ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ລັດໄດ້​ສະ​ເໜີ​ໃຫ້​ຄົນ​ມີ​ເປົ້າ​ໝາຍ ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ​ຂອງ​ຕົນ​ຢ່າງ​ສະ​ໝັກ​ໃຈ


ສຳ​ນັກ​ງານ​ໃຫຍ່​ຂອງ​ກະ​ຊວງ​ຮັກ​ສາຄວາມປອດໄພພາຍໃນທີ່​ຢູ່​ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງນະ​ຄອນ​ຫລວງວໍ​ຊິງ​ຕັນ, ພາບ​ຖ່າຍ​ໃນ​ວັນ​ທີ 25 ກຸມ​ພາ, 2015
ສຳ​ນັກ​ງານ​ໃຫຍ່​ຂອງ​ກະ​ຊວງ​ຮັກ​ສາຄວາມປອດໄພພາຍໃນທີ່​ຢູ່​ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງນະ​ຄອນ​ຫລວງວໍ​ຊິງ​ຕັນ, ພາບ​ຖ່າຍ​ໃນ​ວັນ​ທີ 25 ກຸມ​ພາ, 2015

ສະຫະລັດກຳລັງພະຍາຍາມເຮັດໃຫ້ມັນງ່າຍຂຶ້ນສຳລັບບໍລິສັດແລະອົງການຈັດຕັ້ງທັງຫຼາຍ ເພື່ອເສີມຂະຫຍາຍດ້ານຄວາມປອດໄພທາງໄຊເບີຂອງພວກເຂົາເຈົ້າ ໃນການປະເຊີນກັບການໂຈມຕີທີ່ເພີ້ມຂຶ້ນນັບມື້ ທີ່ແນໃສ່ເຮັດໃຫ້ການປະຕິງານຂອງພວກເຂົາເຈົ້າຍຸຕິລົງ ໂດຍການລັກເອົາຂໍ້ມູນຂອງພວກເຂົາ ຫຼື ຮຽກ​ເອົາ​ເງິນຄ່າໄຖ່.

ບັນດາເຈົ້າໜ້າທີ່ຢູ່ກະຊວງຮັກສາຄວາມປອດໄພພາຍໃນ ແລະອົງການຮັກສາຄວາມປອດໄພທາງໄຊເບີ ແລະຄວາມປອດໄພດ້ານພື້ນຖານໂຄງລ່າງ ຫຼື CISA ໄດ້ນຳສະເໜີ ເປົ້າໝາຍການປະຕິບັດງານດ້ານຄວາມປອດໄພທາງໄຊເບີ ໃໝ່ ໃນວັນພະຫັດວານນີ້ ໂດຍອະທິບາຍເຖິງມັນວ່າ ເປັນສິ່ງທີ່ສຳຄັນຍິ່ງ ແຕ່ເປັນແຫລ່ງຂອງຄວາມສະໝັກໃຈ ທີ່ຈະຊ່ອຍບໍລິສັດແລະອົງການຈັດຕັ້ງທັງຫຼາຍ ໃຫ້ຕັດສິນໃຈໄດ້ດີຂຶ້ນກວ່າເກົ່າ.

“ແທ້ຈິງແລ້ວ ສິ່ງທີ່​ເປັນເປົ້າໝາຍການປະຕິບັດງານດ້ານຄວາມປອດໄພທາງ ໄຊເບີ ສະເໜີໃຫ້​ເຫັນ ແມ່ນລາຍການຂອງທາງເລືອກຕ່າງໆເພື່ອສ້າງຄວາມທັນ​ສະ​ໄໝໃນດ້ານຄວາມປອດໄພທາງໄຊເບີຂອງເຈົ້າ” ນັ້ນ​ຄື ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ, ທ່ານອາເລຮານໂດຣ ມາໂຢກາສ ໄດ້ກ່າວຕໍ່ບັນດານັກຂ່າວ ໂດຍອະທິບາຍເຖິງສິ່ງທີ່ໄດ້ນຳເໜີວ່າ ເປັນ “ຊ່ວງຂອງການຫັນປ່ຽນ” ສຳລັບການຮັກສາຄວາມປອດໄພທາງໄຊເບີ.

ທ່ານກ່າວຕື່ມວ່າ “ພວກມັນເຂົ້າເຖິງໄດ້ ພວກມັນເຂົ້າໃຈໄດ້ງ່າຍ ແລະພວກມັນ ລະບຸໄດ້ ອີງຕາມຄ່າໃຊ້ຈ່າຍທີ່ແຕ່ລະຄົນ ທີ່ຈະໄດ້ເຫັນ, ຄວາມສະຫລັບ ສັບຊ້ອນໃນການຈັດຕັ້ງປະຕິບັດເປົ້າໝາຍ, ພ້ອມກັນນັ້ນ ລະດັບຂອງຜົນ ກະທົບຂອງເປົ້າໝາຍໃນການຈັດຕັ້ງປະຕິບັດ ທີ່ຄວນຈະມີ.”

ເປັນເວລາຫຼາຍເດືອນ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ເຕືອນເຖິງຄວາມ ສະຫລັບສັບຊ້ອນທີ່ຫຼາຍຂຶ້ນເລື້ອຍໆ ແລະໄພອັນຕະລາຍດ້ານສະພາບແວດ ລ້ອມໃນພື້ນທີ່ຂອງອິນເຕີເນັດ, ຊຶ່ງມັນໄດ້ກົດດັນລັດຖະບານ ໃຫ້ປຸກລະດົມ ຄວາມຕື່ນຕົວ ທີ່ເອີ້ນວ່າ “Shields Up” ທີ່ໄດ້ຖືກຜັກດັນສ່ວນນຶ່ງໂດຍການ ບຸກລຸກຢູເຄຣນຂອງຣັດເຊຍ ໃນຕົ້ນປີນີ້.

ກະຊວງດັ່ງກ່າວຍັງໄດ້ດຶງຄວາມສົນໃຈໄປຫາເລື້ອງການໂຈມຕີທາງໄຊເບີ ໂດຍອີຣ່ານ ແລະເກົາຫຼີເໜືອ ໃນຂະນະດຽວກັນ ເຕືອນວ່າ ທັງສອງປະເທດນີ້ ແລະພວກຄົນທີ່ບໍ່ມີປະເທດ ໄດ້ສະແກນແລະແນເປົ້າໝາຍໃສ່ພື້ນຖານໂຄງລ່າງທີ່ສຳຄັນໆຂອງສະຫະລັດ ຫຼາຍຂຶ້ນນັບມື້, ຈາກບໍລິສັດນ້ຳປະປາ ແລະໄຟຟ້າ ຈົນເຖິງສະໜາມບິນຕ່າງໆ ຊຶ່ງໄດ້ຖືກໂຈມຕີໂດຍບໍ່ໃຫ້ເຂົ້າໃຊ້ຄອມພິວເຕີຫຼາຍຮອບມາແລ້ວ ໃນເດືນອຕຸລາ.

ພວກບໍລິສັດຮັກສາຄວາມປອດໄພທາງໄຊເບີ ທີ່ເປັນຂອງເອກະຊົນ ກໍໄດ້ເຕືອນເຊັ່ນກັນ ໃນການໂຈມຕີທີ່ເພີ້ມຫຼາຍຂຶ້ນ ຕໍ່ພວກບໍລິສັດດ້ານການຮັກສາສຸຂະພາບ ແລະການສຶກສາ ແລະອົງການຄົ້ນຄວ້າຕ່າງໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG