ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກເລີກໃບອະນຸຍາດບາງສ່ວນ ສຳລັບການສົ່ງອອກໄປໃຫ້ ບໍລິສັດ Huawei ຂອງຈີນ


ໂທລະສັບ Pura 70 ລຸ້ນຫຼ້າສຸດ ຂອງ Huawei ວາງຂາຍຢູ່ຮ້ານແຫ່ງນຶ່ງໃນ ຊຽງຮາຍ,​ ຈີນ,ວັນທີ 18 ເມສາ 2024. ກະຊວງການຄ້າ ກ່າວວ່າສະຫະລັດ ໄດ້ຍົກເລີກໃບອະນຸຍາດບາງສ່ວນສຳລັບການສົ່ງອອກໄປໃຫ້ Huawei ເຊິ່ງເປັນບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີຂອງຈີນ ເຊິ່ງເຮັດໃຫ້ເກີດການຄັດຄ້ານຈາກປັກກິ່ງ, ວັນທີ 8 ພຶດສະພາ 2024.
ໂທລະສັບ Pura 70 ລຸ້ນຫຼ້າສຸດ ຂອງ Huawei ວາງຂາຍຢູ່ຮ້ານແຫ່ງນຶ່ງໃນ ຊຽງຮາຍ,​ ຈີນ,ວັນທີ 18 ເມສາ 2024. ກະຊວງການຄ້າ ກ່າວວ່າສະຫະລັດ ໄດ້ຍົກເລີກໃບອະນຸຍາດບາງສ່ວນສຳລັບການສົ່ງອອກໄປໃຫ້ Huawei ເຊິ່ງເປັນບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີຂອງຈີນ ເຊິ່ງເຮັດໃຫ້ເກີດການຄັດຄ້ານຈາກປັກກິ່ງ, ວັນທີ 8 ພຶດສະພາ 2024.

ກະຊວງ​ການ​ຄ້າສະຫະລັດ​ກ່າວ​ວ່າ ສະຫະລັດ​ໄດ້​ຍົກ​ເລີກ​ໃບ​ອະ​ນຸ​ຍາດ​ບາງ ສ່ວນສຳລັບການ​ສົ່ງ​ອອກ​ໄປ​ໃຫ້ບໍລິສັດ​ເທັກ​ໂນ​ໂລຈີ​ໃຫຍ່ Huawei ຂອງ​ຈີນ, ​ເຊິ່ງໄດ້ຮັບ​ການ​ຄັດຄ້ານ​ຈາກ​ປັກ​ກິ່ງ​ໃນ​ວັນ​ພຸດ​ວານ​ນີ້.

ການເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກມີການວິພາກວິຈານໃນເດືອນແລ້ວນີ້ໂດຍບັນດາສະມາຊິກສະພາຂອງພັກຣີພັບບລີກັນ, ເຊິ່ງໄດ້ຮຽກຮ້ອງໃຫ້ຝ່າຍບໍລິຫານ ຂອງປະທານາທິບໍດີ ໂຈ ໄບເດັນ ສະກັດກັ້ນການອອກໃບອະນຸຍາດສົ່ງອອກ ທັງໝົດໃຫ້ກັບບໍລິສັດດັ່ງກ່າວ ຫຼັງຈາກທີ່ບໍລິສັດໄດ້ເປີດໂຕ laptop ລຸ້ນໃໝ່ທີ່ ຂັບເຄື່ອນດ້ວຍໂປເຊດເຊີ ຈາກ Intel ເຊິ່ງເປັນຍັກໃຫຍ່ດ້ານຊິບຂອງ ສະຫະລັດ.

ໂຄສົກກະຊວງການຄ້າກ່າວວ່າ "ພວກເຮົາປະເມີນຢ່າງຕໍ່ເນື່ອງວ່າການຄວບຄຸມ ຂອງພວກເຮົາສາມາດປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະຜົນປະໂຫຍດດ້ານ ນະໂຍບາຍຕ່າງປະເທດຂອງພວກເຮົາໄດ້ດີທີ່ສຸດແນວໃດ, ໂດຍພິຈາລະນາເຖິງ ສະພາບແວດລ້ອມຂອງໄພຄຸກຄາມ ແລະພູມສັນຖານດ້ານເທັກໂນໂລຈີທີ່ມີການ ປ່ຽນແປງຢ່າງຕໍ່ເນື່ອງ."

"ພວກເຮົາບໍ່ໄດ້ສະແດງຄວາມຄິດເຫັນກ່ຽວກັບໃບອະນຸຍາດສະເພາະໃດໆ, ແຕ່ ພວກເຮົາສາມາດຢືນຢັນວ່າພວກເຮົາໄດ້ຖອນໃບອະນຸຍາດບາງຢ່າງສໍາລັບການສົ່ງອອກໄປ​ໃຫ້​ບໍ​ລິ​ສັດ Huawei," ໂຄສົກກ່າວຕື່ມໃນຖະແຫຼງການທີ່ສົ່ງເຖິງ AFP.

Huawei ໄດ້​ຕິດ​ຢູ່​ໃນ​ການ​ແຂ່ງ​ຂັນ​ດ້ານ​ເທັກໂນໂລຈີທີ່​ເຄັ່ງ​ຕຶງ​ລະ​ຫວ່າງ​ປັກ​ກິ່ງ​ແລະ​ວໍ​ຊິງ​ຕັນ ​ມາ​ເປັນເວລາດົນ​ນານ, ເຊິ່ງ​ໄດ້​ເຕືອນ​ວ່າ​ອຸ​ປະ​ກອນ​ຂອງ​ບໍ​ລິ​ສັດ ດັ່ງກ່າວ ສາ​ມາດ​ຖືກ​ນຳ​ໃຊ້​ໃນ​ການ​ດຳ​ເນີນ​ງານ​ສືບ​ລັບ​ຂອງ​ຈີນ.

ບໍລິສັດໄດ້ປະຕິເສດການກ່າວອ້າງເຫຼົ່ານີ້.

ການລົງໂທດໃນປີ 2019 ເຊິ່ງຈຳກັດການເຂົ້າເຖິງສ່ວນປະກອບທີ່ຜະລິດໃນ ສະຫະລັດ ຂອງ Huawei ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ການຜະລິດ smartphone ຂອງບໍລິສັດ ແລະໝາຍຄວາມວ່າບັນດາຜູ້ສະໜອງຕ້ອງມີໃບ ອະນຸຍາດກ່ອນການຂົນສົ່ງໄປໃຫ້ບໍລິສັດ.

ເມື່ອຖືກຖາມກ່ຽວກັບບົດລາຍງານທີ່ລັດຖະບານສະຫະລັດ ໄດ້ຖອນໃບອະນຸ ຍາດຂອງບາງບໍລິສັດ, ໂຄສົກກະຊວງການຄ້າຈີນ ກ່າວວ່າປັກກິ່ງ "ຄັດຄ້ານ ເລື່ອງນີ້ຢ່າງຫນັກແຫນ້ນ."

ທ່ານໂຄສົກ ກ່າວຕື່ມວ່າ "ຈີນ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ທັງ​ໝົດ​ ເພື່ອ​ປົກ​ປັກ​ຮັກ​ສາ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຖືກຕ້ອງ​ຂອງ​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ໜັກ​ແໜ້ນ."

ການປະກາດ ກ່ຽວ​ກັບ ຄອມພິວເຕີ Huawei ລຸ້ນໃຫມ່ ເມື່ອໄວໆມານີ້, ເຊິ່ງ ຂັບເຄື່ອນໂດຍເທັກໂນໂລຈີ Intel, ເຮັດໃຫ້ເກີດສຽງວິພາກວິຈານຈາກສະມາ ຊິກສະພາຂອງພັກຣີພັບບລີກັນໃນສະຫະລັດ.

ຈົດໝາຍຂອງຜູ້ສ້າງນະໂຍບາຍ ທ່ານ ມາຣ໌ໂກ ຣູບີໂອ (Marco Rubio) ແລະ ທ່ານນາງ ອີລິເຊ ສເຕຟານິກ (Elise Stefanik) ໄດ້ກ່າວຫາວ່າ "ໃບອະນຸຍາດທີ່ອອກໃນປີ 2020, ເຊິ່ງຢ່າງໜ້ອຍມີບາງສ່ວນ ຍັງໃຊ້ໄດ້ມາ ຈົນເຖິງທຸກມື້ນີ້, ໄດ້ອະນຸຍາດໃຫ້ Huawei ຮ່ວມມືກັບ Intel ແລະ Qualcomm ເພື່ອຮັກສາພາກສ່ວນຄອມພິວເຕີ ແລະ ໂທ​ລະ​ສັບ​ສະຫຼາດໃຫ້ຍັງມີຢູ່ຕໍ່ໄປ."

​ເຂົາ​ເຈົ້າວິພາກວິຈານການອະນຸຍາດໃຫ້ເທັກໂນໂລຈີຂອງ ສະຫະລັດ ເຂົ້າໄປ ໃນຢູ່ຜະລິດຕະພັນໃຫມ່ຂອງ Huawei.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG