ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສ​ະ​ຫະ​ລັດ ຖອນ​ວີ​ຊາ ຫົວ​ໜ້າ ໄອ​ຍະ​ການ ສານ​ອາ​ຍາ​ສາ​ກົນ


ໄອ​ຍະ​ການຟາ​ຕູ ເບັນ​ຊູ​ດາ (ກາງ) ແລະ​ຮອງ​ໄອຍະ​ການ ເຈມ​ສ໌ ສ​ຕວດ (ຂວາ) ລົມ​ກັນ ກັບຫົວ​ໜ້າ​ສະ​ຫະ​ພັນ​ເຕະ​ບານ ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ທ່ານ ແພັດ​ຕ​ຣິກ-ເອີ​ດວດ ນ​ແກ​ຊອນ​ນາ ທີ່​ສານ​ອາ​ຍາ​ສາ​ກົນ ຢູ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ເມື່ອ​ວັນ​ທີ 25 ມັງ​ກອນ 2019.
ໄອ​ຍະ​ການຟາ​ຕູ ເບັນ​ຊູ​ດາ (ກາງ) ແລະ​ຮອງ​ໄອຍະ​ການ ເຈມ​ສ໌ ສ​ຕວດ (ຂວາ) ລົມ​ກັນ ກັບຫົວ​ໜ້າ​ສະ​ຫະ​ພັນ​ເຕະ​ບານ ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ທ່ານ ແພັດ​ຕ​ຣິກ-ເອີ​ດວດ ນ​ແກ​ຊອນ​ນາ ທີ່​ສານ​ອາ​ຍາ​ສາ​ກົນ ຢູ່​ນະ​ຄອນ​ເຮກ ປະ​ເທດ​ເນ​ເທີ​ແລນ ເມື່ອ​ວັນ​ທີ 25 ມັງ​ກອນ 2019.

ສະ​ຫະ​ລັດໄດ້​ຖອນ​ວີ​ຊາ​ຫົວ​ໜ້າ​ໄອ​ຍະ​ການ​ສານ​ອາ​ຍາ​ສາ​ກົນ ທ່ານ​ນາງ Fatou Ben-
souda ກ່ຽວ​ກັບ​ການ​ສືບ​ສວນ ​ທີ່​ອາດ​ມີ​ຂຶ້ນ ໃນ​ການ​ກະ​ທຳ​ຂອງ​ທະ​ຫານອາ​ເມ​ຣິ​ກັນ​ຢູ່
​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ຫ້ອງ​ການ​ຂອງ​ທ່ານນາງ Bensouda ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ໄດ້​ຖອນ​ວີ​ຊາ​ຂອງ​ຫົວ​ໜ້າ​ໄອ​ຍະ​ການ ທີ່​ຈະ​ເດີນ​ທາງ​ມາ​ຍັງ​ສະ​ຫະ​ລັດ​ແລະກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກໍ​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ເລື້ອງນີ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່າວ​ໃນ​ວັນ​ສຸກມື້ວານນີ້​ວ່າ “ສະ​ຫະ​ລັດ ​ຈະ​ເອົາ​ທຸກ​ບາດ​ກ້າວ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຂອງ​ຕົນແລະ​ປົກ​ປ້ອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ຈາກ​ການ​ສືບ​ສວນ ແລະ​ການ​ດຳ​ເນີນ​ຄະ​ດີ ​ທີ່​ບໍ່​ເປັນ​ທຳຂອງ​ສານ​ອາ​ຍາ​ສາ​ກົນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ກ່າວ​ໃນ​ເດືອນ​ແລ້ວນີ້​ວ່າ ສະ​ຫະ​ລັດ​ຈະ​ຖອນ​ຫຼື​ປະ​ຕິ​ເສດ​ການ​ອອກວີ​ຊາ​ ໃຫ້​ແກ່​ເຈົ້າ​ໜ້າທີ່​ສານ​ອາ​ຍາ​ສາ​ກົນໃນ​ການ​ສືບ​ສວນ​ທີ່​ອາດ​ມີ​ຂຶ້ນ​ກ່ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງຄ​າມ​ຂອງ​ກຳ​ລັງ​ສະ​ຫະ​ລັດ.

ສະ​ຫະ​ລັດ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສານ​ອາ​ຍາ​ສາ​ກົນ ເຊັ່ນ​ດຽວ​ກັນ​ກັບ​ປະ​ເທດ​ຣັດ​ເຊຍ ແລະ​ຈີນ.

ຫ້ອງ​ການ​ຂອງ​ທ່ານ Bensouda ກ່າວ​ວ່າ ທ່ານນາງ Bensouda ຊຶ່ງ​ເປັນ​ຄົນ​ສັນ​ຊາດ​ແກມ​ເບຍ​ຈະ​ເຮັດ​ໜ້າ​ທີ່​ຂອງ​ທ່ານ​ນາງ “ໂດຍ​ປາ​ສະ​ຈາກ​ຄວາມ​ຢ້ານ​ກົວຫຼື​ໃຫ້ການ​ສະ​ໜັບ​ສະ​ໜຸນ​ໃດໆ.”

ຫ້ອງ​ການ​ຂອ​ງ​ທ່ານ​ນາງ​ຍັງ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ສະ​ຫະ​ລັດ ບໍ່​ຄາດ​ວ່າ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ເດີນ​ທາງ​ໄປສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່ ນະ​ຄອນ​ນິວຢອກ ບ່ອນ​ທີ່​ທ່ານ​ນາງ​ຈະ​ໄປ​ລາຍ​ງານ​ເປັນ​ປະ​ຈຳ ຕໍ່​ສະ​ພາ​ຄວາມໝັ້ນ​ຄົງ​ນັ້ນ.

ໂຄ​ສົກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ Stephane Dujarric ກ່າວ​ວ່າ “ພວກ​ເຮົາ​ຫວັງ​ເປັນ​ຢ່າງ​ຍິ່ງວ່າ ສະ​ຫະ​ລັດ​ຈະ​ເຄົາ​ລົບ​ຂໍ້​ຕົກ​ລົງ” ໃຫ້​ພະ​ນັກ​ງານຂອງ​ສານ​ອາ​ຍາ​ສາ​ກົນ ເດີນ​ທາງ​ມາ​ຍັງ​ສະ​ຫະ​ລັດ​ໄດ້.

ເປັ​ນ​ທີ່​ຄາດ​ກັນ​ວ່າ ທ່ານ​ນາງ Bensouda ຈະ​ມາ​ລາຍ​ງານ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ໃນ​ເດືອນ​ໜ້າ ກ່ຽວ​ກັບ​ການ​ສືບ​ສວນ​ຂອງ​ທ່ານ​ນາງ ຢູ່ປະ​ເທດ​ລີ​ເບຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG