ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກໍານົດວັນດໍາເນີນ ຄະດີພໍ່ຄ້າອາວຸດຣັດເຊຍ


ນາຍ Viktor Bout, ຢູ່ທາງການລະຫວ່າງເຈົ້າໜ້າທີ່ສະຫະລັດ . ວັນທີ 16, ພະຈິກ 2010 .
ນາຍ Viktor Bout, ຢູ່ທາງການລະຫວ່າງເຈົ້າໜ້າທີ່ສະຫະລັດ . ວັນທີ 16, ພະຈິກ 2010 .


















ຢູ່​ທີ່ສະຫະລັດນີ້​ ຜູ້​ພິພາກສາ​ລັດຖະບານ​ກາງ ​ໄດ້​ກໍານົດ​ເອົາ​ວັນ​ທີ 12 ​ເດືອນກັນຍາ
ເປັນ​ມື້​ເລີ້ມ​ຕົ້ນ​ດໍາ​ເນີນ​ຄະດີ​ນາຍ Victor Bout ​ນາຍ​ທະຫານ​ເກົ່າ​ໃນ​ກອງທັບຂອງອະ
ດີດ​ສະຫະພາບ ​ໂຊ​ວຽດ ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ນຶ່ງ​ໃນ​ບັນດາ​ພວກ​ພໍ່ຄ້າ​ອາວຸດລາຍ​
ໃຫຍ່​ທີ່​ສຸດ​ຂອງ​ໂລກ.

ນາຍ Bout ​ໄດ້​ໄປ​ປາກົດ​ໂຕ​ຕໍ່​ໜ້າຜູ້​ພິພາກສາ ​ເພື່ອ​ໃຫ້ການ​ກ່ອນ​ການ​ດໍາ​ເນີນ​ຄະດີ ​ທີ່​ນະຄອນ​ນີວຢອກໃນ​ວັນ​ສຸກ​ຜ່ານ​ມາ ຊຶ່ງ​ເປັນ​ການ​ໄປ​ປາກົດ​ໂຕ​ຕໍ່​ສານ​ຂອງ​ສະຫະ ລັດຄັ້ງ​ທີ​ສອງ​ຂອງ​ຜູ້ກ່ຽວ ນັບ​ແຕ່​ຖືກ​ສົ່ງ​ໂຕ​ອອກ​ຈາກ​ປະ​ເທດ​ໄທ​ມາ​ໃນ​ເດືອນ​ພະຈິກ​ແລ້ວ​ນີ້.

ນາຍ Bout ທີ່ໄດ້​ຖືກຕັ້ງ​ສົມຍາ​ນາມ​ໃຫ້​ວ່າ ​ພໍ່ຄ້າ​ມໍລະນະ​ ຫລື The Merchant of Death ນັ້ນ ຖືກ​ກ່າວ​ຫາ​ວ່າ ​ໃຊ້ເຮືອບິນເປັນ​ຝຸງ ບັນທຸກ​ສິນຄ້າ​ເພື່ອ​ສົ່ງ​ພວກ​ອາວຸດ​ຍຸດ​ໂທປະກອນ​ໃຫ້​ພວກ​ກະບົດ​ແລະ​ພວກ​ຫົວຮຸນແຮງ​ທີ່ຂົງ​ເຂດ​ອະ​ເມ​ລິ​ກາ​ໃຕ້ ​ໃນ​ອະ​ຟຣິກາ ​ແລະ​ໃນ​ພາກ​ຕາ​ເວັນ​ອອກ​ກາງ. ນາຍ Bout ກ່າວ​ວ່າ ລາວ​ດໍາ​ເນີນ​ທຸລະ​ກິດ​ການ​ຂົນ​ສົ່ງ​ທາງ​ອາກາດ​ ທີ່​ຖືກຕ້ອງ​ຕາມ​ກົດໝາຍ.

ນາຍ Bout ຖືກຈັບ​ກຸມ​ທີ່​ໄທ​ເມື່ອ 2 ປີຜ່ານມາ ​ໃນ​ການປະຕິບັດ​ງານ​ລັບ​ຂອງພວກ​ນັກສືບ
ສະຫະລັດ ​ທີ່​ປອມ​ເປັນ​ພວກຜູ້ຕາງໜ້າກຸ່ມ​ກະບົດ FARC ​ໃນ​ປະ​ເທດ​ໂຄ​ລົມ​ເບຍ​ ​ໄປ​ທາ​ບ
ທາມ​ຂໍຊື້ອາວຸດ​ຈາກຜູ້ກ່ຽວ.

ນາຍ Bout ​ໄດ້​ຖືກ​ສົ່ງ​ໂຕ​ມາສະ​ຫະລັດ​ໃນ​ປີ​ແລ້ວ​ນີ້ ຫລັງ​ຈາກ​ການດໍາ​ເນີນ​ການ​ຫາ​ທາງ
ຫລີກ​ລ້ຽງ​ທາງ​ກົດໝາຍ​ມາ​ເປັນ​ເວລາ​ສອງ​ປີ. ລັດຖະບານຣັດ​ເຊຍ​ປະນາມ​ການ​ສົ່ງໂຕນາຍ
ບຸດ​ວ່າ ​ເປັນ​ການ​ກະທໍາ​ທີ່​ຜິດ​ກົດໝາຍ​ແລະ​ທາງ​ການ​ເມືອງ.

XS
SM
MD
LG