ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຣັດເຊຍ ເອົາບາດກ້າວ ສຳຄັນ ແກ້ໄຂ ວິກິດການ ຊີເຣຍ (ວີດີໂອ)


ລມຕ ຕ່າງປະເທດສະຫະລັດ ທ່ານ ຈອນ ແຄຣີ (ຊ້າຍ) ແລະ ລມຕ ຕ່າງປະເທດຣັດເຊຍ ທ່ານ Sergei Lavrov .
ລມຕ ຕ່າງປະເທດສະຫະລັດ ທ່ານ ຈອນ ແຄຣີ (ຊ້າຍ) ແລະ ລມຕ ຕ່າງປະເທດຣັດເຊຍ ທ່ານ Sergei Lavrov .
ທ່ານ ຈອນ ​ແຄຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ພວມ​ຢ້ຽມຢາມ​ນະຄອນ Jeru salem ປະ​ເທດ​ອີສຣາ​ແອ​ລ ​ເພື່ອ​ລາ​ຍງານ​ໂດຍ​ສັງ​ເຂ​ບ​ໃຫ້ ນາຍົກລັດຖະມົນຕີ Benjamin Netanyahu ຊາບ ກ່ຽວ​ກັບ​ສະຖານະ​ການ​ລ່າ​ສຸດຂອງ​ຊີ​ເຣຍ ​ປະ​ເທດ​ເພື່ອນບ້ານ​ຂອງ​ອິສຣາ​ແອ​ລ​ ທີ່ມີ​ບັນຫາ​ຮ້າຍ​ແຮງ​ຢູ່​ໃນ​ຂະນະ​ນີ້.

ກ່ອນ​ໜ້າ​ກອງ​ປະຊຸມ​ໃນ​ວັນ​ອາທິດ​ມື້​ນີ້ ທ່ານ ​ເນ​ຕັນ​ຢາ​ຮູ​ ​ເວົ້າ​ວ່າ ທ່ານ ຫວັງ​ວ່າການ​ເຈລະຈາ​ກັນ​ຄັ້ງ​ໃໝ່​ລະຫວ່າງ​ສະຫະລັດແລະຣັດ​ເຊຍ ​ເພື່ອ ກໍາຈັດ​ອາວຸດ​ເຄມີ​ທັງ​ໝົດ​ນັ້ນ ຈະ​ນໍາພາ​ໄປ​ສູ່​ການ​ທັບ​ມ້າງ​ໂດຍສົມບູນ ຂອງ​ຄັງ​ອາວຸດ​ທັງ​ໝົດ.

ຫຼັງຈາ​ກການ​ຢຸດແວ່ທີ່ອີສຣາ​ແອ​ລ​ເປັນ​ເວລາ​ສັ້ນໆແລ້ວ ທ່ານ​ແຄ​ຣີ ຈະ​ເດີນທາງ​ມຸ້ງ​ໜ້າ​ໄປ​ຍັງ​ນະຄອນຫຼວງປາ​ຣີ ​ເພື່ອ​ເຈລະຈາ​ກັບ​ຄູ່​ຕໍາ​ແໜ່​ງ ຈາກ​ ຝຣັ່ງ ອັງກິດ ​ແລະ​ຊາ​ອຸ​ດີ ອາ​ເຣ​ເບຍ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ກ່ຽວ​ກັບ​ບັນຫາ​ຊີ​ເຣຍ.

ໃນ​ວັນ​ອາທິດ​ມື້​ນີ້ ຈີນ ​ເປັນ​ປະ​ເທດ​ຫຼ້າສຸດທີ່​ຍິນ​ດີ​ນໍາ​ຂໍ້​ຕົກລົງ​ກັນ​ຄັ້ງ​ນີ້. ທີ່​ກຸງປັກ​ກິ່ງ ທ່ານຫວັງ ຢີ ລັດຖະມົນ​ຕີ​ຕ່າງປະ​ເທດ​ຈີນ ບອກ​ທ່ານ Laurent Fabius ຄູ່​ຕໍາ​ແໜ່​ງ ຝ່າຍ​ຝຣັ່ງວ່າ ຂໍ້​ຕົກລົງ​ກັນ​ເລື່ອງ​ອາວຸດ ​ເຄມີຈະ​ຜ່ອນຄາຍ​ຄວາມ​ຕຶງ​ດຽດ​ໃນ​ຊີ​ເຣຍລົງ​ໄດ້. ການ​ເຫັນ​ພ້ອມ​ຂອງຈີນ ນັບ​ວ່າ​ສໍາຄັນ​ທີ່​ສຸດ ຍ້ອນປັກ​ກິ່ງ​ມີ​ອໍານາດ​ໃຊ້​ສິດ​ຍັບ​ຍັ້ງ ຫຼືວີ​ໂຕ້​ໄດ້ ຢູ່​ໃນ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ເວົ້າ​ໄວ້ວ່າ ທ່ານ​ຫວັງ​ວ່າ ຂໍ້​ຕົກລົງ​ກັນ​ຄັ້ງ​ນີ້ ຈະເຮັດ​ໃຫ້​ຄວາມ​ພະຍາຍາມ​ເພື່ອ​ຍຸຕິ ຄວາມ​ເດືອດຮ້ອນ​ທີ່​ໜ້າ​ຕົກ​ໃຈທີ່​ສຸດ ທີ່​ຄຸກ​ຄາມ​ປະຊາຊົນ​ຊີ​ເຣຍນັ້ນ​ໄດ້.

​ແຕ່​ແນວ​ໃດ​ກໍ​ດີ ກຸ່ມ​ຕໍ່ຕ້ານ​ໃນ​ຊີ​ເຣຍ ​ເວົ້າ​ວ່າ ​ແຜນການ​ດັ່ງກ່າວ​ນີ້ ຍັງ​ບໍ່ ກວ້າງ​ໄກ​ພໍ.

ສະຫະລັດ​ແລະຣັດ​ເຊຍ ​ໄດ້​ປະກາດ​ອອກ​ໄປ​ທີ່​ນະຄອນເຈ​ນິວາ ປະເທດ Switze land ​ເມື່ອວັນ​ເສົາ​ວານ​ນີ້​ວ່າ ພວກ​ຕົນ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ ​ເຖິງ​ແຜນການ​ທີ່​ຈະ​ຍຸຕິ​ໂຄງການ​ອາວຸດ​ເຄມີ​ຂອງ​ຊີ​ເຣຍ ​ໂຮ​ມທັງ​ຂໍ້​ບັງຄັບ ​ໃຫ້​ລັດຖະບານ​ຂອງ​ທ່ານ Assad ຈົ່ງ​ຍື່ນ​ສະ​ເໜີ​ບັນຊີ​ລາຍຊື່​ອາວຸດ​ດັ່ງກ່າວ​ຢ່າງ​ຄົບ​ຖ້ວນ​ໃຫ້​ທັນ ພາຍໃນ​ນຶ່ງ​ອາທິດ.

ເບິ່ງວີດີໂອ:

Syria
please wait
Embed

No media source currently available

0:00 0:01:34 0:00



XS
SM
MD
LG