ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ປະກາດຫ້າມ ຊາວອາເມຣິກັນ 18 ຄົນ (ວີດີໂອ)


ແຜນທີ່ ຣັດເຊຍ
ແຜນທີ່ ຣັດເຊຍ
ຣັດເຊຍ ໄດ້ເປີດເຜີຍລາຍຊື່ຊາວອາເມຣິກັນ 18 ຄົນ ທີ່ຈະຖືກ
ຫ້າມບໍ່ໃຫ້ເດີນທາງໄປຢຽບດິນຣັດເຊຍເພື່ອເປັນການຕອບໂຕ້ ຕໍ່ການເຄື່ອນໄຫວທີ່ຄ້າຍຄືກັນຂອງສະຫະລັດນຶ່ງມື້ກ່ອນໜ້ານີ້ ເວລາວໍຊິງຕັນເປີດເຜີຍລາຍຊື່ຂອງຊາວຣັດເຊຍ ທີ່ຖືກຫ້າມ.

ເຈົ້າໜ້າທີ່ຣັດເຊຍ ກ່າວໃນວັນເສົາ ມື້ນີ້ວ່າ ສະຫະລັດໄດ້ສ້າງ ຄວາມເສຍຫາຍຮ້າຍແຮງໃຫ້ແກ່ຄວາມສຳພັນສອງຝ່າຍແລະ
ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ.

ລາຍຊື່ຂອງຣັດເຊຍ ທີ່ນຳອອກເຜີຍແຜ່ໃນວັນເສົາມື້ນີ້ ແມ່ນ
ຮວມທັງເຈົ້າໜ້າທີ່ 2 ຄົນຂອງລັດຖະບານຂອງທ່ານ George W. Bush ແລະອະດີດຜູ້ ບັນຊາການ ຄ້າຍຄຸມຂັງຂອງສະຫະລັດ 2 ທ່ານ ທີ່ອ່າວ Guantanamo ໃນປະເທດຄິວ
ບາ.

ໃນມື້ວັນສຸກວານນນີ້ ສະຫະລັດໄດ້ນຳອອກເຜີຍແຜ່ລາຍຊື່ຂອງ 18 ຄົນທີ່ລ່ວງລະເມີດ
ສິດທິມະນຸດ ອີງຕາມກົດໝາຍໃໝ່ທີ່ໄດ້ມີການຮັບຮອງເອົາໃນເດືອນທັນວາປີກາຍເພື່ອ ລົງໂທດເຈົ້າໜ້າທີ່ຣັດເຊຍ ທີ່ພົວພັນກັບການຈັບກຸມຄຸມຂັງ ແລະການເສຍຊີວິດ ທີ່ເປັນ ບັນຫາໂຕ້ແຍ້ງຂອງທະນາຍຄວາມ Sergei Magnitsky.

18 ຄົນທີ່ມີຊື່ຢູ່ໃນບັນຊີຂອງວໍຊິງຕັນ ເວລານີ້ ແມ່ນຖືກຫ້າມບໍ່ໃຫ້ອອກວີຊ່າໃຫ້ແລະຖືກ ກັກຊັບສິນ.

ສ່ວນໃຫຍ່ແລ້ວ ແມ່ນເຈົ້າໜ້າທີ່ຣັດເຊຍ ທີ່ພົວພັນກັບຄະດີ ທ່ານ Magnitsky. ໃນນັ້ນ ແມ່ນຮວມທັງທ່ານ Pavel Karpov ອະດີດຫົວໜ້າໜ່ວຍສືບສວນຂອງຕຳຫຼວດ ທີ່ກຸງ ມົສກູ ທ່ານ Dmitry Komnov ອະດີດຫົວໜ້າຄວບຄຸມຄຸກ ໃນເຂດນະຄອນຫຼວງຣັດ ເຊຍ ບ່ອນທີ່ທ່ານ Magnitsky ເສຍຊີວິດ ຜູ້ພິພາກສາ 3 ຄົນ ແລະເຈົ້າໜ້າທີ່ອື່ນໆ ທີ່ ຢູ່ໃນຄະນະກຳມະການສືບສວນແລະສຳນັກງານອະທິໄອຍະການຂອງຣັດເຊຍ.

ການຫ້າມ ຂອງ ສຫລ ແລະຣັດເຊຍ
please wait

No media source currently available

0:00 0:00:56 0:00
XS
SM
MD
LG