ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ແລກປ່ຽນ ສອດແນມ ກັບລັດເຊຍ


ຂ່າວເລື່ອງສອດແນມ ຂອງສະຫະລັດ ແລະຣັດເຊຍ ທີ່ໄດ້ສ້າງ ຄວາມສົນໃຈ ຢ່າງໃຫຍ່ ໃຫ້ແກ່ສື່ມວນຊົນ ຂອງນາໆຊາດນັ້ນ ປາກົດວ່າ ໄດ້ປິດສາກລົງ ໃນມື້ວັນສຸກວານນີ້ ດ້ວຍການແລກປ່ຽນ ສອດແນມ ຄັ້ງໃຫຍ່ທີ່ສຸດ ນັບແຕ່ສົງຄາມເຢັນ ສິ້ນສຸດລົງ.

ສະຫະລັດ ໄດ້ແລກປ່ຽນ ສາຍລັບຣັດເຊຍ 10 ຄົນ ທີ່ຕົນຈັບ ໃນເດືອນແລ້ວ ກັບຊາວຣັດເຊຍ 4 ຄົນ ທີ່ພວມຮັບໃຊ້ໂທດຈຳຄຸກ ໃນຂໍ້ຫາສອດ ແນມໃຫ້ແກ່ປະເທດ ຕາເວັນຕົກ.

ການແລກປ່ຽນ ສອດແນມ ທີ່ວ່ານີ້ ໄດ້ມີຂຶ້ນ ໃນບໍລິເວນ ສອກຫຼີກແຫ່ງນຶ່ງ ຂອງສະໜາມບິນ ນາໆຊາດ ນະຄອນວຽນນາ. ເຮືອບິນ 2 ລຳ ຄືລຳນຶ່ງ ຈາກນິວຢອກ ແລະອີກລຳນຶ່ງ ຈາກມົສກູ ໄດ້ເດີນທາງໄປເຖິງ ນະຄອນຫຼວງ ຂອງອອສເຕຣຍ ໃນເວລາຫ່າງກັນ ບໍ່ເທົ່າໃດນາທີ ແລະກໍໄປຈອດ ໃກ້ໆກັນ ຂະນະທີ່ສອດແນມ ທັງ 14 ຄົນ ໄດ້ມີການແລກປ່ຽນກັນ.

ເຈົ້າໜ້າທີ່ຄົນນຶ່ງ ຂອງສະຫະລັດ ກ່າວວ່າ 2 ໃນຈຳນວນສອດແນມ 4 ຄົນ ທີ່ຣັດເຊຍປ່ອຍນັ້ນ ໄດ້ຖືກສົ່ງໄປ ປະເທດອັງກິດ ຂະນະທີ່ອີກ 2 ຄົນ ເດີນທາງມາຍັງ ສະຫະລັດ.

10 ຄົນ ທີ່ຖືກຈັບ ໃນສະຫະລັດ ໄດ້ຍອມຮັບຜິດຕໍ່ສານ ໃນມື້ວັນພະຫັດ ຜ່ານມາວ່າ ໄດ້ສົມຮູ້ຮ່ວມຄິດກັນ ເປັນສາຍລັບ ໃຫ້ຕ່າງປະເທດ ໂດຍບໍ່ໄດ້ຈົດທະບຽນ. ສ່ວນບຸກຄົນທີ 11 ໃນຕາໜ່າງສອດແນມ ໄດ້ຖືກຈັບ ທີ່ໄຊປຣັສ ແຕ່ຖືກປ່ອຍ ຍ້ອນມີການ ປະກັນໂຕ. ເວລານີ້ ຜູ້ກ່ຽວ ໄດ້ຫຼົບໜີໄປແລ້ວ.

ເຈົ້າໜ້າທີ່ຄົນນຶ່ງ ຂອງສະຫະລັດ ກ່າວວ່າ ລັດຖະບານ ທ່ານໂອບາມາ ໄດ້ພິຈາລະນາ ກ່ຽວກັບ ການແລກປ່ຽນສອດແນມ ທີ່ວ່ານີ້ ເລີ້ມແຕ່ວັນທີ 11 ມິຖຸນາ ກ່ອນທີ່ ຊາວຣັດເຊຍທັງ 10 ຈະຖືກຈັບອີກ.

XS
SM
MD
LG