ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ແລະຣັດເຊຍ ຈັດການເຈລະຈາ ແບບ 'ກົງໄປກົງມາແລະຈິງຈັງ' ໃນມື້ທຳອິດ ທ່າມກາງຄວາມເຄັ່ງຕຶງ ໃນຢູເຄຣນ


ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເຂົ້າຮ່ວມ ກອງປະຊຸມ ອົງການສະພາສົນທິສັນຍາຄວາມໝັ້ນຄົງໂດຍສ່ວນລວມ ຫຼື (CSTO) ກ່ຽວກັບ ກາຊັກສະຖານ ຫຼັງຈາກເກີດຄວາມຮຸນແຮງໃນການປະທ້ວງ, ໂດຍຜ່ານການເຊື່ອມໂຍງທາງວີດີໂອ ຢູ່ ໂນໂວ-ໂອກາຣີໂຢໂວ ທີ່ເປັນບ້ານພັກຂອງປະເທດ ຢູ່ຊານເມືອງຂອງມົນກູ.
ປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເຂົ້າຮ່ວມ ກອງປະຊຸມ ອົງການສະພາສົນທິສັນຍາຄວາມໝັ້ນຄົງໂດຍສ່ວນລວມ ຫຼື (CSTO) ກ່ຽວກັບ ກາຊັກສະຖານ ຫຼັງຈາກເກີດຄວາມຮຸນແຮງໃນການປະທ້ວງ, ໂດຍຜ່ານການເຊື່ອມໂຍງທາງວີດີໂອ ຢູ່ ໂນໂວ-ໂອກາຣີໂຢໂວ ທີ່ເປັນບ້ານພັກຂອງປະເທດ ຢູ່ຊານເມືອງຂອງມົນກູ.

ສະຫະລັດ ແລະຣັດເຊຍ ໄດ້ເລີ້ມສົນທະນາກັນຢ່າງ “ກົງໄປກົງມາແລະຈິງຈັງ” ທີ່ແນໃສ່ເລື້ອງການຫລຸດຜ່ອນຄວາມເຄັ່ງຕຶງ ລະຫວ່າງສອງປະເທດມະຫາອຳນາດ ຂະນະທີ່ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ສືບຕໍ່ເສີມກຳລັງທະຫານ ທີ່ກະປະມານວ່າມີ 100,000 ຄົນປະຈຳການຢູ່ຕາມຊາຍແດນຕິດກັບຢູເຄຣນ ອີງຕາມການກ່າວຂອງທຳນຽບຂາວໃນວັນຈັນວານນີ້.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ເວົ້າວ່າ “ມີສອງເສັ້ນທາງສຳລັບຣັດເຊຍ ເພື່ອຈະເອົາໃນຊ່ວງໄລຍະນີ້ ສຳລັບປະທານາທິບໍດີ ປູຕິ ເພື່ອຈະເອົາ.” ທ່ານນາງກ່າວຕໍ່ໄປວ່າ “ທ່ານສາມາດເອົາເສັ້ນທາງດ້ານການທູດ. ມີການເຈລະຈາອີກສອງຮອບໃນອາທິດນີ້. ພວກເຮົາເຫັນວ່າ ມັນເປັນຊຸດຂອງສາມຮອບ ຊຶ່ງຂ້າພະເຈົ້າຄຶດວ່າ ພວກເຂົາເຈົ້າຍັງເນັ້ນໜັກຈາກຝ່າຍຂອງພວກເຂົາເຈົ້າຢູ່. ຫຼື ມີເສັ້ນທາງຂອງການທະວີຂຶ້ນ. ພວກເຮົາແນ່ໃຈວ່າ ມີຄວາມຫວັງຢູ່ວ່າ ເສັ້ນທາງດ້ານການທູດ ແມ່ນເສັ້ນທາງທີ່ພວກເຂົາເຈົ້າຈະເອົາ.”

ທ່ານໄບເດັນ ຂໍໃຫ້ທ່ານປູຕິນ ສັ່ງກຳລັງທະຫານກັບຄືນໄປຄ້າຍ. ທຳນຽບຂາວໄດ້ກ່າວໃນຖະ ແຫລງການຫຼາຍສະບັບມາແລ້ວ ເມື່ອມໍ່ໆມານີ້ວ່າ ສະຫະລັດ “ຈະຕອບໂຕ້ຢ່າງເດັດດ່ຽວ ຖ້າຫາກຣັດເຊຍ ຍັງຈະສືບຕໍ່ບຸກລຸກ ຢູເຄຣນ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງ ຣັດເຊຍ ທ່ານເ ຊີເກ ຣີຢາບຄັອບ ໄດ້ກ່າວຕໍ່ບັນດານັກຂ່າວຫຼັງຈາກການເຈລະຈາໃນວັນຈັນໄດ້ສິ້ນສຸດລົງວ່າ “ພວກເຮົາໄດ້ອະທິບາຍຕໍ່ຄູ່ເຈລະຈາກຂອງພວກເຮົາວ່າ ພວກເຮົາບໍ່ມີແຜນການໃດໆ ບໍ່ມີເຈດຕະນາທີ່ຈະ ‘ໂຈມຕີ’ ຢູເຄຣນ.” ທ່ານກ່າວອີກວ່າ “ບໍ່ມີເຫດຜົນທີ່ຈະຢ້ານໃນການທະວີຂຶ້ນໃດໆໃນເລື້ອງນີ້ເລີຍ.”

ວັງເຄຣມລິນ ແມ່ນເປັນຫ່ວງກ່ຽວກັບການຂະຫຍາຍອອກໄປທາງທິດຕາເວັນອອກຂອງອົງການສົນທິສັນຍາແອດແລນຕິກເໜືອ ຫຼື ເນໂຕ້. ກຸ່ມພັນທະມິດດ້ານຄວາມປອດໄພໂດຍສ່ວນລວມນີ້ ໄດ້ຖືກກໍ່ຕັ້ງຂຶ້ນ ເພື່ອຕໍ່ຕ້ານອະດີດສະຫະພາບໂຊຫວຽດ. ຢູເຄຣນ ທີ່ເຄີຍເປັນສາ​ທາ​ລະ​ນະ​ລັດນຶ່ງຂອງໂຊຫວຽດໄດ້ຫາທາງທີ່ຈະເຂົ້າຮ່ວມໃນອົງການເນໂຕ້ ແຕ່ມົສກູກໍໄດ້ຄັດຄ້ານ. ທ່ານປູຕິນ ກ່າວວ່າ ການເສີມກຳລັງທະຫານໃນປັດຈຸບັນນີ້ ແມ່ນຈຳເປັນເພື່ອການປ້ອງກັນຕົນເອງຈາກການຮຸກ ຮານຂອງປະເທດຕາເວັນຕົກ ແລະທ່ານບໍ່ມີແຜນການທີ່ຈະບຸກລຸກ.

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວໃນວັນຈັນວານນີ້ວ່າ “ພວກເຮົາໄດ້ເຫັນວ່າ ບໍ່ມີການປ່ຽນແປງທີ່ສຳຄັນດ້ານທ່າທີຂອງກອງກຳລັງໂດຍ ຣັດເຊຍ ຢູ່ໃນບໍລິເວນເຂດຊາຍແດນຕິດກັບຢູເຄຣນ. ຍັງສືບຕໍ່ມີກອງກຳລັງຂະໜາດໃຫຍ່ຢູ່ທີ່ນັ້ນ..ຖ້າຣັດເຊຍເອົາຈິງເອົາຈັງກ່ຽວກັບການຫລຸດຜ່ອນຄວາມເຄັ່ງຕຶງ ພວກເຂົາເຈົ້າສາມາດເລີ້ມໄດ້ ດ້ວຍການເລີ້ມຖອນກຳລັງທະຫານເຫຼົ່ານັ້ນ ຫລຸດຜ່ອນທ່າທີຂອງກອງກຳລັງສ່ວນໃດສ່ວນນຶ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG