ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ຣັດເຊຍ ສະແດງຄວາມຄິດໃນແງ່ບວກ ພຽງເລັກນ້ອຍ ກ່ຽວກັບ ການເຈລະຈາ ໃນສັບປະດານີ້


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ໃນຫ້ອງປະຊຸມລາຍງານ, ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 7 ມັງກອນ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ໃນຫ້ອງປະຊຸມລາຍງານ, ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 7 ມັງກອນ, 2022.

ບັນດານັກການທູດລະດັບສູງ ສະຫະລັດ ແລະ ຣັດເຊຍ ໄດ້ສະແດງຄວາມຄິດໃນແງ່ບວກເລັກ ນ້ອຍໃນວັນອາທິດວານນີ້ວ່າ ຄວາມເຄັ່ງຕຶງ ລະຫວ່າງປະເທດຂອງເຂົາເຈົ້າຈະຫຼຸດຜ່ອນລົງໃນການເຈລະຈາລະດັບສູງຂອງອາທິດນີ້ໃນຢູໂຣບ ກ່ຽວກັບ ການເສີມກຳລັງຂະໜາດໃຫຍ່ຂອງ ຣັດ ເຊຍ ຢູ່ຕາມເຂດຊາຍແດນຂອງ ຢູເຄຣນ ແລະ ການຮຽກຮ້ອງຂອງ ຣັດເຊຍ ສຳລັບການຄໍ້າປະກັນຄວາມປອດໄພຈາກປະເທດຕາເວັນຕົກ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນລາຍການ State of the Union ຂອງໂທລະພາບ CNN ວ່າ “ມັນຍາກທີ່ຈະເຫັນວ່າພວກເຮົາຈະທຳຄວາມກ້າວໜ້າກັບປືນທີ່ກຳລັງຈີ້ຫົວຂອງ ຢູເຄຣນ ຢູ່.”

ທ່ານ ບລິງເຄັນ ໄດ້ກ່າວວ່າ “ພວກເຮົາຈະຟັງຄວາມເປັນຫ່ວງຂອງ ຣັດເຊຍ” ກ່ຽວກັບ ການປະຕິ ບັດການທາງທະຫານຂອງອົງການ NATO ໃນພາກກາງ ແລະ ຕາເວັນອອກຂອງ ຢູໂຣບ, ແຕ່ໄດ້ກ່າວຕື່ມວ່າ, “ເຂົາເຈົ້າກໍຈະຕ້ອງຟັງຄວາມເປັນຫ່ວງຂອງພວກເຮົາ” ກ່ຽວກັບ ການເສີມກຳລັງ 100,000 ຄົນຂອງ ຣັດເຊຍ ຢູ່ຕາມຊາຍແດນພາກຕາເວັນອອກຂອງ ຢູເຄຣນ ນັ້ນ.

ໃນຂະນະດຽວກັນ, ອົງການຂ່າວ RIA ຂອງລັດຖະບານ ຢູເຄຣນ ໄດ້ກ່າວຢໍ້າຄຳເວົ້າ ຂອງຮອງລັດຖະມົນຕີການຕ່າງປະເທດ ທ່ານ ເຊີເກ ຣຽບຄອຟ (Sergei Ryabkov) ວ່າມັນມີຄວາມເປັນໄປໄດ້ໝົດທີ່ວ່າ ການເຈລະຈາລະຫວ່າງ ສະຫະລັດ ກັບ ຣັດເຊຍ ອາດສິ້ນສຸດລົງຢ່າງກະທັນຫັນ ຫຼັງຈາກການປະຊຸມພຽງຄັ້ງດຽວ.

ທ່ານ ຣຽບຄອຟ ໄດ້ກ່າວຢໍ້າວ່າ “ຂ້າພະເຈົ້າບໍ່ສາມາດປະຕິເສດຫຍັງ. ນີ້ແມ່ນເຫດການທີ່ສາມາດເປັນໄປໄດ້ໝົດທຸກຢ່າງ ແລະ ອາເມຣິກາ ບໍ່ຄວນເຂົ້າໃຈຜິດ ກ່ຽວກັບ ສິ່ງນີ້.” ບັນດາເຈົ້າໜ້າທີ່ຈາກສອງປະເທດດັ່ງກ່າວ ໄດ້ຈັດການປະຊຸມຮັບປະທານອາຫານຄໍ່າ ໃນຄືນວັນອາທິດວານນີ້ ກ່ອນການເຈລະຈາທີ່ເປັນທາງການ ໃນວັນຈັນມື້ນີ້ ທີ່ນະຄອນ ເຈນີວາ.

ທ່ານ ຣຽບຄອຟ ໄດ້ກ່າວວ່າ “ທຳ​ມະດາແລ້ວ, ພວກເຮົາຈະບໍ່ໃຫ້ການຍິນຍອມພາຍໃຕ້ຄວາມກົດ ດັນ ແລະ ໃນເຫດຂອງການຂົ່ມຂູ່ ທີ່ມັກຈະຖືກກໍ່ຂຶ້ນໂດຍບັນດາຜູ້ເຂົ້າຮ່ວມຈາກປະເທດຕາເວັນຕົກ ກ່ຽວກັບ ການເຈລະຈາທີ່ໃກ້ຈະມາເຖິງນີ້.”

ທ່ານ ບລິງເຄັນ ໄດ້ກ່າວວ່າ, “ຂ້າພະເຈົ້າບໍ່ຄິດວ່າພວກເຮົາຈະເຫັນຄວາມສຳ ເລັດໃນທັນທີໃດໆ ໃນການເຈລະຈາລະຫວ່າງ ສະຫະລັດ ແລະ ຣັດເຊຍ ທີ່ດຳເນີນພ້ອມກັບປະເທດອື່ນໆໃນນະ ຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ແລະ ນະຄອນຫຼວງ ວຽນນາ ປະເທດ ອອສເຕຣຍ ໃນຕະຫຼອດສັບປະດານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG