ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ປ. ໂອບາມາ ພົບປະກັບ ປ. ເມັດວີເດັຟ


ປະທານາທິບໍດີໂອບາມາ ພົບປະກັບປະທານາທິບໍດີ Medvedev ແຫ່ງຣັດເຊຍ ນອກກອງປະຊຸມສຸດຍອດ APEC ທີ່ເມືອງໂຢໂກ ຮາມາ, ຍີ່ປຸ່ນ, ວັນທີ 14 ພະຈິກ 2010.

ກ່ອນ​ອອກ​ເດີນທາງ​ກັບ​ຄືນ​ສະຫະລັດ​ນັ້ນ ປະທານາທິບໍດີ​
ໂອ​ບາ​ມາ​ ໄດ້​ພົບ​ປະ​ກັບ​ຄູ່​ຕໍາ​ແໜ່​ງຂອງ​ທ່ານຈາກຣັດ​ເຊຍ
ທ່ານ Dmitry Medvedev ຢູ່​ຂ້າງ​ນອກ​ກອງປະຊຸມ​ສຸດ​ຍອດ​ກຸ່ມ APEC ​ໃນ​ວັນອາທິດ
ມື້​ນີ້ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນເລື້ອງ​ສົນທິສັນຍາ​ວ່າ​ດ້ວຍ​ການ​ລົດ​ຜ່ອນ​ອາວຸດ​ນີວ
ເຄລຍຕະຫລອດ​ທັງເລື້ອງກອງ​ປະຊຸມ​ສຸດ​ຍອດ​ຂອງກຸ່ມ NATO ທີ່​ຈະ​ມາ​ເຖິງ​ນີ້​ແລະ​ເລື້ອງ ອື່ນໆ​ອີກ.

ທ່ານ​ໂອ​ບາ​ມາໄດ້​ກ່າວ​ຢໍ້າເຖິງ​ຄວາມ​ຕັ້ງ​ໃຈ​ອັນ​ແນ່​ວ​ແນ່ຂອງທ່ານ​ ທີ່​ຈະ​ເຮັດສົນທິສັນຍາ
START ​ໃຫ້​ສໍາ​ເລັດເສັດ​ສິ້ນລົງ​ໄປ ຊຶ່ງ​ສົນ​ທິສັນຍາ​ທີ່​ວ່າ​ນີ້​ຈະ​ລົດ​ກໍາລັງ​ອາວຸດ​ນີວ​ເຄລຍ
ຂອງ​ສະຫະລັດ​ແລະ​ຂອງຣັດ​ເຊຍ ​ລົງຫລາຍເຖິງ 1 ສ່ວນ 3 ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ທ່ານ​ໄດ້​ສື່​ສານ​ໃຫ້​ລັດຖະສະພາ​ສະຫະລັດ​ຮູ້ແລ້ວ​ວ່າ ການ​ໃຫ້
ສັດຍາບັນ​ແກ່​ຂໍ້​ຕົກລົງ START ​ແມ່ນເປັນ​ບຸລິມະສິດ​ຂອງ​ລັດຖະບານ​ຂອງ​ທ່ານ.

ສອງ​ປະທານາທິບໍດີ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ START ​ໃນ​ເດືອນເມສາ​ຜ່ານ​ມາ ​ແຕ່​ທາງ​
ສະພານິຕິບັນຍັດ​ຂອງ​ທັງ​ສອງ​ປະ​ເທດ​ຍັງ​ບໍ່ທັນ​ໄດ້​ໃຫ້​ສັດຕະຍາບັນ​ເທື່ອ.

ໃນ​ເລື້ອນຶ່ງ​ອີກ ທ່ານ Medvedev ກ່າວ​ວ່າ ທັງ​ສອງ​ຝ່າຍ​ໄດ້​ທໍາຄວາມ​ຄືບ​ໜ້າ​ຢ່າງ​ຫລວງ
ຫລາຍກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງຣັດ​ເຊຍໃນ​ການ​ຢາກ​ເຂົ້າ​ຮ່ວມ​ໃນ​ອົງການ​ການ​ຄ້າ​ໂລກ​ນັ້ນ.

ການ​ພົບ​ປະຫາລື​ກັນ​ນີ້​ຍັງ​ໄດ້​ເພ່ງ​ເລັງ​ໃສ່​ເລື້ອງ​ກອງ​ປະຊຸມສຸດ​ຍອດ​ຂອງ​ກຸ່​ມ​ເນ​ໂຕ​ຄັ້ງ​ຕໍ່​ໄປ ​ທີ່
ມີຂຶ້ນ​ໃນ​ນະຄອນ Lisbon ທີ່ມີວັດຖຸ​ປະສົງ​ ເພື່ອ​ປັບ​ປຸງ​ສາຍ​ພົວພັນ​ຂອງຣັດ​ເຊຍ​ໃຫ້​ດີ​ຂຶ້ນ
ກັບ​ກຸ່ມເນ​ໂຕ ເລື້ອງ​ການ​ເສດຖະກິດໂລກ ສະຖານະ​ການ​ໃນ​ອັຟກາ​ນິສຖານ ​ແລະ​ການ​ລົງ​ ໂທດ​ຕໍ່​ອິຣ່ານນໍາ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG