ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະຫະລັດ ສົ່ງເງິນຈຳນວນ 300 ລ້ານໂດລາ ຄືນໃຫ້ ມາເລເຊຍ ທີ່ປາກົດວ່າ ໄດ້ຖືກລັກຂະໂມຍໄປນັ້ນ


ພາບຖ່າຍໃນວັນທີ 23 ເມສາ 2015 ຂອງທ້າວ ໂຈ ໂລ (Jho Low) ຜູ້ອຳນວຍການ ມູນນິທິ Jynwel, ກຳລັງຕັ້ງທ່າເພື່ອຖ່າຍຮູບ ຢູ່ທີ່ງານເປີດໂຕ ເວັບໄຊ Global Daily ໃນນະຄອນຫຼວງ ວໍຊິງຕັນ ດີຊີ.
ພາບຖ່າຍໃນວັນທີ 23 ເມສາ 2015 ຂອງທ້າວ ໂຈ ໂລ (Jho Low) ຜູ້ອຳນວຍການ ມູນນິທິ Jynwel, ກຳລັງຕັ້ງທ່າເພື່ອຖ່າຍຮູບ ຢູ່ທີ່ງານເປີດໂຕ ເວັບໄຊ Global Daily ໃນນະຄອນຫຼວງ ວໍຊິງຕັນ ດີຊີ.

ສະຫະລັດ ກ່າວວ່າ ຕົນໄດ້ສົ່ງເງິນຈຳນວນ 300 ລ້ານໂດລາຄືນໃຫ້ມາເລເຊຍແລ້ວ ຊຶ່ງເປັນກອງທຶນເພື່ອການລົງທຶນຂອງລັດວິສາຫະກິດທີ່ໄດ້ຖືກລັກຂະໂມຍໄປ ໃນແຜນການສໍ້ລາດບັງຫຼວງທີ່ສະຫລັບສັບຊ້ອນ.

ກະຊວງຍຸຕິທຳສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ເງິນດັ່ງກ່າວ ມາຈາກຊັບສິນທີ່ໄດ້ຖືກຍຶດມາຈາກນັກການເງິນຊາວມາເລເຊຍຄົນນຶ່ງ ທີ່ຊື່ວ່າ ໂລ ຕັກ ໂຈ ແລະຍັງຮູ້ຈັກກັນດີ ຄື ໂຈ ໂລ. ຜູ້ພິພາກສາສານລັດຖະບານກາງສະຫະລັດ ໄດ້ຕັດສິນຄະດີມາແລ້ວຫຼາຍຮອບເມື່ອເດືອນແລ້ວນີ້ ໂດຍສັ່ງໃຫ້ທ້າວໂລ ແລະຄອບຄົວຂອງລາວ ສົ່ງມອບຊັບສິນຕ່າງໆ ທີ່ມີຢູ່ໃນ ສະຫະລັດ ອັງກິດ ແລະສະວິດເຊີແລນ ມູນຄ່າຫຼາຍກວ່າ 700 ລ້ານໂດລາ ເພື່ອເປັນຄ່າເສຍຫາຍ.

ທ້າວໂລ ໄດ້ຖືກກ່າວຫາໃນການໂອນເງິນຈາກ ກອງທຶນເບີຮາດນຶ່ງມາເລເຊຍເພື່ອການພັດທະນາ ຫຼືທີ່ເອີ້ນຫຍໍ້ວ່າ 1MDB ນັ້ນ ແລະນຳໃຊ້ເງິນດັ່ງກ່າວໄປ ຊື້ສິ່ງຂອງຕ່າງໆທີ່ມີລາຄາສູງ. ພວກສິ່ງຂອງເຫຼົ່ານີ້ ປະກອບດ້ວຍ ເຮືອນຫລູຫລາຫຼາຍຫຼັງ ສິລະປະຕ່າງໆ ແລະເຄື່ອງເພັດພອຍ ໂຮງແຮມຂະໜາດນ້ອຍຢູ່ໃນເຂດ Beverly Hill ຂອງລັດຄາລີຟໍເນຍ ແລະລົງທຶນໃນທຸລະກິດຕ່າງໆຫຼາຍຢ່າງ ທີ່ລວມທັງ ພາບພະຍົນຮໍລີວູດ ທີ່ມີຊື່ວ່າ “The Wolf of Wall Street” ນໍາດ້ວຍ.

ກະຊວງຍຸຕິທຳສະຫະລັດ ກ່າວວ່າ ດຽວນີ້ຕົນສາມາດຍຶດຄືນມາໄດ້ຫຼາຍກວ່າ 600 ລ້ານໂດລາ ທີ່ເປັນເງິນຊຶ່ງໄດ້ຖືກລັກຂະໂມຍໄປຈາກກອງທຶນ 1MDB ທີ່ໄດ້ຖືກກໍ່ຕັ້ງຂຶ້ນໂດຍອະດີດນາຍົກລັດຖະມົນຕີຂອງມາເລເຊຍ ທ່ານນາຈິບ ຣາຊາກ ເພື່ອສົ່ງເສີມພັດທະນາເສດຖະກິດ. ບັນດາໄອຍະການສະຫະລັດ ກ່າວວ່າ ທ່ານນາຈິບ ແລະພວກສະໝຸນຂອງເພິ່ນ ໄດ້ຍັກຍອກຢ່າງໜ້ອຍ 4,500 ລ້ານໂດລາ ຈາກກອງທຶນດັ່ງກ່າວ ໃນລະຫວ່າງ ປີ 2009 ແລະ 2015.

ຂໍ້ກ່າວຫາທັງຫຼາຍເຫຼົ່ານັ້ນ ຕໍ່ທ່ານນາຈິບ ໄດ້ນຳໄປສູ່ການປະລາໄຊຢ່າງບໍ່ໜ້າເຊື່ອຂອງລັດຖະບານປະສົມທີ່ປົກຄອງປະເທດ ໃນປີ 2018 ຊຶ່ງພັກຂອງທ່ານໄດ້ກຳອຳນາດມາ ນັບຕັ້ງແຕ່ມາເລເຊຍ ໄດ້ຮັບເອກະລາດ ໃນປີ 1957. ທ່ານນາຈິບ ຍັງໄດ້ປະເຊີນກັບຂໍ້ກ່າວຫາທາງອາຍາຫຼາຍຂໍ້ ໃນການມີບົດບາດທີ່ພົວ ພັນນຳເລື້ອງທີ່ນອງນັນດັ່ງກ່າວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG