ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ອອກຄຳສັ່ງໃຫ້ຖອນເຈົ້າໜ້າທີ່
ທາງການທູດອາເມຣິກັນ ແລະພະນັກງານຣັດເຊຍໃນສະຖານກົງສຸນທ້ອງຖິ່ນ ຄັ້ງໃຫຍ່
ຈຳນວນ 755 ຄົນ ອອກຈາກສະຖານເອກອັກຄະລັດຖະທູດສະຫະລັດ ແລະໜ່ວຍງານ
ຕ່າງໆ ທີ່ກ່ຽວຂ້ອງ ໃນລັດເຊຍ. ທັງນີ້ ແມ່ນເປັນການຕອບໂຕ້ ຕໍ່ການລົງໂທດອັນໃໝ່
ຕໍ່ຣັດເຊຍ ໃນສັບປະດາແລ້ວນີ້ ໂດຍລັດຖະສະພາສະຫະລັດ. ນັກຊ່ຽວຊານດ້ານ
ນະໂຍບາຍການຕ່າງປະເທດບາງທ່ານ ກ່າວວ່າ ພວກເພິ່ນພາກັນຕົກຕະລຶງຢ່າງແຮງ
ໃນການເອົາບາດກ້າວຄັ້ງໃຫຍ່ຂອງທ່ານ Putin ແລະພວມລໍຖ້າຟັງເບິ່ງຢູ່ວ່າ ປະທານາ
ທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈະຕອບໂຕ້ແນວໃດ. ນັກຂ່າວ VOA Cindy Saine
ມີລາຍງານກ່ຽວກັບເລື່ອງນີ້ ຈາກກະຊວງການຕ່າງປະເທດ ຊຶ່ງວັນນະສອນ ຈະມີລາຍ
ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ອີງຕາມຖະທູດສະຫະລັດໃນນະຄອນຫຼວງ Moscow ແລ້ວແມ່ນວ່າ ດຽວນີ້ເຈົ້າໜ້າທີ່
ຣັດເຊຍ ກຳລັງຫ້າມບໍ່ໃຫ້ບັນດາເຈົ້າໜ້າທີ່ທາງການທູດສະຫະລັດ ບໍ່ໃຫ້ໄປໃຊ້ບ້ານພັກ
ຕາກອາກາດຂອງອາເມຣິກັນ ຢູ່ຕາມເຂດຊານເມືອງຕ່າງໆ. ທັງນີ້ ແມ່ນເປັນສ່ວນນຶ່ງຂອງມາດຕະການແກ້ແຄ້ນ ທີ່ປະທານາທິບໍດີຣັດເຊຍ ທ່ານ Vladimir Putin
ໄດ້ປະກາດອອກໄປ. ນັກວິເຄາະຣັດເຊຍທ່ານນ່ຶງ ກ່າວວ່າ ການເອົາບາດກ້າວດັ່ງກ່າວ
ສະທ້ອນເຖິງການສະແດງອອກແບບເລື່ອນລອຍ ໃນ Moscow ສຳລັບປະທານາ
ທິບໍດີທຣຳ.
ທ່ານ Nikolai Petrov ຈາກ Higher School of Economics ທີ່ກ່າວເປັນພາສາ
ຣັດເຊຍວ່າ: “ມາດຕະການທີ່ວ່ານີ້ແມ່ນໜັກແໜ້ນ ແລະມັນເຊື່ອມໂຍງໃສ່ກັບຄວາມ
ຜິດຫວັງຢ່າງແຮງ ທີ່ມີຂຶ້ນ ຫຼັງຈາກຄວາມຢ້ານກົວ ທີ່ເຊື່ອມໂຍງໃສ່ ກັບການຂຶ້ນ
ກຳອຳນາດຂອງທ່ານທຣຳ ແລະຄວາມຄິດທີ່ວ່າ ບັດນີ້ ພວກເຮົາຈະເລີ່ມຕົ້ນສາຍ
ພົວພັນໃໝ່ຂອງພວກເຮົາແລ້ວ.”
ນັກວິເຄາະຣັດເຊຍ ອີກຄົນນຶ່ງກ່າວວ່າ ການກັບຄືນສູ່ການເປັນປໍລະປັກກັນກັບສະຫະລັດ
ສະໄມສົງຄາມເຢັນນີ້ມີແຕ່ຈະສ້າງຄວາມນິຍົມຊົມຊອບໃຫ້ແກ່ທ່ານ Putin ຢູ່ໃນບ້ານ
ເມືອງຂອງຜູ້ກ່ຽວເທົ່ານັ້ນ.
ທ່ານ Gleb Pavlovsky ອະດີດທີ່ປຶກສາແຫ່ງວັງ Kremlin ກ່າວວ່າ: “ເວົ້າແທ້ແລ້ວ
ການລົງໂທດຂອງສະຫະລັດ ແມ່ນຈະສ້າງຜົນສະທ້ອນທີ່ໃຫຍ່ຫຼວງ ສ້າງການເປັນ
ປໍລະປັກຕໍ່ອາເມຣິກັນ ສ້າງຄວາມນິຍົມຊົມຊອບໃຫ້ແກ່ Putin. ແລະຖ້າ Putin
ຢາກໂຄສະນາຫາສຽງ ຜູ້ກ່ຽວກໍຈະເຮັດໄດ້ ດ້ວຍການລົງໂທດຂອງສະຫະລັດພຽງ
ຢ່າງດຽວ ກໍໄດ້.”
ໃນຂະນະທີ່ ທາງສະຖານເອກອັກຄະລັດຖະທູດສະຫະລັດ ກັບໜ່ວຍງານຕ່າງໆ
ຍັງດຳເນີນສືບຕໍ່ໄປຢູ່ ບັນດາພະນັກງານຊາວຣັດເຊຍໃນທ້ອງຖິ່ນຂອງສະຖານທູດ
ແລະພົນລະເຮືອນຊາວຣັດເຊຍ ທົ່ວໄປ ກໍແມ່ນ ຈະເປັນພວກທີ່ໄດ້ຮັບຜົນກະທົບເຈັບ
ປວດຢ່າງຮ້າຍແຮງ ຈາກການຕັດທີ່ວ່ານີ້.
ເອກອັກຄະລັດຖະທູດສະຫະລັດ ທ່ານ Steven Pifer ຈາກສະຖາບັນ Brooking
ກ່າວວ່າ “ບົດສະຫຼຸບຂອງຂ້າພະເຈົ້ານັ້ນແມ່ນວ່າ ຊາວຣັດເຊຍຈຳນວນ ຫຼາຍຮ້ອຍຄົນ
ຈະສູນເສຍວຽກເຮັດງານທຳຂອງເຂົາເຈົ້າໃນປະຈຸບັນນີ້. ແລະຕອນນີ້ທ່ານມອງເຫັນ
ບຸລິມມະສິດຂອງສະຖານທູດຊຶ່ງແມ່ນ ການອອກວີຊາຖືວ່າເປັນເລື່ອງສຳຄັນ ແຕ່ກໍ
ບໍ່ສຳຄັນທໍ່ ຂະແໜງການອື່ນໆ ສະນັ້ນຂ້າພະເຈົ້າຈຶ່ງສາມາດເດົາໄດ້ວ່າ ຊາວຣັດເຊຍ
ພວກທີ່ຢາກຈະເດີນທາງເຂົ້າມາຍັງສະຫະລັດ ຈະພົບເຫັນໄດ້ວ່າ ການຂໍວີຊານັ້ນ
ແມ່ນຈະໃຊ້ເວລາຍືດຍາວກວ່າປົກກະຕິ ເພາະວ່າ ຍ້ອນການຫຼຸດລົງຂອງຈຳນວນ
ພະນັກງານໃນສະຖານທີ່ກົງສຸນ.
ເທົ່າເຖິງປະຈຸບັນນີ້ ປະທານາທິບໍດີ ທຣຳ ແມ່ນໄດ້ມິດງຽບຢູ່ ກ່ຽວກັບການຕອບໂຕ້
ຂອງຣັດເຊຍ. ໂຄສົກປະຈຳທຳນຽບຂາວ ທ່ານນາງ Sarah Huckabee Sanders
ເວົ້າວ່າ “ດຽວນີ້ກຳລັງພິຈາລະນາຊອກຫາທາງເລືອກຕ່າງໆຢູ່.”
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ