ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດທົບທວນຄືນ ນະໂຍບາຍອັຟການ, ຕໍານິຄຳສັ່ງທີ່ເຄັ່ງຄັດ ຂອງກຸ່ມຕາລີບານ


ແຟ້ມຮູບ - ແມ່ຍິງນຸ່ງເສື່ອບູກາ ແລະ ເດັກນ້ອຍ ຍ່າງຜ່ານນັກສູ້ຕາລີບັນ ທີ່ຢູ່ຕາມແຄມທາງ ໃນນະຄອນ ຈາລາລາບັດ ຂອງອັຟການິສຖານ ວັນທີ 12 ທັນວາ 2021
ແຟ້ມຮູບ - ແມ່ຍິງນຸ່ງເສື່ອບູກາ ແລະ ເດັກນ້ອຍ ຍ່າງຜ່ານນັກສູ້ຕາລີບັນ ທີ່ຢູ່ຕາມແຄມທາງ ໃນນະຄອນ ຈາລາລາບັດ ຂອງອັຟການິສຖານ ວັນທີ 12 ທັນວາ 2021

ຫຼັງ​ຈາກ​ມີຄວາມຂັດແຍ່ງທາງ​ການ​ທູດແບບບໍ່​ໄປ​ບໍ່​ມາ​ ​ກັບເຈົ້າ​ໜ້າ​ທີ່ ຂອງກຸ່ມ​ຕາ​ລີ​ບານທີ່​ແທ້​ຈິງ​ມາ​ໄດ້ເກືອບ 2 ປີ ແລ້ວ ວໍ​ຊິງ​ຕັນ​ກຳ​ລັງ​ທົບ​ທວນ​ນະ​ໂຍ​ບາຍກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ​ຂອງ​ຕົນເພື່ອເປັນ​ການ​ຕອບກັບ ​ຕໍ່​ສິ່ງ​ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ເອີ້ນ​ວ່າການ​ປົກ​ຄອງທີ່ “ເຄັ່ງ​ຄັດ” ຂອງ​ກຸ່ມ​ຕາ​ລີ​ບານ.

ການ​ທົບ​ທວນ​ຄືນ​ດັ່ງ​ກ່າວ​ມີ​ຂຶ້ນ​ ໃນ​ຂະ​ນະ​ທີ່ມີລາຍງານວ່າອົງການ​ສະ​ຫະ​ປະ​ຊາ​ຊາດ​ກຳລັງພິຈາລະນາ ​ໂຈະ​ການ​ປະຕິບັດ​ງານ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ​ເນື່ອງ​ຈາກ​ວ່າ​ ກຸ່ມ​ຕາ​ລີ​ບານ​ໄດ້​ຫ້າມບໍ່ໃຫ້​ແມ່​ຍິງ​ອາ​ຟ​ກາ​ນິ​ສ​ຖານ ເຮັດ​ວຽກໃນໜ່ວຍງານ ຂອງອົງການ​ສະ​ຫະ​ປະ​ຊາ​ຊາດ.

“ລັດຖະບານສະຫະລັດ ໄດ້ທົບທວນຄືນແນວທາງຂອງຕົນ ແລະ ການພົວ​ພັນ ກັບກຸ່ມຕາ​ລີບານ ໃນສະ​ພາບຂອງ​ຄຳ​ສັ່ງທີ່ເຂັ້ມງວດຫຼາຍຂຶ້ນຂອງພວກເຂົາ ທີ່ແນໃສ່ ແລະມີ​ການຈຳ​ແນກຕໍ່ແມ່ຍິງ ແລະເດັກຍິງ ໃນອັຟການິສຖານ,” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກການຕ່າງປະເທດ ກ່າວຕໍ່ວີໂອເອ.

​ໂດຍ​ບໍ່​ຫວັ່ນໄຫວຕໍ່​ການປະນາມ​ຈາກ​ທົ່ວ​ໂລກ​ ກ່ຽວ​ກັບ​ນະ​ໂຍບາຍ​ຫຍຽດແມ່ຍິງ​ຂອງ​ເຂົາ​ເຈົ້າ, ລວມທັງ​ຈາກ​ບັນດາ​ປະ​ເທດ​ທີ່​ມີ​ປະຊາກອນສ່ວນໃຫຍ່ເປັນມຸ​ສ​ລິ​ມ, ກຸ່ມ​ຕາ​ລີ​ບານ​ຢືນຢັນ​ວ່າ ການກີດກັນຜູ້ຍິງບໍ່​ໃຫ້​ໄດ້​ຮັບ​ການ​ສຶກສາ, ການເຮັດວຽກ ​ແລະ ການ​ມີ​ສ່ວນ​ຮ່ວມ​ທາງ​ການ​ເມືອງ ​ແມ່ນ​ບັນຫາ​ພາຍ​ໃນ​ຂອງ​ອັຟກາ​ນິສະຖານ.

ສຽງທີ່ເຄັ່ງຄັດຂຶ້ນຂອງວໍຊິງຕັນແມ່ນມີຂຶ້ນໃນຂະນະທີ່ມີລາຍງານວ່າເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ ແອນໂຕນິໂອ ກູເຕເຣັສ (Antonio Guterres) ກໍາລັງວາງແຜນທີ່ຈະຈັດກອງປະຊຸມສາກົນໃນເດືອນພຶດສະພາ ເພື່ອປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ ທີ່ຈະໃຫ້ກຸ່ມຕາລີບານ ບ່ອນນັ່ງຢູ່ໃນກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດ ເພື່ອແລກປ່ຽນ ກັບການຕ່າວ​ປີ້ນການຈຳກັດຕໍ່ແມ່ຍິງອັຟການຂອງລະບອບປົກ​ຄອງອິສລາມ.

​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ກອງ​ປະຊຸມ​ທີ່​ໄດ້​ສະ​ເໜີ​ໃນ​ວັນ​ພຸດ​ວານ​ນີ້, ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ ທ່ານ ວາສຊີລີ ເນເບນເຊຍ (Vassily Nebenzia) ກ່າວ​ຕໍ່​ບານດາ​ນັກ​ຂ່າວ​ໃນ​ນະຄອນ​ນິວຢອກ​ວ່າ ທ່ານ​ບໍ່​ເຊື່ອ​ວ່າ​ກຸ່ມ​ດັ່ງກ່າວ​ຈະ​ພິຈາລະນາ​ການ​ຮັບ​ຮູ້ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG