ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະຣັດເຊຍ ອາດແລກປ່ຽນ ສອດແນມ


10 ຄົນ ທີ່ຖືກກ່າວຫາວ່າ ເປັນສອດແນມໃຫ້ຣັດເຊຍ ​ແລະ​ຖືກ​ຕຳຫຼວດສະຫະລັດຄວບຄຸມ​ໂຕ​ໄວ້ນັ້ນ ມີກຳນົດ ຈະໄປ​ໃຫ້ການ​ຕໍ່ສານ ໃນວັນພະຫັດມື້ນີ້ ວ່າ​ຈະຍອບຮັບ ຫຼືປະຕິເສດ ຕໍ່ຂໍ້ຫາດັ່ງກ່າວ.

ຜູ້ຕ້ອງສົງໄສທັງ 10 ຈະໄປປາກົດໂຕ ທີ່ສານລັດຖະບານ ກາງ​ ໃນນະຄອນນິວຢອກ ບ່ອນທີ່ ​ເຂົາ​ເຈົ້າຖືກຟ້ອງຮ້ອງນັ້ນ.

ທ່ານ ROBERT BAUM ທະນາຍຄວາມ ຂອງຜູ້ຕ້ອງ ສົງໄສ ນາງ ANNA CHAPMAN ກ່າວວ່າ ຄະດີນີ້ ອາດຈະໄດ້ຮັບ ການແກ້ໄຂ ຢ່າງວ່ອງໄວກໍໄດ້. ລາວແນະໃຫ້ຮູ້ວ່າ ລູກຄວາມຂອງລາວ ອາດຮັບເອົາ ການຕົກລົງ ທີ່​ໃຫ້ນາງ ຍອມຮັບຜິດ ​ເພື່ອ​ແລກ​ກັບ ​ການຖືກເນລະເທດ.

ກ່ອນໜ້ານີ້ ຄອບຄົວຂອງ ນັກວິທະຍາສາດ ຣັດເຊຍຄົນນຶ່ງ ທີ່ຖືກຄຸກ ຍ້ອນສອດແນມ ໃຫ້ສະຫະລັດ ກ່າວວ່າ ຜູ້ກ່ຽວ ອາດຈະຖືກແລກປ່ຽນ ກັບພວກຜູ້ຕ້ອງສົງໄສ ວ່າເປັນ ສອດແນມ ໃຫ້ຣັດເຊຍ ໃນສະຫະລັດ.

ພວກທີ່ໃກ້ຊິດ ກັບທ່ານ IGOR SUTYAGIN ກ່າວວ່າ ທ່ານໄດ້ຖືກຍ້າຍ ຈາກຄຸກແຫ່ງ ນຶ່ງ ໃນພາກເໜືອ ຂອງຣັດເຊຍ ມາຍັງຄຸກ ທີ່ກຸງມົສ​ແລ້ວ ​ແລະວ່າ ຕໍ່ໄປ ທ່ານຈະຖືກສົ່ງໂຕ ໄປອັງກິດ.

ອ້າຍຂອງທ່ານ SUTYAGIN ກ່າວຕໍ່ ວີໂອເອວ່າ ການແລກປ່ຽນ ສອດແນມ ທີ່ວ່ານີ້ ແມ່ນເປັນຄວາມຄິດ ຂອງສະຫະລັດ. ເຈົ້າໜ້າທີ່ ສະຫະລັດ ແລະຣັດເຊຍ ບໍ່ໄດ້ໃຫ້ ຄວາມເຫັນໃດໆ ກ່ຽວກັບເລື່ອງນີ້.

XS
SM
MD
LG