ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຄົນທີ່ຕິດ ໂຄວິດ-19 ໃນ ສຫລ ພຸ້ງຂຶ້ນຢ່າງວ່ອງໄວ ແຕ່ຈໍານວນຜູ້ເສຍຊີວິດ ບໍ່ໄດ້ເພີ້ມຂຶ້ນ ໃນຕອນນີ້


ນາງ Shania Dod ເປີດຊຸດເຄື່ອງກວດຫາພະຍາດໂຄວິດ-19 ເພື່ອຈະເອົາຕົວຢ່າງເລືອດໄປກວດ ຢູ່ສູນກາງກວດກາຫາພະຍາດ COVID-19 ຂອງ United Memorial Medical Center ໃນວັນທີ 8 ກໍລະກົດ 2020 ຢູ່ເມືອງຮຸສຕັນ, ລັດເທັກຊັສ (ພາບຖ່າຍໂດຍ AP Photo/David J. Phillip)
ນາງ Shania Dod ເປີດຊຸດເຄື່ອງກວດຫາພະຍາດໂຄວິດ-19 ເພື່ອຈະເອົາຕົວຢ່າງເລືອດໄປກວດ ຢູ່ສູນກາງກວດກາຫາພະຍາດ COVID-19 ຂອງ United Memorial Medical Center ໃນວັນທີ 8 ກໍລະກົດ 2020 ຢູ່ເມືອງຮຸສຕັນ, ລັດເທັກຊັສ (ພາບຖ່າຍໂດຍ AP Photo/David J. Phillip)

ຈໍານວນຄົນທີ່ຕິດໄວຣັສໂຄໂຣນາກໍາລັງພຸ້ງສູງຂຶ້ນຢ່າງວ່ອງໄວຢູ່ໃນສະຫະລັດ. ແຕ່ວ່າ ຈໍານວນຄົນທີ່ເສຍຊີວິດ ແມ່ນບໍ່ໄດ້ເພີ້ມຂຶ້ນ.

ຟັງໆແລ້ວ ຄືວ່າເປັນຂ່າວດີ. ແຕ່ວ່າພວກນັກຊ່ຽວຊານເຕືອນວ່າ ບໍ່ຄວນຟ້າວຕີ ຄວາມໝາຍຕົວເລກນັ້ນ ວ່າດີໂລດ.

ຈໍານວນກໍລະນີຄົນປ່ວຍໄດ້ສະແດງໃຫ້ເຫັນວ່າ ມີທ່າອ່ຽງສູງຂຶ້ນຢ່າງສະໝໍ່າສະ ເໝີ ນັບແຕ່ກາງເດືອນມິຖຸນາເປັນຕົ້ນມາ. ຕົວເລກສະເລ່ຍຂອງໄລຍະ 7 ວັນ ດຽວນີ້ ແມ່ນຢູ່ໃນຂັ້ນສູງ 50,000 ຄົນຕໍ່ມື້. ແຕ່ວ່າ ຕົວເລກຄົນເສຍຊີວິດຍ້ອນ ພະຍາດໂຄວິດ-19 ທີ່ເກີດມາຈາກໄວຣັສໂຄໂຣຣນານັ້ນ ແມ່ນມີທ່າອ່ຽງຫລຸດ ລົງພຽງໜ້ອຍດຽວ. ດຽວນີ້ ອັດຕາສະເລ່ຍ ຂອງຄົນເສຍຊີວິດແມ່ນ 500 ຄົນ ຕໍ່ມື້.

ແຕ່ວ່າ ມັນໃຊ້ເວລາຫລາຍອາທິດ ກ່ອນພະຍາດໂຄວິດ-19 ຈະເອົາຊີວິດຂອງ ຄົນໄປ, ອີງຕາມຄໍາເຫັນຂອງບັນດາທ່ານໝໍທັງຫລາຍ. ຈໍານວນຄົນເຂົ້າໂຮງໝໍ ເລີ້ມມີຫລາຍຂຶ້ນ ໃນຊ່ວງເວລາບໍ່ຮອດສາມອາທິດມານີ້. ມັນເພີ້ມຂຶ້ນເກືອບຮອດ 1 ສ່ວນ ນັບແຕ່ນັ້ນມາ, ອີງຕາມໂຄງການຕິດຕາມພະຍາດໂຄວິດ.

ການເສຍຊີວິດກໍຂ້ອນຂ້າງວ່າຈະມີຂຶ້ນຫລັງຈາກນັ້ນ, ອີງຕາມຄໍາເວົ້າຂອງທ່ານ ອາແມສ ອາດາລຈາ (Amesh Adalja) ນັກຄົ້ນຄວ້າລະດັບສູງ ຢູ່ສູນກາງ ຄວາມໝັ້ນຄົງທາງສຸຂະພາບ ຂອງມະຫາວິທະຍາໄລຈອນສ໌ ຮອບຄິນສ໌

ທ່ານກ່າວວ່າ “ຂ້າພະເຈົ້າບໍ່ຄິດດອກວ່າ ພຽງແຕ່ການໃຊ້ຊີວະວິທະຍາ ແລະ ເລກ ພວກເຮົາຈະສາມາດນັບຈໍານວນຄົນເສຍຊີວິດວ່າມັນເພີ້ມຂຶ້ນໄດ້ ໃນຂະ ນະທີ່ການເຂົ້າໂຮງໝໍ ແລະການໃຊ້ຕຽງຢູ່ໃນຫ້ອງມໍລະສຸມ ຫລື ICU ໄດ້ ເພີ້ມຂຶ້ນ.”

ສາເຫດທີ່ມີຈໍານວນຄົນເສຍຊີວິດອາດຈະຕໍ່າກວ່າ ກໍຍ້ອນວ່າ ຫລາຍຄົນທີ່ຕິດ ພະຍາດນີ້ແມ່ນຄົນໜຸ່ມ ແລະບໍ່ຄ່ອຍມີອາການຂອງພະຍາດຢ່າງຮ້າຍແຮງປານ ໃດ. ຢູ່ໃນບາງເຂດ ພວກຄົນໜຸ່ມ ຕອນນີ້ ເປັນຄົນສ່ວນໃຫຍ່ຂອງກໍລະນີຕິດ ເຊື້ອໃໝ່ຢູ່.

“ອັດຕາຄົນເສບຊີວິດຕໍ່າລົງ, ຂ້າພະເຈົ້າຍອມຮັບວ່າເປັນແນວນັ້ນແທ້ ເພາະວ່າ ຜູ້ຄົນສ່ວນໃຫຍ່ແມ່ນໜຸ່ມ ແລະມີສຸຂະພາບແຂງແຮງກວ່າ,” ນັ້ນຄືຄໍາເວົ້າຂອງ ດຣ. ແອນໂທນີ ຟາວຈິ (Anthony Fauci), ຫົວໜ້າ ສະຖາບັນດ້ານໂຣກພູມ ແພ້ ແລະພະຍາດຕິດແປດ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຖ່າຍທອດສົດ ອອກທາງ Facebook Live news ໃນວັນອັງຄານຜ່ານມາ.

ທ່ານກ່າວອີກວ່າ “ແຕ່ວ່າ ເປັນແນວນັ້ນກໍບໍ່ໄດ້ໝາຍຄວາມວ່າ ທ່ານຈະບໍ່ສາ ມາດປ່ວຍຢ່າງສາຫັດໄດ້.”

ພວກຄົນໜຸ່ມໃນທີ່ສຸດກໍໄປຢູ່ຫ້ອງມໍລະສຸມ ແລະເສຍຊີວິດຍ້ອນພະຍາດໂຄວິດ- 19 ກໍມີ ແຕ່ວ່າຢູ່ໃນອັດຕາຕໍ່ກວ່າ ຄົນກຸ່ມອື່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG