ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ສຶກສາເບິ່ງ ການກໍ່ຕັ້ງສູນກາງຮ່ວມ ກັບຣັດເຊຍ


ພົນໂທ Sergei Rudskoi, ກາງ, ເສນາທິການໃຫຍ່ຂອງກອງ
ທັບຣັດເຊຍ ກຳລັງຟັງ ເຈົ້າໜ້າທີ່ ຂອງຣັດເຊຍ ແລະ ຊີເຣຍ ໃນລະຫວ່າງ ກອງປະຊຸມໂທລະພາບທາງໄກ ໃນຂະນະທີ່ພາບ
ຂອງສະຖານທີ່ຂອງກອງທັບບົກຊີເຣຍ ປາກົດຢູ່ທີ່ຈໍດ້ານຫຼັງ, ຢູ່ທີ່ອາຄານ ກະຊວງປ້ອງກັນປະເທດຂອງຣັດເຊຍ ໃນນະຄອນຫຼວງ Moscow ຂອງຣັດເຊຍ, ວັນທີ 12 ກັນຍາ 2016.
ພົນໂທ Sergei Rudskoi, ກາງ, ເສນາທິການໃຫຍ່ຂອງກອງ ທັບຣັດເຊຍ ກຳລັງຟັງ ເຈົ້າໜ້າທີ່ ຂອງຣັດເຊຍ ແລະ ຊີເຣຍ ໃນລະຫວ່າງ ກອງປະຊຸມໂທລະພາບທາງໄກ ໃນຂະນະທີ່ພາບ ຂອງສະຖານທີ່ຂອງກອງທັບບົກຊີເຣຍ ປາກົດຢູ່ທີ່ຈໍດ້ານຫຼັງ, ຢູ່ທີ່ອາຄານ ກະຊວງປ້ອງກັນປະເທດຂອງຣັດເຊຍ ໃນນະຄອນຫຼວງ Moscow ຂອງຣັດເຊຍ, ວັນທີ 12 ກັນຍາ 2016.

ຄວາມສະຫງົບປາກົດວ່າຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ໃນ​ບໍລິ​ເວນ​ສ່ວນ​ໃຫຍ່​ຂອງ ຊີເຣຍ ໃນ ຂະນະທີ່ຂໍ້ຕົກລົງຢຸດຍິງ ທີ່ໄກ່ເກ່ຍໂດຍສະຫະລັດ ແລະຣັດເຊຍ ແມ່ນຍັງສືບຕໍ່​ໄດ້​ຮັບ​ການປະຕິບັດ ເປັນມື້ທີສອງ.

ເຈົ້າໜ້າທີ່ອາວຸໂສທ່ານໜຶ່ງຂອງສະຫະລັດ ໄດ້ກ່າວ ໃນລະຫວ່າງການຖະ​ແຫຼງຂ່າວ ເມື່ອຕອນບ່າຍວັນອັງຄານວານນີ້ວ່າ “ສິ່ງໜຶ່ງທີ່ພວກເຮົາສາມາດເວົ້າໄດ້ ດ້ວຍຄວາມ ໝັ້ນໃຈ ກໍແມ່ນວ່າ ລະດັບຄວາມຮຸນແຮງໄດ້ຫລຸດລົງຢ່າງຫຼວງຫຼາຍ ແນ່ນອນບໍ່ເຖິງ ຂັ້ນຮອດສູນ ແລະພວກເຮົາຢາກເຫັນວ່າ ມັນຄວນຫລຸດລົງຫຼາຍກວ່ານັ້ນອີກ ໃນສອງ ສາມມື້ຈະມາເຖິງນີ້.”

ພວກພົນລະເຮືອ ແລະ ສະມາຊິກປ້ອງກັນພົນລະເຮືອນ ຊອກຫາຜູ້ລອດຊີວິດ ຢູ່ສະຖານທີ່ ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ທີ່ສົງໄສວ່າ ເປັນເຮືອບິນຂອງຣັດເຊຍ ໃສ່ເຂດເມືອງ Idlib ຂອງຊີເຣຍ ທີ່ປົກຄອງໂດຍກຸ່ມຝ່າຍຕໍ່ຕ້ານລັດຖະບານຊີເຣຍ, ແລງວັນທີ 30 ພຶດສະພາ 2016.
ພວກພົນລະເຮືອ ແລະ ສະມາຊິກປ້ອງກັນພົນລະເຮືອນ ຊອກຫາຜູ້ລອດຊີວິດ ຢູ່ສະຖານທີ່ ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ທີ່ສົງໄສວ່າ ເປັນເຮືອບິນຂອງຣັດເຊຍ ໃສ່ເຂດເມືອງ Idlib ຂອງຊີເຣຍ ທີ່ປົກຄອງໂດຍກຸ່ມຝ່າຍຕໍ່ຕ້ານລັດຖະບານຊີເຣຍ, ແລງວັນທີ 30 ພຶດສະພາ 2016.

ຜູ້ບັນຊາການກອງທັບອາກາດ ຂອງສະຫະລັດ​ໃນ​ພາກ​ຕາ​ເວັນ​ອອກາງ​ ພົນໂທ Jeffrey Harrigian ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຫ້າແຈ ໂດຍຜ່ານກອງປະຊຸມໂທລະ ພາບທາງໄກ ໃນວັນອັງຄານວານນີ້ວ່າ ສະຫະລັດ ໃນປັດຈຸບັນນີ້ ກຳລັງສຶກສາ​ເບິ່ງ “ຄວາມເປັນໄປໄດ້ ທີ່ຈະກໍ່ຕັ້ງສູນກາງຮ່ວມກັບຣັດເຊຍ” ເພື່ອຊ່ອຍໃນປະຕິບັດ ການຕໍ່ຕ້ານກຸ່ມລັດອິສລາມ ຢູ່ໃນຊີເຣຍ.

ນາຍພົນ Harrigian ໄດ້ເວົ້າວ່າ “ບາດກ້າວທີໜຶ່ງ ແມ່ນການຢຸດເຊົາການສູ້ລົບ ເປັນ ເວລາ 7 ມື້. ອັນນີ້ ເປັນສິ່ງທີ່ທາງຣັດເຊຍ ແລະ ລັດຖະບານຂອງຊີເຣຍ ຈະຕ້ອງ​ໄດ້ ເຮັດ ແລະ ພວກເຂົາເຈົ້າຕ້ອງເຮັດຢ່າງຖືກຕ້ອງ.”

ພວກຄົນຈຳນວນໜຶ່ງເຕົ້າໂຮມກັນຢູ່ອ້ອມຮອບ ຊາກຫັກພັງຂອງຕຶກ ແລະພວກລົດ ທີ່ໄດ້ຖືກທຳລາຍ ຫຼັງຈາກການໂຈມຕີທາງອາກາດ ໃນເມືອງ Al-Bab ນອກຊານເມືອງ Aleppo ຂອງຊີເຣຍ, ວັນທີ 5 ຕຸລາ 2015, ພາບນີ້ເປີດເຜີຍໂດຍ Rased News Network.
ພວກຄົນຈຳນວນໜຶ່ງເຕົ້າໂຮມກັນຢູ່ອ້ອມຮອບ ຊາກຫັກພັງຂອງຕຶກ ແລະພວກລົດ ທີ່ໄດ້ຖືກທຳລາຍ ຫຼັງຈາກການໂຈມຕີທາງອາກາດ ໃນເມືອງ Al-Bab ນອກຊານເມືອງ Aleppo ຂອງຊີເຣຍ, ວັນທີ 5 ຕຸລາ 2015, ພາບນີ້ເປີດເຜີຍໂດຍ Rased News Network.

ເຈົ້າໜ້າທີ່ອາວຸໂສອີກທ່ານໜຶ່ງຂອງສະຫະລັດ ໄດ້ເວົ້າວ່າ “ເປົ້າໝາຍອັນ​ດຽວ ທີ່ເຫັນ ວ່າເໝາະສົມ” ສຳລັບການໂຈມຕີທາງອາກາດ ກໍແມ່ນກຸ່ມຫົວຮຸນແຮງລັດອິສລາມ ແລະກຸ່ມ al-Nusra Front ໃນລະຫວ່າງຊ່ວງເວລານີ້ ເທົ່ານັ້ນ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ “ຫຼັງຈາກ ຄວາມຮຸນແຮງໄດ້ຫລຸດລົງ 7 ມື້ຢ່າງຕໍ່ເນື່ອງ​ ເມື່ອພວກເຮົາກໍ່ຕັ້ງສູນກາງປະຕິບັດການຮ່ວມ ຂຶ້ນມາ ຕໍ່ຈາກນັ້ນຈຶ່ງເລີ່ມ ການໂຈມຕີ ທາງອາກາດຂັ້ນທຳອິດ ໂດຍຜ່ານສູນກາງປະຕິບັດການຮ່ວມນີ້ ແລະໃນເວລານັ້ນ ກອງທັບອາກາດຂອງລັດຖະບານຊີເຣຍ ຈະບໍ່ສາມາດບິນຂຶ້ນໄດ້ອີກຕໍ່ໄປ ຢູ່ໃນພື້ນທີ່ ໃດໆຂອງຊີເຣຍ ບ່ອນທີ່ມີຝ່າຍຕໍ່ຕ້ານລັດຖະບານ ຫຼື ກຸ່ມ al-Nusra Front ມີໜ້າຢູ່ນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Syria Ceasefire
please wait
Embed

No media source currently available

0:00 0:01:41 0:00

XS
SM
MD
LG