ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດຈັບນັກສືບຣັດເຊຍ


ກະຊວງການຕ່າງປະເທດຣັດເຊຍ ກ່າວວ່າ ການກ່າວຫາກ່ຽວກັບຕາໜ່າງສອດແນມຂອງ ຣັດເຊຍໃນສະຫະລັດນັ້ນ ແມ່ນບໍ່ມີມູນຄວາມຈິງ ແລະເປັນເລື່ອງທີ່ບໍ່ ສົມຄວນ​ຈະ​ມີ​ຂຶ້ນ.

ໃນຖະແຫຼງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນອັງຄານ ມື້ນີ້ ກະຊວງ ການຕ່າງປະເທດ ຣັດເຊຍໄດ້ສະແດງຄວາມເສຍໃຈ ທີ່ການຈັບກຸມ 10 ຄົນທີ່ຖືກ ກ່າວຫາວ່າ ເປັນສອດແນມ ໃຫ້ຣັດເຊຍ ຢູ່ໃນສະຫະລັດ ມີຂຶ້ນຂະນະທີ່ ປະທານາທິບໍດີ ບາຣັກ ໂອບາມາ ພວມເຄື່ອນໄຫວ ທີ່ຈະເລີ້ມຕົ້ນໃໝ່ ໃນຄວາມສຳພັນ ກັບມົສກູ. ທ່ານໂອບາມາ ໄດ້ເປັນເຈົ້າພາບ ຕ້ອນຮັບ ປະທານາທິບໍດີ ຣັດເຊຍ ທ່ານ DMITRI MEDVEDEV ຢູ່ທີ່ທຳນຽບຂາວ ບໍ່ເທົ່າໃດມື້ ກ່ອນການຈັບກຸມ ທີ່ວ່ານີ້.

ຜູ້ຕ້ອງສົງໄສທັງ 10 ທີ່ໄດ້ຖືກຈັບກຸມ ໃນມື້ວັນອາທິດແລ້ວ ທີ່ລັດນິວຢອກ ນິວເຈີຊີ ແມັສຊາຈູແຊັຕສ໌ ແລະເວີຈີເນຍ ໄດ້ຖືກຟ້ອງ ໃນມື້ວັນຈັນ ວານນີ້ ໃນຂໍ້ຫາ ສົມຮູ້ຮ່ວມຄິດ ທີ່ຈະ​ເປັນ​ສອດແນມ ແບບບໍ່ໄດ້ຮັບ ອະນຸຍາດ ໃຫ້ລັດຖະບານ ຕ່າງປະເທດ. ຜູ້ຕ້ອງຫາ ທັງໝົດ ຍົກເວັ້ນ 2 ຄົນ ຍັງໄດ້ຖືກຟ້ອງ ໃນຂໍ້ຫາຟອກເງິນ ນຳດ້ວຍ.

ສ່ວນບຸກຄົນທີ 11 ທີ່ພົວພັນ ໃນຕາໜ່າງສອດແນມ ດັ່ງກ່າວ ຍັງຈັບໂຕ ບໍ່ທັນໄດ້ເທື່ອ.

ໃນເອກກະສານຂອງສານນັ້ນ ກະຊວງຍຸຕິທຳສະຫະລັດ ໄດ້ກ່າວເຖິງພວກທີ່ ຖືກກ່າວຫາວ່າ ດຳເນີນການແບບຜິດກົດໝາຍ ໃນໄລຍະຍາວ ໃນການສອດ ແນມຢູ່ໃນສະຫະລັດ ໃຫ້ແກ່ ໜ່ວຍສືບລັບ ຣັດເຊຍ SVR. ເອກກະສານເວົ້າວ່າ ເປົ້າໝາຍ ຂອງເຂົາ​ເຈົ້າ ກໍຄືໃຫ້ ກາຍເປັນຄົນ ອະເມຣິກັນ ຢ່າງເຖິງຖອງ ເພື່ອທີ່ພວກເຂົາເຈົ້າ ຈະສາມາດ ເກັບກຳຂໍ້ມູນຕ່າງໆ ຈາກວົງການ ກຳນົດນະໂຍບາຍ ຂອງສະຫະລັດໄດ້.

XS
SM
MD
LG