ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ຫະ​ລັດ ແລະ ຣັດ​ເຊຍ ມີ​ກຳ​ນົດ​ຈັດ​ການ​ເຈ​ລະ​ຈາ ກ່ຽວ​ກັບ ການ​ສືບ​ຕໍ່​ກວດ​ກາ​ການ​ຄວບ​ຄຸມ​ອາ​ວຸດ


ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ເນັດ ໄພ​ຣ​ສ໌ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວ​ໍ​ຊິງ​ຕັນ, 2 ພະ​ຈິກ 2022.
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ເນັດ ໄພ​ຣ​ສ໌ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ນະ​ຄອນຫຼວງ ວ​ໍ​ຊິງ​ຕັນ, 2 ພະ​ຈິກ 2022.

ສະ​ຫະ​ລັດ ແລະ ຣັດ​ເຊຍ ຈະ​ຈັດ​ການ​ເຈ​ລະ​ຈາ ກ່ຽວ​ກັບ ການ​ສືບ​ຕໍ່​ກວດ​ກາ​ການ​ຄວບ​ຄຸມ​ອາ​ວຸດ​ນິວ​ເຄ​ລຍ​ທີ່​ຖືກ​ຢຸດ​ໄປ​ໃນ​ໄວໆ​ນີ້, ເຊິ່ງ​ມັນ​ຖືກ​ໂຈະ​ໄວ້​ໃນ​ລະ​ຫວ່າງ​ໂຣກ​ລະ​ບາດ ໂຄວິດ​-19 ແລະ ບໍ່​ມີ​ການ​ເຄື່ອນ​ໄຫວຫຼັງ​ຈາກ​ການ​ບຸກ​ລຸກ​ຢູ​ເຄ​ຣນ ຂອງ ຣັດ​ເຊຍ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວັນ​ອັງ​ຄານ​ວານນີ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ ເນັດ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ​ການ​ເຈ​ລະ​ຈາ​ກຽວ​ກັບ ການກວດ​ກາ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ “ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້” ພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ສົນ​ທິ​ສັນ​ຍາ New START ແລະ ຈະ​ບໍ່​ລວມ​ມີ​ການ​ເວົ້າ​ເຖິງ​ຄວາມ​ຂັດ​ແຍ້ງ​ໃດໆ​ໃນ​ຢູ​ເຄ​ຣນ.

ທ່ານບໍ່​ໄດ້​ບອກວັນ​ທີ ຫຼື​ ສະ​ຖານ​ທີ່​ສຳ​ລັບ​ການ​ເຈ​ລ​ະ​ຈາ, ແຕ່​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ມັນ​ອາດ​ຖືກ​ຈັດ​ຂຶ້ນ​ກ່ອນ​ທ້າຍ​ປີນີ້, ແລະ ອາດ​ຢູ່​ໃນ​ປະ​ເທດ ອີ​ຈິບ.

ການ​ປະ​ຊຸມ​ ກ່ຽວ​ກັບ ສົນ​ທິ​ສັນ​ຍາ​ທີ່​ເອີ້ນ​ວ່າ “ຄະ​ນະ​ກຳ​ມາ​ທິ​ການ​ສຶກ​ສາ​ຫາ​ລື​ສອງ​ຝ່າຍ” ນັ້​ນ​ຈະ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ດົນ​ກວ່າ​ນຶ່ງ​ປີ ແລະ ມີ​ຈຸດ​ປະ​ສົງ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ​ສອງ​ປະ​ເທດ​ດັ່ງ​ກ່າວ​ຍັງ​ຄົງ​ມີ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ການ​ຄວບ​ຄຸມ​ອາ​ວຸດ ແລະ ​ຮັກ​ສາການ​ສົ່ງ​ຕໍ່​ຂໍ້​ມູນ​ໃຫ້​ກັນ​ແລະ​ກັນເປີດ​ໄວ້​ຄື​ເກົ່າ ເຖິງ​ແມ່ນ​ເຂົາ​ເຈົ້າ​ຈະ​ມີ​ຄວາມບໍ່​ເຫັນ​ພ້ອມ​ກັນ​ກໍ່​ຕາມ.

ທ່ານ ໄພ​ຣ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ​ວ່າ “ພວກ​ເຮົາ​ເຊື່ອ​ຢ່າງ​ເລິກ​ເຊິ່ງ​ໃນ​ທົ່ວ​ໂລກ ກ່ຽວ​ກັບ ອຳ​ນາດ​ໃນການ​ປ່ຽນ​ແປງ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ທູດ ແລະ ການ​ສົນ​ທະ​ນາ.” ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ແມ່ນ “ຮູ້​ຢູ່​ໃນໃຈ” ກ່ຽວ​ກັບ ສິ່ງ​ທີ່​ການ​ປະ​ຊຸມ​ດັ່ງ​ກ່າວ​ສາ​ມາດ​ບັນ​ລຸ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ພວກ​ເຮົາ​ຕໍ່​ການຫຼຸດ​ຜ່ອນ​ຄວາມ​ສ່ຽງ, ຕໍ່​ແຜນ​ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ, ເຊິ່ງ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ຍັງ​ຄົງ​ມີ​ຄວານມ​ມຸ່ງ​ໝັ້ນ​ຕໍ່​ມັນ, ສິ່ງ​ທີ່​ເປັນ​ຜົນ​ປະ​ໂຫຍ​ດ​ຕໍ່​ສອງ​ຝ່າຍ​ຢ່າງ​ເລິກ​ເຊິ່ງ, ແລະ ພວກ​ເຮົາ​ຫວັງ​ວ່າ​ການ​ປະ​ຊຸມ​ທີ່​ໃກ້​ຈະ​ມາ​ເຖິງນີ້​ຈະ​ມີ​ຄວາມ​ສ້າງ​ສັນ.”

ການກວດ​ກາ​ສະ​ຖານ​ທີ່ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ ແລະ ຣັດ​ເຊຍ ພາຍ​ໃຕ້​ສົນ​ທິ​ສັນ​ຍາ New START ແມ່ນ​ຖືກ​ຢຸດ​ໂດ​ຍ​ທັງ​ສອງ​ຝ່າຍ​ຍ້ອນ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ເດືອນ​ມີ​ນາ 2020. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ພົບ​ປະ​ກັນ​ຄັ້ງ​ສຸດ​ທ້າຍ​ໃນ​ເດືອນ​ຕຸ​ລາ 2021, ແຕ່​ຕໍ່​ມາ ຣັດ​ເຊຍ ໄດ້​ຢຸດ​ການ​ຮ່ວມມື​ຂອງ​ເຂົາ​ເຈົ້າ​ກັບຂໍ້​ກຳ​ນົດ​ຂອງ​ການກວດ​ກາ​ຂອງ​ສົນ​ທິ​ສັນ​ຍາ​ໂດຍ​ຝ່າຍ​ດຽວໃນ​ເດືອນ​ສິງ​ຫາ ເພື່ອ​ປະ​ທ້ວງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ລັດ ສຳ​ລັບ​ຢູ​ເຄ​ຣນ.

ທ່ານ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່ ຣັດ​ເຊຍ ແລ້ວ​ວ່າ ມາດ​ຕະ​ການ​ຕ່າງໆ​ທີ່​ຖືກ​ກຳ​ນົດ​ຍ້ອນ​ຜົນ​ຂອງ​ການ​ເຮັດ​ສົງ​ຄາມທີ່ບໍ່​ໄດ້​ຖືກ​ຍຸ​ແຍ່​ຂອງ ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ນັ້ນຈະ​ບໍ່​ປ້ອງ​ກັນ​ຄົນ ຣັດ​ເຊຍ ແລະ ຜູ້ກວດ​ກາ ຣັດ​ເຊຍ ບໍ່​ໃຫ້​ດຳ​ເນີນ​ການກວດ​ກາ​ຕາມ​ສົນ​ທິ​ສັນ​ຍາ New START ໃນ ສະ​ຫະ​ລັດ. ສະ​ນັ້ນ​ພວກ​ເຮົາ​ຫວັງ​ວ່າ​ການ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ​ ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ກັບ​ການກວດ​ກາ​ພວກ​ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG