ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລື່ອງສອດແນມ ຈະບໍ່ກະທົບ ຄວາມສໍາພັນສະຫະລັດ-ຣັດເຊຍ


ຮູບແຕ້ມ 5 ຄົນ ຂອງພວກທີ່ສົງໄສວ່າ ເປັນສອດແນມຣັດເຊຍ 10 ຄົນ ທີ່ຖືກຈັບ ທີ່ສານ ແຫ່ງນຶ່ງ ໃນນະຄອນນິວຢອກ (28 ມິຖຸນາ 2010)
ຮູບແຕ້ມ 5 ຄົນ ຂອງພວກທີ່ສົງໄສວ່າ ເປັນສອດແນມຣັດເຊຍ 10 ຄົນ ທີ່ຖືກຈັບ ທີ່ສານ ແຫ່ງນຶ່ງ ໃນນະຄອນນິວຢອກ (28 ມິຖຸນາ 2010)

ກະຊວງ ການຕ່າງປະເທດ ຣັດເຊຍ ກ່າວວ່າ ຕົນຄາດວ່າ ການຈັບກຸມ 11 ຄົນ ທີ່ຖືກກ່າວຫາວ່າ ເປັນຕາໜ່າງ ສອດແນມຣັດເຊຍນັ້ນ ຈະບໍ່ມີຜົນກະທົບ ໃນທາງລົບ ຕໍ່ຄວາມສຳພັນ ທີ່ໄດ້ຮັບ ການປັບປຸງໃໝ່ ລະຫວ່າງ ສະຫະລັດ ກັບຣັດເຊຍ.

ໂຄສົກຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ຣັດເຊຍ ກ່າວວ່າ ມົສກູ ໄດ້ສັງເກດເຫັນ ຄຳຖະແຫຼງ ທີ່ມີຂຶ້ນ ນຶ່ງມື້ກ່ອນໜ້ານັ້ນ ໂດຍໂຄສົກ ຂອງທຳນຽບຂາວ ທ່ານ ROBERT GIBBS ທີ່ໄດ້ກ່າວວ່າ ການຈັບກຸມ ທີ່ວ່ານີ້ ຈະບໍ່ມີຜົນກະທົບໃດໆ ຕໍ່ຄວາມສຳພັນ ທີ່ເລີ້ມຕົ້ນໃໝ່ ລະຫວ່າງ ປະເທດທັງສອງນັ້ນ.

ທ່ານ GIBBS ກ່າວໃນວັນອັງຄານ ວານນີ້ວ່າ ປະທານາທິບໍດີ ບາຣັກ ໂອບາມາ ຮູ້ເລື່ອງ ກ່ຽວກັບ ພວກທີ່ຖືກກ່າວຫາວ່າ ເປັນຕາໜ່າງສອດແນມ ກ່ອນທີ່ທ່ານ ເປັນເຈົ້າພາບ ຕ້ອນຮັບປະທານາທິບໍດີ ຣັດເຊຍ ທ່ານ DMITRI MEDVEDEV ໃນສັບປະດາແລ້ວ. ແຕ່ທ່ານເວົ້າວ່າ ທ່ານໂອບາມາ ບໍ່ໄດ້ຍົກເອົາເລື່ອງນີ້ ຂຶ້ນມາເວົ້າກັນ ໃນລະຫວ່າງ ການສົນທະນາຫາລື.

ເຈົ້າໜ້າທີ່ ສະຫະລັດ ໄດ້ຈັບ ພວກທີ່ຖືກກ່າວຫາວ່າ ເປັນສອດແນມຣັດເຊຍ 10 ຄົນ ໃນມື້ວັນອາທິດ ຜ່ານມາ ແລະຕຳຫຼວດ ທີ່ເກາະໄຊປຣັສ ໄດ້ຈັບ ຜູ້ຕ້ອງສົງໄສ ຄົນທີ 11 ໃນວັນອັງຄານ ວານນີ້.

ຜູ້ຕ້ອງຫາວ່າ ເປັນສອດແນມເຫຼົ່ານີ້ ໄດ້ຖືກຟ້ອງ ໃນຂໍ້ຫາ ເກັບກຳຂໍ້ມູນ ໃຫ້ໜ່ວຍສືບລັບ ຣັດເຊຍ ກ່ຽວກັບ ອາວຸດນິວເຄລຍ ນະໂຍບາຍຕ່າງປະເທດ ແລະການເມືອງ ຂອງສະຫະລັດ ຂະນະທີ່ ດຳລົງຊີວິດ ແລະທຳມາຫາກິນ ແບບງຽບໆ ຢູ່ໃນສະຫະຣັດ.

XS
SM
MD
LG