ສະຫະລັດ ແລະຣັດເຊຍ ຈະເລີ້ມການດຳເນີນຄວາມພະຍາຍາມ
ໃນວັນສຸກມື້ນີ້ເພື່ອນຳເອົາສະຖຽນລະພາບໄລຍະຍາວມາສູ່ການ
ດຳເນີນຄວາມພະຍາຍາມເພື່ອຈັດສົ່ງການຊ່ອຍເຫລືອທາງດ້ານ
ມະນຸດສະທຳໄປໃຫ້ເຂດຕ່າງໆທີ່ຖືກປິດລ້ອມຢູ່ໃນຊີເຣຍ.
ປະເທດທັງສອງ ພາຍໃຕ້ຄວາມອຸບປະຖຳ ຂອງອົງການສະຫະ
ປະຊາຊາດ ຈະໄດ້ເປັນປະທານຮ່ວມ ກອງປະຊຸມຄະນະກຳມະ
ການຢຸດຍິງຂັ້ນຕົ້ນ ທີ່ນະຄອນເຈນີວາ.
ກຳມະການດັ່ງກ່າວຈະຊອກຫາຊ່ອງທາງເພື່ອໃຫ້ມີການຢຸດຍິງ
ໃນໄລຍະຍາວຢູ່ໃນຊີເຣຍບ່ອນທີ່ສົງຄາມກາງເມືອງເປັນເວລາ
5 ປີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ໄປແລ້ວຫຼາຍກວ່າ 400,000 ຄົນ ແລະບໍ່ມີບ່ອນພັກພາ
ອາໄສອີກຫລາຍລ້ານຄົນ.
ກຸ່ມໃຫ້ຄວາມສະໜັບສະໜຸນຊີເຣຍ ທີ່ມີທັງໝົດ 17 ປະເທດ ໄດ້ຮ່າງແຜນການ ໃຫ້ຄະ
ນະກຳມະການໃນລະຫວ່າງການປະຊຸມກັນທີ່ນະຄອນມິວນິກ ໃນອາທິດແລ້ວນີ້. ການ
ຢຸດຍິງດັ່ງກ່າວຈະບໍ່ຮວມເອົາກຸ່ມກໍ່ການຮ້າຍຕ່າງໆ ເຊັ່ນກຸ່ມລັດອິສ ລາມແລະກຸ່ມອາລ
ນຸຊຣາ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວວ່າ ກຳມະການນີ້ຈະ
ເຮັດໜ້າທີ່ເພື່ອຊອກຫາແບບຢ່າງສຳລັບການຍຸດຕິຄວາມຮຸນແຮງ ແລະຍຸດຕິການເປັນ
ປໍລະປັກໄລະຍະຍາວ ໃນຂອບເຂດທີ່ກວ້າງຂວາງ ແລະມີຄວາມໝັ້ນຄົງ.
ທ່ານໃຫ້ຄວາມເຫັນດັ່ງກ່າວ ໃນການຖະແຫລງຂ່າວ ເມື່ອແລງວັນສຸກແລ້ວ ຮ່ວມກັບລັດ
ຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ແລະທູດພິເສດຂອງອົງການ
ສະຫະປະຊາຊາດ ທ່ານ Staffan de Mistura ລຸນຫຼັງການປະຊຸມຂອງກຸ່ມໃຫ້ການສະ
ໜັບສະໜຸນຊີເຣຍ.
ທ່ານ Lavrov ກ່າວວ່າ ຄະນະກຳມະການຈະຮວມທັງພວກນັກການທູດແລະເຈົ້າໜ້າທີ່
ທະຫານ. ຫລັງຈາກນັ້ນໃນການຖະແຫຼງຂ່າວໃນມື້ວັນພຸດແລ້ວທີ່ກຸງມົສກູທ່ານ Lavrov
ກ່າວວ່າ ທຸກຢ່າງແມ່ນຂຶ້ນຢູ່ກັບສະຫະລັດ ກ່ຽວກັບຄວາມເຕັມໃຈ ໃຫ້ການຮ່ວມມື ຢ່າງ
ຊື່ສັດ ໃນລະດັບທະຫານ.