ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຣັດເຊຍ ສືບຕໍ່ ການເຈລະຈາ ກ່ຽວກັບ ຄວາມປອດໄພ ຢູ່ທ້ອງຟ້າ ຊີເຣຍ


ຮູບພາບນີ້ເຜີິຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊຍ ໃນການຖີ້ມລະເບີດ ຈາກເຣືອບິນລົບ Russian Su-34.
ຮູບພາບນີ້ເຜີິຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊຍ ໃນການຖີ້ມລະເບີດ ຈາກເຣືອບິນລົບ Russian Su-34.

ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງປ້ອງ​ກັນ​ປະ​ເທດສະຫະລັດ ​ແລະຣັດ​
ເຊຍ ກຳລັງ​ທຳ ການເຈລະຈາ​ເພີ້​ມ​ເຕີມ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບ
ຂັ້ນຕອນ​ຄວາມ​ປອດ​ໄພສຳລັບພວກ​ນັກ​ບິນ​ຂອງ​ຕົນທີ່​ພາກັນ
​ປະຕິບັດ​ງານ​ຢູ່ເໜືອທ້ອງຟ້າຊີ​ເຣຍ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter
ກ່າວ​ໃນ​ວັນ​ອັງ ຄານ​ວານ​ນີ້​ວ່າ ການ​ສົນທະນາ​ຫາລືແມ່ນມີ
ຄວາມຄືບ​ໜ້າ ​ແລະ​ທ່ານ​ຄາດວ່າຈະມີ​ການຕົກລົງ “​ໃນ​ບໍ່​ຊ້າ​ນີ້”
​ເພື່ອ​ຊ່ວຍປ້ອງ​ກັນ ບໍ່ໃຫ້ເກີດ​ໄພພິບັດກາງອາ ກາດທີ່ອາດເປັນ
ໄປໄດ້ ລະຫວ່າງເຮືອບິນຂອງສະຫະລັດ ​ແລະ​ຣັດ​ເຊຍ.

ທ່ານ Carter ກ່າວ​ຢູ່​ກອງ​ປະຊຸມຖະແຫຼງຂ່າວ ທີ່​ນະຄອນ Boston ​ໃນ​ວັນ​ອັງຄານ​ວານ
​ນີ້ວ່າ “​ເຖິງ​ແມ່ນ​ວ່າ​ເຮົາຍັງສືບຕໍ່ມີການບໍ່ລົງຮອຍກັນກ່ຽວ​ກັບ ​ນະ​ໂຍບາຍ​ຊີ​ເຣຍກໍຈິງຢູ່ ແຕ່ພວກ​ເຮົາຄວນ​ ​ຢ່າງ​ໜ້ອຍ​ກໍຕົກລົງກັນເພື່ອໃຫ້​ເປັນທີ່​ແນ່ໃຈ​ວ່າ ພວກ​ນັກ​ບິນປອດ​
ໄພ​ເທົ່າ​ທີ່​ເປັນ​ໄປ​ໄດ້. ຣັດ​ເຊຍ ຕ້ອງ​ປະຕິບັດ​ງານຢ່າງເປັນມືອາຊີບ ຢູ່​ເທິງ​ນ່ານຟ້າ​ຂອງ
ຊີ​ເຣຍ ​ແລະ​ປະ​ຕິບັດຕາມຂັ້ນຕອນ​ຂອງພື້ນຖານ​ໃນດ້ານຄວາມ​ປອດ​ໄພ.”

ຮູບພາບຈາກ ນັກເຄື່ອນໄຫວ ຊີເຣຍ ວັນທີ 1 ເດືອນຕຸລາ
ຮູບພາບຈາກ ນັກເຄື່ອນໄຫວ ຊີເຣຍ ວັນທີ 1 ເດືອນຕຸລາ

ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ອອກ​ຖະ​ແຫລ​ງການ​ໃນ​ວັນ​ພະອັງຄານ​ວານ​ນີ້​ວ່າ ຕົນ​
ໄດ້​ກະກຽມ​ຂໍ້​ສະ​ເໜີ​ຕ່າງໆ ​ແລະ​ໄດ້​ສົ່ງ​ຮ່າງ​ຂໍ້ສະເໜີໄປ​ໃຫ້ຝ່າຍ ອາ​ເມຣິກັນແລ້ວ.

ທ່ານ Carter ຍັງ​ກ່າວ​ວ່າ ການ​ປະຕິບັດ​ງານ​ຂອງ ສະຫະລັດ ເພື່ອຖີ້ມລະ​ເບີດ​ໂຈມຕີເປົ້າ​
ໝາຍຂອງກຸ່ມລັດ​ອິສລາມ ​ຢູ່ໃນ​ຊີ​ເຣຍນັ້ນ​ ຈະ​ບໍ່​ປ່ຽນ​ແປງ ​ແຕ່​ທ່ານ​ໄດ້​ຮຽກຮ້ອງ​ໃຫ້ຣັດ
ເຊຍ ຍົກ​ເລີກ​ອັນ​ທີ່​ທ່ານ​ຮ້ອງວ່າ “​ຍຸດ​ທະ​ສາດທີ່ລົ້ມແຫຼວ"​ ​ຂອງເຂົ້າ​ເຈົ້າ ​ໂດຍ​ກ່າວ​ວ່າ
​“ເປັນການ​ນຳໄປ​ສູ່ທິດ​ທາງທີ່​ຜິດ ​ແລະຍຸດ​ທະ​ສາດ​ທີ່​ບໍ່​ມອງການໄກ."

ຣູບພາບຈາກລັດຖະບານຊີເຣຍ ອົງການຂ່າວ SANA ສະແດງໃຫ້ເຫັນ ຊາວຊີເຣຍ ເຕົ້າໂຮມຢູ່ຕໍ່ໜ້າ ສະຖານທູດ ຣັດເຊຍ ສະແດງຄວາມຍິນດີ ທີ່ ຣັດເຊຍ ເຂົ້າມາພົວພັນ
ຣູບພາບຈາກລັດຖະບານຊີເຣຍ ອົງການຂ່າວ SANA ສະແດງໃຫ້ເຫັນ ຊາວຊີເຣຍ ເຕົ້າໂຮມຢູ່ຕໍ່ໜ້າ ສະຖານທູດ ຣັດເຊຍ ສະແດງຄວາມຍິນດີ ທີ່ ຣັດເຊຍ ເຂົ້າມາພົວພັນ

ໃນ​ຂະນະ​ດຽວ​ກັນ ທູດ​ພິ​ເສດສະຫະ​ປະຊາ​ຊາດ​ຮັບຜິດຊອບເລື້ອງວ​ຊີ​ເຣຍ ທ່ານ Staffan
de Mistura ກຳລັງ​ຊຸກຍູ້ ໃຫ້ມີການດຳເນີນ​ຄວາມ​ພະຍາຍາມ​ຕ່າງ ຫາກ ທີ່​ຈະ​ເຮັດ​ໃຫ້
ສະຫະລັດ ​ແລະຣັດ​ເຊຍ ປະຕິບັດ​ງານ​ຢູ່ໃນ​ຂະ​ບວນດຽວ​ກັນ ​ໄປ​ສູ່​ການ​ແກ້​ໄຂທາງ​ດ້ານ
​ການ​ເມືອງ​ຕໍ່ວິ​ກິ​ດການ​ໃນຊີເຣຍ. ທ່ານ​ໄດ້​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນນະຄອນ​ຫຼວງ
ມົສກູ ໃນວັນ​ອັງຄານ​ວານ​ນີ້ ​ແລະ​ມີ​ກຳໜົດ​ທີ່​ຈະ​ທຳການເຈລະຈາ​ໃນ​ວັນ​ພຸດ​ມື້​ນີ້ິ ຢູ່ທີ່
​ນະຄອນຫລວງວໍຊິງ​ຕັນ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ ​ໄດ້​ຊ່ວຍໃຫ້​ກອງ​ທະຫານລັດຖະບານ​ຊີ​ເຣຍ ​ຍຶດ
ຄືນເອົາ​ດິນ​ແດນ​ຈຳນວນນຶ່ງ ​ໃນ​ຂະນະ​ທີ່ ສະຫະລັດ ​ໄດ້​ຕິຕຽນ​ການ​ໂຈມຕີດັ່ງກ່າວວ່າ ​
ແນ​ໃສ່​ພວກນັກລົບຕໍ່ຕ້ານລັດຖະບານເປັນສ່ວນໃຫຍ່ແລະ​ບໍ່​ແມ່ນ​ພວກ​ຫົວ​ຮຸນ​ແຮ​ງລັດ​ອິສລາມ.​

Russia Syria
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG