ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດກັບ ຣັດເຊຍ ຢູ່ໃນເສັ້ນທາງປະທະກັນ ເລື່ອງຕະຫລາດແກັສ ຢູໂຣບ


US, Russia on Collision Course in Competition for European Gas Market
please wait

No media source currently available

0:00 0:02:40 0:00

ສະຫະລັດ ​ກັບຣັດ​ເຊຍ ​ກຳ​ລັງຢູ່ໃນເສັ້ນທາງປະທະກັນ ເພື່ອສະໜອງພະລັງງານໃຫ້ແກ່ຕະຫລາດໃນຢູໂຣບ

ໃນການ​ເດີນທາງ​ໄປຢ້ຽມຢາມ ​ປະ​ເທດ​ໂປ​ແລນ ໃນ​ອາທິດ​ແລ້ວ​ນີ້ ປະ ທານາທິບໍດີ​ສະຫະລັດທ່ານດໍ​ໂນລ ທຣໍາ ໄດ້ໃຫ້​ຄຳ​ໝັ້ນສັນຍາ ​ທີ່​ຈະ​ເພີ່ມ​ການ​ສົ່ງ​ອອ​ກ ອາຍແກັສ
ທຳ​ມະ​ຊາດ ຫຼື LNG ​ໄປ​ພາ​ກກາງ​ຢູ​ໂຣບ ​ເພື່ອ​ເປັນ​ການ ທ້າ​ທາຍ ​ຕໍ່​ການ​ຄອບ​ງໍາຕະ
ຫລາດ ​ຂອງຣັດ​ເຊຍ. ຫຼາຍປະ​ເທດໃນຢູ​ໂຣບກ່າວ​ຫາຣັດ​ເຊ​ຍວ່າ ​ໃຊ້​ພະລັງງານ​ ເປັນ
​ເຄື່ອງມື​ທາງການ​ເມືອງ. ດັ່ງ​ທີ່ Henry Ridwell ມີລາຍ​ງານ ​ຈາກນະຄອນ​ວໍຊໍ ບັນດາ
​ນັກວິ​ເຄາະ​ກ່າວ​ວ່າ ສະຫະລັດ ​ແລະຣັດ​ເຊຍ ​ກຳ​ລັງ​ຢູ່ໃນ​ເສັ້ນທາງ ​ທີ່​ຈະ​ເກີດ​ປະ​ທະ
​ກັນ ເພື່ອ​ສະໜອງພະລັງ ງານໃຫ້​ແກ່​ເຂດ​ດັ່ງ​ກ່າວ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳລາຍ​ລະອຽດ​
ມາສະ​ເໜີ​ທ່ານ.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ​ໄດ້ຍົກເອົາເລື່ອງ​ແກັສ ຂຶ້ນມາ​ເປັນ​ຫົວ​ຂໍ້​ປະຊຸມທຸລະ​ກິດ ທີ່​ສຳຄັນ​ສຸດ ​ຢູ່ປະ​ເທດໂປ​ແລນ.

ປະທານາທິບໍດີ ທຣໍາ ກ່າວ​ວ່າ “ອາເມຣິກາ​ແມ່ນພ້ອມແລ້ວ ທີ່ຈະໃຫ້ການຊ່ວຍ ເຫລືອແກ່ໂປແລນ ແລະ ບັນ​ດາ​ປະ​ເທດອື່ນໆ​ໃນ​ຢູ​ໂຣບ ​ເພື່ອ​ໃຫ້​ສາມາດ​ຊື້ພະ
ລັງ​ງານ​ໄດ້​ຈາກ​ຫຼາຍ​ແຫຼ່ງ ​ເພາະ​ສະນັ້ນພວກທ່ານຈຶ່ງ​ຈະ​ບໍ່​ຕົກ​ເປັນ​ໂຕ​ປະກັນ​ໃນ
ການ​ຊື້ພະລັງງານ​ຈາກ​ພຽງ​ແຫຼ່ງ.”

ຕົກມາເຖິງປັດຈຸບັນນີ້ ຜູ້ສະໜອງ​ແກັສດັ່ງກ່າວແມ່ນຣັດເຊຍ ບໍລິສັດລັດ​ວິ​ສາ​ຫະ
ກິດ Gazprom ຂອງຣັດ​ເຊຍ ໄດ້ຢຸດ​ເຊົາ ການ​ສົ່ງ​ແກັສ​ ໄປ​ໃຫ້ຢູເຄຣນ ໃນປີ 2015 ​ໂດຍປະຕິເສດ Kyiv ຈາກ​ແຫຼ່ງລາຍໄດ້ທີ່​ສຳຄັນ ​ແລະລົບກວນການ​ສົ່ງແກັສ​ໃຫ້
ຢູໂຣບຕາ​ເວັນ​ອອກ​.

ທ່ານ Marek Matraszek ນັກວິ້ງເຕັ້ນ ທີ່ອົງການຄວາມສຳພັນ CEC ຂອງ
ລັດຖະບານ ກ່າວວ່າ “ເປັນຫຼັກການທີ່ສຳຄັນ ຂອງນະໂຍບາຍຕ່າງປະເທດຣັດ
ເຊຍ ​ໃນການໃຊ້ແກັສແລະພະລັງານ ເປັນວິທີຄອບງໍາພາກ​ກາງຢູໂຣບ."

ການຂົນສົ່ງອາຍແກັສທຳມະຊາດອາເມຣິກັນ ເທື່ອທຳອິດ ໄດ້​ໄປເຖິງໂປແລນ ໃນ
ເດືອນແລ້ວນີ້ ແລະປະເທດດັ່ງກ່າວຫວັງວ່າ ຈະ​ໄດ້ກາຍເປັນສູນ​ກາງ​ແຈກ​ຈ່າຍ
ແກັສທຳມະຊາດ LNG.

​ໃນ​ຕອນສຸດທ້າຍນັ້ນ ກອງປະຊຸມສຸດຍອດຂໍ້​ລິ​ເລີ່​ມສາມທະ​ເລ ທີ່ນະຄອນວໍຊໍ ​ເມື່ອ
ວັນພະຫັດ​ແລ້ວນີ້ ​ແມ່ນໄດ້ນຳເອົາບັນດາຜູ້ນຳຈາກສິບ​ກວ່າປະເທດ​ໃນຢູ ໂຣບຕາ
ເວັນອອກ ພ້ອມທັງປະທານາທິບໍດີທຣໍາ ມາ​ພົບ​ພໍ້​ກັນ.

ທ່ານໄດ້​ໃຫ້​ຄຳ​ໝັ້ນສັນວ່າ ສະຫະລັດ ຈະບໍ່ໃຊ້ພະລັງງານເປັນເຄື່ອງມືທາງ ການ
ເມືອງ. ນັກວິເຄາະພະລັງງານ ທ່ານ Grzegorz Malecki ອະດີດຫົວ ໜ້າອົງການ ສືບລັບຕ່າງປະເທດຂອງໂປແລນກ່າວວ່າ ຣັດເຊຍຈະຕິດຕາມ ເບິ່ງດ້ວຍຄວາມ
ສົນໃຈ.

ທ່ານ Malecki ຈາກມູນນິທິ Casimir Pulaski ກ່າວວ່າ “ຖ້າຫາກແຫລ່ງ ພະລັງງານແກັສໃໝ່ນີ້ດຳ​ເນີນ​ການໄປໜ້າ ແລະມີການສ້າງໂຄງລ່າງພື້ນຖານ ອາດຈະເຮັດໃຫ້ຣັດເຊຍ ປ່ຽນວິທີ​ການເຂົ້າຫາຂອງຕົນ. ລັດຖະບານໂປແລນ ອາດຈະກາງຕໍ່ເລື່ອງນີ້. ຣັດເຊຍອາດປ່ຽນແປງການເມືອງຂອງ​ຕົນ​ກັບໂປແລນ ກ່ຽວກັບເລື່ອງພະລັງງານ.”

ແຕ່ວ່າຣັດເຊຍກໍມີແຜນຂອງຕົນເອງ. ໝາຍ​ກຳນົດ​ການ​ໃນ​ຂັ້ນຕົ້ນ ຈະເປີດ​ໃຊ້ ໃນ
ປີ 2019 ທໍ່ Nord Stream 2 ຈະເພີ່ມ​ຄວາມ​ສາມາດ​ ໃນ​ການສົ່ງແກັສ ຂຶ້ນ​ເປັນ​
ສອງ​ເທົ່າ ​ເພື່ອສົ່ງ​ອອກແກັສໂດຍກົງໄປສູ່ເຢຍຣະມັນ ໂດຍ​ບໍ່​ຕ້ອງຜ່ານ ຢູເຄຣນ. ບັນດາປະເທດຢູໂຣບຕາເວັນອອກ ຕ້ອງຂັດຂວາງໂຄງການນີ້.

ທ່ານ Matraszek ກ່າວວ່າ “ຖ້າຫາກພວກເຮົາຕ້ອງການ​ໃຫ້​ສົ່ງ​ອາຍ​ແກັສທຳ ມະຊາດຂອງສະຫະລັດມາສູ່ພາກກາງຂອງຢູໂຣບ​ແລ້ວ ພວກເຮົາຍັງຕ້ອງການ ຢາກເຫັນສະຫະລັດ ​ເອົາ​ມາດ​ຕະການ​ຢ່າງ​ໜັກ​ແໜ້ນຕໍ່ທໍ່​ສົ່ງ Nord Stream 2 ຊຶ່ງໝາຍຄວາມວ່າ ດຳ​ເນີນ​ການ​ຢ່າງ​ເຂັ້ມງວດ​ກັບຣັດເຊຍ.”

ຖ້າຫາກຂໍ້ຕົກລົງອາເມຣິກັນ LNG ຜ່ານ ບັນດານັກວິເຄາະຢູ່ ວໍຊິງຕັນ ກ່າວວ່າ ອາດຈະເປັນຜົນກະທົບກວ້າງອອກໄປຕໍ່ ຄວາມສຳພັນລະຫວ່າງ ສະຫລັດກັບ
ຣັດເຊຍ.

ທ່ານ Jonh Hannah ຈາກມູນນິທິປ້ອງກັນປະຊາທິປະໄຕ ກ່າວວ່າ “ຂ້າພະເຈົ້າ
ຄິດວ່າ ທັງ​ໝົດ​ນີ້ອາດຈະເກີດຂຶ້ນ ​ໃນ​ເວລາ​ທີ່​ຂ້ອນ​ຂ້າງໄວ ​ແລະ​ເປັນ​ຊ່ອງ ທາງ ທີ່ຈະເຮັດໃຫ້ພວກເຮົາ ມີ​ອຳນາດ​ໃນ​ການ​ຕໍ່​ລອງ​ເຂັ້ມແຂງຕື່ມຂຶ້ນ ກັບ​ປະທານາ
ທິບໍດີ Putin ແລະຊາວຣັດເຊຍ ກໍ​ຈະເລີ້ິມພາກັນຕ້ານຄືນ ກິດຈະການໆ ຮຸກ

ຮານທີ່ພວກເຮົາໄດ້ເຫັນ ບໍ່ພຽງແຕ່ຢູໃນຢູໂຣບແຕ່ຕໍ່ສະຫະລັດນຳ​ດ້ວຍ.”

ປະທານາທິບໍດີທຣໍາ ຍັງຕື່ນເຕັ້ນ ກ່ຽວກັບຄວາມສຳພັນຂອງທ່ານ ກັບປະທານາທິ
ບໍດີ Putin ແຕ່ຄວາມກ້າວໜ້າກ່ຽວ​ກັບນະໂຍບາຍພະລັງງານໃນຢູໂຣບ ຍັງຈະເປັນ
ແຫລ່ງທີ່​ມາຂອງການຂັດ​ແຍ້​ງກັນ.

XS
SM
MD
LG