ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຣັດເຊຍ ໂຕ້ຖຽງກັນ ກ່ຽວກັບ ການໂຈມຕີທາງໄຊເບີ ກ່ອນກອງປະຊຸມສຸດຍອດ ຂອງທ່ານ ໄບເດັນ ກັບ ທ່ານ ປູຕິນ


ຜູ້ຊາຍຄົນນຶ່ງຖືກຄອບພິວເຕີ ແລັບທັອບ ໃນຂະນະທີ່ລະຫັດຖືກສາຍໃສ່ລາ. 13 ພຶດສະພາ, 2017.
ຜູ້ຊາຍຄົນນຶ່ງຖືກຄອບພິວເຕີ ແລັບທັອບ ໃນຂະນະທີ່ລະຫັດຖືກສາຍໃສ່ລາ. 13 ພຶດສະພາ, 2017.

ສະຫະລັດ ກັບ ຣັດເຊຍ ໄດ້ໂຕ້ຖຽງກັນໃນວັນອາທິດວານນີ້ ກ່ຽວກັບ ຄວາມຮັບຜິດຊອບສຳລັບຄວາມເສຍຫາຍຈາກການໂຈມຕີທາງໄຊເບີ ໃນຂະນະທີ່ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ປະທານາ ທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ກະກຽມສຳລັບກອງປະຊຸມສຸດຍອດຂອງພວກເພິ່ນຢູ່ນະຄອນ ເຈນິວາ ໃນວັນພຸດນີ້.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ, ບໍ່ມີປະເທດທີ່ມີຄວາມຮັບຜິດຊອບໃດຄວນປະຕິບັດການ ກ່ຽວກັບ ການປົກປ້ອງອົງການອາຊະຍະກອນທີ່ພົວພັນໃນການໂຈມຕີທາງໄຊເບີ, ລວມທັງການໂຈມຕີຮຽກຄ່າໄຖ່.”

ທ່ານ ບລິງເຄັນ ໄດ້ກ່າວວ່າ ທ່ານ ໄບເດັນ “ຈະໃຫ້ຄວາມກະຈ່າງແຈ້ງຕໍ່ປະທານາທິບໍດີ ປູຕິນ. ພວກເຮົາພະຍາຍາມຫາການຮ່ວມມືກັບ ຣັດເຊຍ ໃນການຮັບມືກັບອົງການອາຊະຍະກອນພວກນີ້ ເຖິງຂອບເຂດທີ່ພວກເຂົາປະຕິບັດການຈາກເຂດແດນຂອງ ຣັດເຊຍ.”

ສອງທຸລະກິດທີ່ສຳຄັນຄື ບໍລິສັດທໍ່ນໍ້າມັນ ໂຄໂລນຽລ, ທີ່ຂົນສົ່ງນໍ້າມັນໃນພາກຕາເວັນອອກສຽງໃຕ້ຂອງ ສະຫະລັດ ແລະ ບໍລິສັດຜະລິດຊີ້ນ JBS, ແມ່ນໄດ້ຖືກແນເປົ້າໃສ່ເດືອນແລ້ວນີ້ ໃນການໂຈມ ຕີທາງໄຊເບີທີ່ເຊື່ອວ່າໄດ້ມີຕົ້ນກຳເນີດໃນ ຣັດເຊຍ, ດ້ວຍທັງບໍລິສັດ ໂຄໂລນຽລ ແລະ JBS ໄດ້ຈ່າຍເງິນຄ່າໄຖ່ຫຼາຍລ້ານໂດລາເພື່ອຟື້ນຟູປະຕິບັດການທຸລະກິດຂອງເຂົາເຈົ້າຄືນ, ແນວໃດກໍ ຕາມ ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ສະຫະລັດ ກໍໄດ້ກອບກູ້ເອົາເງິນຈຳນວນນຶ່ງທີ່ບໍລິສັດ ໂຄໂລນຽລ ໄດ້ຈ່າຍໄປກັບມາຄືນ.

ທ່ານ ປູຕິນ ໄດ້ກ່າວຕໍ່ໂທລະພາບລັດຖະບານ ໂຣຊີຢາ-1 ໃນວັນອາທິດວານ ນີ້ວ່າ ຣັດເຊຍ ມີຄວາມຍິນດີທີ່ຈະສົ່ງອາຊະຍະກອນໄຊເບີໄປໃຫ້ ອີງຕາມພື້ນຖານທີ່ເທົ່າທຽມກັນກັບ ສະຫະລັດ, ແນວໃດກໍຕາມມັນບໍ່ແນ່ນອນວ່າແມ່ນການໂຈມຕີຕໍ່ບໍລິສັດຫຍັງຂອງ ຣັດເຊຍ ທີ່ທ່ານໄດ້ອ້າງວ່າມີຕົ້ນກຳເນີດໃນ ສະຫະລັດ.

ຜູ້ນຳ ຣັດເຊຍ ໄດ້ກ່າວວ່າ ມົສກູ ແລະ ວໍຊິງຕັນ ຕ້ອງ “ນຶກເຫັນຄຳໝັ້ນສັນຍາທີ່ເທົ່າທຽມກັນ” ໃນການສົ່ງຜູ້ຕ້ອງສົງໄສຂ້າມແດນ, ໂດຍກ່າວວ່າ, “ຣັດເຊຍ ຈະເຮັດແນວນັ້ນຢ່າງແນ່ນອນ ຖ້າອີກຝ່າຍນຶ່ງ, ໃນກໍລະນີນີ້ແມ່ນ ສະຫະລັດ, ເຫັນດີຕໍ່ສິ່ງດຽວກັນ ແລະ ຈະສົ່ງອາຊະຍະກອນທີ່ກ່ຽວ ຂ້ອງມາໃຫ້ ສະຫະພັນ ຮັດເຊຍ.”

ທ່ານ ໄບເດັນ ໄດ້ກ່າວຢູ່ກອງປະຊຸມຖະແຫຼງຂ່າວ G-7 ໃນປະເທດ ອັງກິດ ວ່າການເຈລະຈາແມ່ນເປັນໄປໄດ້ ແຕ່ມີຄວາມສົງໄສວ່ານິໄສຂອງທ່ານ ປູຕິນ ຈະປ່ຽນແປງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG