະ​ກັນ ກ່ຽວ​ກັບ​ບົດບາ​ດຂອງອີກຝ່າຍນຶ່ງ ຢູ່ໃນ
ບັນຫາຂັດແຍ້ງນັ້ນ.

ລັດຖະມົນ​ຕີຕ່າງປ​ະ​ເທດສະຫະລັດ ທ່ານ John Kerry ​ຊຶ່ງກຳລັງຢູ່ທີ່ນະຄອນ London
ເພື່ອຫາລືກັບ​ພັນທະ​ມິດກ່ຽວ​ກັບ​ທາງ​ເລືອກ​ໃນຊີ​ເຣຍ ​ກ່າວ​ວ່າ “ພວກເຮົາກຳລັງ​ຊອກ​ຫາ
​ຊ່ອງທາງ ເພື່ອພະຍາຍາມ​ຊອກ​ຫາ​ຈຸດຢືນຮ່ວມ​ກັນ. ແນ່ນອນ ຖ້າ​ຫາກ​ທ່ານ​ຈະມີ​ການ​
ຕົກລົງດ້ານ​ການ​ເມືອງ ທີ່​ພວກ​ເຮົາ​ໂຕ້​ຖຽງ​ກັນ​ຢູ່​ເລື້ອຍ​ໆ ແມ່ນເປັນ​ທາງທີ່​ດີ​ສຸດແລະ​ເປັນ
​ທາງ​ດຽວ​ທີ່​ຈະ​ແກ້​ໄຂ​ບັນຫາໃນຊີ​ເຣຍນັ້ນ ທ່ານ​ຕ້ອງ​ສົນທະນາ​ກັບປະຊາຊົນ ແລະ ທ່ານ​ຕ້ອງ​ຊອກ​ຫາ​ຈຸດຢືນຮ່ວມກັນ.”

ການ​ເຈລະຈາ​ລະຫວ່າງມະຫາ​ອຳນາດ​ທັງສອງ ໄດ້ມີຂື້ນພຽງ​ບໍ່​ເທົ່າ​ໃນ​ຊົ່ວ​ໂມງ ຫລັງ​ຈາກ
ມີຂ່າວ ການເສີມກຳລັງທະຫານຣັດ​ເຊຍຢູ່​ໃນ​ຊີ​ເຣຍທີ່​ປາກົດວ່າ​ກ້າວເຂົ້າ​ສູ່​ຂັ້ນ​ໃໝ່​ ດ້ວຍ
ການໄປເຖິງຂອງ​ເຮືອບິນ​ລົບຣັດເຊຍ.

ທ່ານ Kerry ຈະ​ພົບ​ປະ​ກັບ ຄູ່​ຕຳ​ແໜ່​ງບາງປະເທດຈາກຢູ​ໂຣບ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ສົນ
ທະນາຫາລື ​ກ່ຽວກັບ​ວິ​ກິດ​ການໃນຊີ​ເຣຍ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ຣັດ​ເຊຍ ໄດ້​ສົ່ງ​ເຮືອບິນ​ໂຈມຕີ Su-
khoi ສີ່​ລຳ ​ໄປ​ຍັງ​ຖານ​ທັບ​ອາກາດໃກ້​ກັບ​ເມືອງ Latakia. ​ເຮືອບິນ​ເຮ​ລິ​ຄອບ​ເຕີ້ຣັດ​ເຊຍ
ແປດ​ລຳກໍຍັງ​ໄດ້ມີການພົບເຫັນຢູ່ທີ່ນັ້ນ.

Syria Russia
please wait
Embed

No media source currently available

0:00 0:02:41 0:00

XS
SM
MD
LG