ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະບໍ່ຍົກເລີກ ແຜນການຕິດຕັ້ງລະບົບ ຕໍ່ຕ້ານລູກສອນໄຟ ໃນຢູໂຣບ


ລູກສອນໄຟຂອງຣັດເຊຍ
ລູກສອນໄຟຂອງຣັດເຊຍ

ສະຫະລັດກ່າວວ່າ ຕົນຈະບໍ່ປ່ຽນແປງແຜນການຂອງຕົນກ່ຽວກັບການຕິດຕັ້ງລະບົບຕໍ່
ຕ້ານລູກສອນໄຟຂອງອົງການເນໂຕ້ໃນຢູໂຣບເຖິງ​ແມ່ນຣັດເຊຍໄດ້ຂູ່ວ່າຈະເອົາມາດຕະ
ການຕອບໂຕ້.

ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດທ່ານ Tommy Vietor ກ່າວ
ວ່າ ສະຫະລັດຕ້ອງການຮ່ວມມືກັບຣັດເຊຍ ແຕ່ຈະບໍ່ທຳການຈຳກັດ ຫຼືປ່ຽນແປງໃດໆ
ກ່ຽວກັບໂຄງການຂອງຕົນ. ທ່ານໄດ້ກ່າວຢໍ້າວ່າ ລະບົບດັ່ງກ່າວນີ້ແມ່ນແນໃສ່ເພື່ອເສີມ
ຂະຫຍາຍຄວາມໝັ້ນຄົງໃຫ້ແກ່ພັນທະມິດຂອງສະຫະລັດໃນຢູໂຣບ ຕະຫຼອດທັງປະເທດ
ຣັດເຊຍນຳ.

ປະທານາທິບໍດີຣັດເຊຍທ່ານ Dmitry Medvedev ກ່າວໃນຄຳຖະແຫຼງທາງໂທລະພາບ
ໃນມື້ວານນີ້ວ່າ ຣັດເຊຍຈະຕິດຕັ້ງລູກສອນໄຟໄລຍະໄກ ຢູ່ໃນເຂດພາກໃຕ້ແລະພາກຕາ
ເວັນຕົກຂອງປະເທດຖ້າຫາກບໍ່ສາມາດຕົກລົງກັນໄດ້ກັບສະຫະລັດກ່ຽວກັບແຜນການ
ຕໍ່ຕ້ານລູກສອນໄຟ.

ຣັດເຊຍໄດ້ຄັດຄ້ານຢ່າງແຂງຂັນຕໍ່ແຜນການທີ່ວ່ານີ້ແລະຕ້ອງການໆຄໍ້າປະກັນທາງກົດ
ໝາຍວ່າ ລະບົບດັ່ງກ່າວຈະບໍ່ແນໃສ່ຣັດເຊຍ.

ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ທ່ານ Mark Toner ກ່າວວ່າ ການສະເໜີ
ຂອງສະຫະລັດ ທີ່ຈະໃຫ້ຣັດເຊຍເຂົ້າມາຮ່ວມໃນໂຄງການຕໍ່ຕ້ານລູກສອນໄຟນັ້ນແມ່ນຍັງ
ເປີດ​ກ້ວາງ​ຢູ່ ແລະວໍຊິງຕັນມີຄວາມໝາຍໝັ້ນຕັ້ງໃຈທີ່ຈະຮ່ວມມືກັບຣັດເຊຍ.

ໂຄສົກກະຊວງປ້ອງກັນປະເທດສະຫະລັດ ທ່ານ John Kirby ກ່າວຢໍ້າວ່າ ລະບົບຕໍ່ຕ້ານ
ລູກສອນໄຟທີ່ວ່ານີ້ ແມ່ນແນໃສ່ເພື່ອຊ່ອຍສະກັດກັ້ນແລະເອົາຊະນະໄພຂົ່ມຂູ່ຂອງລູກສອນ
ໄຟຂ້າມທະວີບຂອງອີຣ່ານ.

ທີ່ນະຄອນ Brussels ເລຂາທິການໃຫຍ່ຂອງອົງການເນໂຕ້ທ່ານ Ander Fogh Ras-
mussen ກ່າວວ່າ ທ່ານຮູ້ສຶກຜິດ​ຫວັງ​ນໍາການຂົ່ມຂູ່ຂອງຣັດເຊຍ ທີ່ຈະຕິດຕັ້ງລູກສອນໄຟ
ໃກ້ໆກັບປະເທດພັນທະມິດເນໂຕ້ ແລະຮຽກຮ້ອງໃຫ້ສືບຕໍ່ການສົນທະນາຫາລືກັນ.

XS
SM
MD
LG